ສະຖາບັນ ຣັຕນະ ບໍລິຫານທຸລະກິດ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ພ້ອມຍ້ອງຍໍຄູອາຈານທີ່ມີຜົນງານດີເດັ່ນ

ສະຖາບັນ ຣັຕນະ ບໍລິຫານທຸລະກິດ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994-7 ຕຸລາ 2024) ຢ່າງຄຶກຄືນ ໃນວັນທີ 25 ຕຸລາ 2024 ທີ່ສະໂມສອນໃຫຍ່ຂອງສະຖາບັນດັ່ງກ່າວ ໃນນະຄອນຫຼວງວຽງຈັນ, ພ້ອມທັງມອບໃບຍ້ອງຍໍໃຫ້ບັນດາຄູອາຈານທີ່ສ້າງຜົນງານພົ້ນເດັ່ນໃນການສິດສອນນັກຮຽນຕະຫຼອດໄລຍະຫຼາຍປີ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ສໍາລານ ພັນຄະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ສົມເພັດ ຣັຕນະສິມ ປະທານສະຖາບັນ ຣັຕນະ ບໍລິການທຸລະກິດ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມທີ່ກ່ຽວຂ້ອງຈາກກະຊວງສຶກສາທິການ ແລະ ກິລາ, ຄະນະອໍານວຍການສະຖາບັນ, ຄູອາຈານ ແລະ ນ້ອງໆນັກຮຽນເກືອບ 500 ກວ່າຄົນ.
ໂອກາດດັ່ງກ່າວ, ທ່ານ ປອ ສໍາລານ ພັນຄະວົງ ໄດ້ກ່າວໃນພິທີວ່າ: ວັນຄູແຫ່ງຊາດ (7 ຕຸລາ) ເປັນວັນປະຫວັດສາດທີ່ສໍາຄັນໜຶ່ງຂອງຊາດລາວ ເວົ້າລວມ, ເວົ້າສະເພາະ ເປັນມື້ທີ່ມີຄວາມສໍາຄັນສໍາລັບຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເພື່ອເປັນການລະນຶກເຖິງບົດບາດຂອງຄູ ທີ່ໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ, ເສຍສະຫຼະ ແລະ ອຸທິດຕົນເອງ ເພື່ອປະກອບສ່ວນໃນພາລະກິດການສິດສອນ, ການຄົ້ນຄວ້າ, ຍົກສູງຄຸນນະພາບຂອງການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ. ຜົນສຳເລັດຂອງຄູໃນການເຮັດວຽກ ເຫັນໄດ້ຈາກຄວາມສຳເລັດຂອງນັກຮຽນ, ນັກສຶກສາ ຊຶ່ງໄດ້ກາຍເປັນຜູ້ນຳ, ນັກວິສະວະກອນ, ທະຫານ, ຕຳຫຼວດ, ແພດ, ພະຍາບານ, ນັກຄົ້ນຄວ້າວິທະຍາສາດທຳມະຊາດ-ສັງຄົມ, ຊ່ຽວຊານດ້ານສັດຕະວະແພດ, ການປູກຝັງ ເປັນຕົ້ນ, ເປັນກຳລັງຂັບເຂື່ອນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.
ເນື່ອງໃນວັນຄູແຫ່ງຊາດ ຄົບຮອບ 30 ປີ, ທ່ານ ຮອງລັດຖະມົນຕີ ສສກ ໄດ້ຕາງໜ້າຄະນະພັກ-ຄະນະນໍາ ກະຊວງສຶກສາທິການ ແລະ ກິລາ ນໍາເອົາຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນອົບອຸ່ນມາຍັງເພື່ອນໆ ຄູອາຈານທົ່ວສະຖາບັນ ຣັຕນະ ບໍລິຫານທຸລະກິດ. ຂ້າພະເຈົ້າ ຂໍຢັ້ງຢືນວ່າ ການຂະໜານນາມຄຸນຄ່າຂອງຄູໃນໄລຍະຕໍ່ສູ້ກູ້ຊາດ ແລະ ໄລຍະສ້າງສາພັດທະນາປະເທດຊາດ ແມ່ນບໍ່ມີການປ່ຽນແປງ, ຄູຍັງແມ່ນຄົນຂອງພັກ, ຄູແມ່ນວິສະວະກອນແຫ່ງດວງວິນຍານ, ຄູແມ່ນແມ່ພິມຂອງຊາດ, ຄູແມ່ນພໍ່ແມ່ຜູ້ທີ່ສອງຂອງເດັກ, ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ, ຄູຄືຜູ້ນໍາພາການປ່ຽນແປງໃໝ່ ແລະ ອື່ນໆ.
ທ່ານ ຮອງລັດຖະມົນຕີ ສສກ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນທົ່ວສັງຄົມ ເວົ້າລວມ, ເວົ້າສະເພາະ ກໍຄືໃນທົ່ວສະຖາບັນ ຣັຕນະ ບໍລິຫານທຸລະກິດ ຈະຕ້ອງໄດ້ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັນ ໂດຍສະເພາະແມ່ນໃຫ້ຜູ້ບໍລິຫານການສຶກສາ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃນການຄຸ້ມຄອງບໍລິຫານການສຶກສາ ໃຫ້ສູງຂຶ້ນ, ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ໄດ້ມາດຕະຖານຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ 3 ຂໍ້ແຂ່ງຂັນຂອງຂະແໜງການ ຄື: ສອນດີ-ຮຽນເກັ່ງ, ສ້າງສະພາບແວດລ້ອມທີ່ດີໃນສະຖານການສຶກສາ, ພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນບັນຫາຢາເສບຕິດ ແລະ ຄ່ານິຍົມທີ່ຜິດ; ໃຫ້ບັນດາຄູອາຈານ ຈົ່ງເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ປະຕິບັດໜ້າທີ່ຢ່າງເປັນມືອາຊີບໃຫ້ສົມກັບເປັນແມ່ພິມທີ່ດີຂອງຊາດ ມີຈັນຍາບັນ, ຝຶກຝົນ ແລະ ພັດທະນາຕົນເອງດ້ານວິຊາສະເພາະ, ສຶກສາຄົ້ນຄວ້າທໍາຄວາມເຂົ້າໃຈກ່ຽວກັບຫຼັກສູດ, ທົບທວນ-ສໍາມະນາກັນຄືນກ່ຽວກັບຮູບແບບ, ເຕັກນິກ, ວິທີການສອນ-ການວັດຜົນ ແລະ ຮັບປະກັນວ່ານັກຮຽນທີ່ຮຽນອ່ອນ-ຮຽນບໍ່ທັນໝູ່ຈະໄດ້ຮັບການບຳລຸງຄືນ.
ນອກຈາກຈະມີວິຊາສະເພາະແລ້ວ ຕ້ອງຮຽນຮູ້ບັນດາທັກສະ ສັດຕະວັດທີ 21 ເຊັ່ນ: ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານປະກອບການສອນ, ທັກສະການຮຽນດ້ວຍຕົນເອງ, ທັກສະທາງດ້ານສັງຄົມ, ຮູ້ນໍາໃຊ້ພາສາຕ່າງປະເທດ, ສ້າງຄວາມເຂັ້ມແຂງໃຫ້ແກ່ຄູໃນການໃຊ້ເຕັກໂນໂລຊີການສຶກສາເຂົ້າໃນການສິດສອນ, ການຮຽນຮູ້ຕະຫຼອດຊີວິດ ເພື່ອສົ່ງຄວາມຮູ້ໃຫ້ແກ່ນັກຮຽນ ນັກສຶກສາຢ່າງມີປະສິດທິຜົນສູງຂຶ້ນ; ໃຫ້ຜູ້ບໍລິຫານການສຶກສາ ແລະ ຄູອາຈານ ພາກເອກະຊົນ ສືບຕໍ່ເສີມສະຫຍາຍມູນເຊື້ອອັນດີ ປະກອບສ່ວນວຽກງານການສຶກສາ ໂດຍໄດ້ໃຫ້ການສຶກສາແກ່ລູກຫຼານຂອງເຮົາ ໂດຍສະເພາະແມ່ນຢູ່ໃນເຂດຕົວເມືອງ, ຖ້າເປັນໄປໄດ້ໃຫ້ຂະຫຍາຍໄປຍັງເຂດຊານເມືອງຕື່ມອີກ, ບັນດາໂຮງຮຽນມັດທະຍົມທີ່ມີແລ້ວໃຫ້ເພີ່ມຄວາມຫຼາກຫຼາຍຂອງຫຼັກສູດ ເປັນຕົ້ນບັນດາວິຊາຊີບຂັ້ນພື້ນຖານ ແລະ ອື່ນໆ; ຮຽກຮ້ອງໃຫ້ທົ່ວສັງຄົມ, ອົງການປົກຄອງແຂວງ/ນະຄອນຫຼວງ, ເມືອງ, ບ້ານ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ ຈົ່ງພ້ອມກັນຊຸກຍູ້ສົ່ງເສີມໃຫ້ລູກຫຼານທີ່ຢູ່ໃນເກນອາຍຸເຂົ້າຮຽນໄປເຂົ້າໂຮງຮຽນ ນັບແຕ່ການສຶກສາກ່ອນໄວຮຽນ, ສາມັນສຶກສາ, ວິຊາຊີບ ແລະ ການສຶກສາຊັ້ນສູງ ແລະ ເອົາໃຈໃສ່ຕໍ່ການແນະນໍາລູກຫຼານໃນການສຶກສາຮໍ່າຮຽນເວລາຢູ່ເຮືອນ, ອົບຮົມຕັກເຕືອນເຂົາເຈົ້າໃຫ້ເຫັນຄວາມສໍາຄັນຂອງການສຶກສາທີ່ເປັນປະໂຫຍດຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.
ນອກຈາກນີ້, ໃນພິທີມອບໃບຍ້ອງຍໍນາມມະຍົດດີເດັ່ນ, ໃບຍ້ອງຍໍລະດັບກະຊວງ ແລະ ໃບຍ້ອງຍໍລະດັບສະຖາບັນໃຫ້ແກ່ບຸກຄະລາກອນສຶກສາຂອງສະຖາບັນ ຣັຕນະ ບໍລິຫານທຸລະກິດ ທີ່ທຸ່ມເທເຫື່ອແຮງ, ສະຕິປັນຍາ, ເສຍສະຫຼະ ແລະ ອຸທິດຕົນເອງ ເພື່ອປະກອບສ່ວນໃນພາລະກິດການສິດສອນ, ການຄົ້ນຄວ້າ, ຍົກສູງຄຸນນະພາບຂອງການສຶກສາ ກໍຄືການພັດທະນາຊັບພະຍາກອນ ແລະ ເປັນອະນາຄົດຂອງຊາດ. ໂອກາດດຽວກັນນີ້, ນັກສຶກສາຍັງໄດ້ອ່ານບົດກອນອວຍພອນບັນດາຄູອາຈານ, ພ້ອມທັງຂັບລໍາ, ຮອງເພງ ແລະ ຟ້ອນ ເພື່ອສ້າງບັນຍາກາດຢ່າງຄຶກຄືນ ແລະ ໜ້າປະທັບໃຈ.
ໂດຍ ດາວຫວຽດ

























