Skip to main content

ລາວ ເປັນເຈົ້າພາບແຂ່ງຂັນວິທະຍາສາດຂໍ້ມູນອາຊຽນ ລະດັບພາກພື້ນ 2024 ຂະນະທີ່ ນັກສຶກສາ ສສ ຫວຽດນາມ ຄອງຊະນະເລີດ  

24/10/2024

ມະຫາວິທະຍາໄລແຫ່ງຊາດ (ມຊ) ສປປ ລາວ ຮ່ວມກັບມູນນິທິອາຊຽນ (ASEAN Foundation) ແລະ ບໍລິສັດ ຜະລິດໂປຣແກມບໍລິຫານທຸລະກິດ SAP ໄດ້ຈັດງານແຂ່ງຂັນວິທະຍາສາດຂໍ້ມູນອາຊຽນ ຮອບຊີງຊະນະເລີດລະດັບພາກພື້ນ ປີ 2024 ພາຍໃຕ້ຫົວຂໍ້: ການພັດທະນາທີ່ຍືນຍົງ ໃນວັນທີ 22 ຕຸລາ 2024 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ, ທ່ານ ປິຕິ  ສິຣິແສນງາມ ຜູ້ອໍານວຍການມູນນິທິອາຊຽນ, ທ່ານ ນາງ ຮົງເຫວີຍ ລູ ຜູ້ອໍານວຍການພາກພື້ນ ຮັບຜິດຊອບວຽກງານຊ່ວຍສັງຄົມຂອງວິສາຫະກິດໃນຂົງເຂດອາຊີຕາເວັນອອກ, ປາຊີຟິກ, ສປ ຈີນ, ພ້ອມດ້ວຍເອກອັກຄະຣາຊະທູດ/ຜູ້ຕາງໜ້າຈາກສະຖານທູດຂອງບັນດາປະເທດສະມາຊິກອາຊຽນ ປະຈໍາ ສປປ ລາວ, ຕາງໜ້ານັກສຶກສາຈາກ 10 ປະເທດສະມາຊິກອາຊຽນ ແລະ ພາກສ່ວນກ່ຽວຂ້ອງ 100 ກວ່າທ່ານ.

ໃນພິທີ, ທ່ານ ສິນທະວອນ ດາລາວົງ ໄດ້ກ່າວວ່າ: ຄວາມສາມາດດ້ານດິຈິຕອນ ແລະ ການເຂົ້າເຖິງຊຸດຂໍ້ມູນອັນກວ້າງໃຫຍ່ໄພສານ ແມ່ນມີຄວາມຈຳເປັນຕໍ່ຊີວິດປະຈຳວັນຂອງພວກເຮົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ທ້າ​ທາຍ​ຢູ່​ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ ແລະ ຂໍ້​ມູນ​ໃຫຍ່ ​ເພື່ອ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ, ລະ​ບຸບັນຫາ​ສັງຄົມ ​ແລະ ສະໜັບສະໜູນ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ອັນນີ້, ຮຽກຮ້ອງໃຫ້ມີຄວາມຕັ້ງໃຈຈາກນັກຮຽນ, ນັກວິຊາການ ແລະ ມະຫາວິທະຍາໄລ, ຮຽກຮ້ອງໃຫ້ມີຄວາມມຸ່ງໝັ້ນທີ່ຈະສຶກສາ ແລະ ແກ້ໄຂບັນຫາພາຍໃນ ສປປ ລາວ. ໃນນັ້ນ, ມູນນິທິອາຊຽນ ແລະ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍສະຖາບັນການສຶກສາຕ່າງໆໃນ ສປປ ລາວ ໄດ້ຮ່ວມມືເພື່ອແບ່ງປັນຄວາມຮູ້ ແລະ ເຜີຍແຜ່ໃຫ້ນັກຮຽນໃນການວິເຄາະຂໍ້ມູນອາຊຽນ. ໃນ​ໄລ​ຍະ 8 ປີ​ທີ່​ຜ່ານ​ມາ, ມູນ​ນິ​ທິ​ອາ​ຊຽນ ແລະ SAP ໄດ້​ຝຶກ​ອົບ​ຮົມການ​ວິ​ເຄາະ​ຂໍ້​ມູນ​ຫຼາຍ​ກວ່າ 4.000 ຄົນ. ນັກສຶກສາ ແລະ ນັກວິຊາການ 70 ຄົນ ຈາກ 10 ສະຖາບັນໃນ ສປປ ລາວ ໄດ້ເສີມຂະຫຍາຍທັກສະດ້ານດິຈິຕອນ ແລະ ສົ່ງເສີມຢ່າງມີຄຸນນະພາບ.

ພວກເຮົາສັງເກດເຫັນວ່າ ການຮ່ວມມືລະຫວ່າງມູນນິທິອາຊຽນ ແລະ ມະຫາວິທະຍາໄລແຫ່ງຊາດລາວ ສົ່ງ​ຜົນ​ກະ​ທົບ​ຢ່າງ​ຫຼວງ​ຫຼາຍ​ກັບ​ຄົນ​ລຸ້ນ​ໃໝ່​ຂອງ​ພວກ​ເຮົາ​ ໂດຍ​ການ​ເຮັດໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຮູ້​ ແລະ​ ທັກ​ສະ​ໃໝ່ໆ​ຂອງອາ​ຊຽນ. ໂຄງ​ການ Data Science Explorers ໄດ້ຕອບ​ສະ​ໝອງ​ຄວາມ​ຕ້ອງ​ການ​ເຫຼົ່າ​ນີ້​ໂດຍ​ກົງ​ ໂດຍ​ການ​ຈັດ​ໃຫ້​ຊາວໜຸ່ມ​ມີທັກສະດ້ານ​ດິ​ຈິ​ຕອນ​ທີ່ກ້າວໜ້າ, ຮັບປະກັນວ່າເຂົາເຈົ້າມີຄວາມພ້ອມໃນອະນາຄົດ ແລະ ສາມາດຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຂອງເສດຖະກິດດິຈິຕອນໄດ້. ມູນນິທິອາຊຽນ ແລະ SAP ໄດ້ສະແດງໃຫ້ເຫັນເຖິງພະລັງຂອງການຮ່ວມມືທີ່ແທ້ຈິງໃນການຍົກລະດັບຄົນຮຸ່ນໃໝ່. ການ​ລົງທຶນ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ໄວ​ໜຸ່ມ​ໃນ​ປະຈຸ​ບັນ ​ແມ່ນ​ການ​ລົງທຶນ​ໃນ​ອະນາຄົດ​ຂອງ​ອາ​ຊຽນ ໂດຍເນັ້ນໃສ່ຄວາມຍືນຍົງ.

ການຈັດງານຄັ້ງນີ້, ແມ່ນການວິເຄາະຂໍ້ມູນດ້ານເສດຖະກິດ-ສັງຄົມ ເພື່ອໄຈ້ແຍກບັນຫາທີ່ປະເທດສະມາຊິກອາຊຽນກຳລັງປະເຊີນຢູ່ ແລະ ຈາກ 18 ເປົ້າໝາຍຂອງອົງການສະຫະປະຊາຊາດ (ສປຊ). ໃນນັ້ນ, ໄດ້ເລືອກເອົາ 6 ເປົ້າໝາຍການພັດທະນາແບບຍືນຍົງຂອງອົງການ ສປຊ ແລະ ນໍາສະເໜີວິທີແກ້ໄຂບັນຫາດັ່ງກ່າວ ໂດຍໝູນໃຊ້ເຕັກໂນໂລຊີເຂົ້າຊ່ວຍ ຊຶ່ງ 6 ເປົ້າໝາຍການພັດທະນາແບບຍືນຍົງທີ່ເປັນຫົວຂໍ້ໃນການແຂ່ງຂັ້ນຄັ້ງນີ້ ປະກອບມີ 1) ເປົ້າໝາຍທີ 2: ລືບລ້າງຄວາມອຶດຫິວ, ບັນລຸການຄໍ້າປະກັນສະບຽງອາຫານ ແລະ ປັບປຸງດ້ານໂພຊະນາການ ແລະ ສົ່ງເສີມການກະສິກໍາແບບຍືນຍົງ (SDG2–Zero Hunger); 2) ເປົ້າໝາຍທີ 3: ຮັບປະກັນການມີສຸຂະພາບທີ່ດີ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ດີຂອງທຸກຄົນ ທຸກເກນອາຍຸ (SDG3–Good Health and Well-Being); 3) ເປົ້າໝາຍທີ 6: ຮັບປະກັນໃຫ້ມີນໍ້າໃຊ້ ແລະ ການບໍລິຫານນໍ້າແບບຍືນຍົງ ແລະ ສຸຂະອະນາໄມສໍາລັບໝົດທຸກຄົນ (SDG6–Clean Water and Sanitation); 4) ເປົ້າໝາຍທີ 11: ສ້າງຕົວເມືອງ ແລະ ທີ່ພັກອາໃສຂອງປະຊາຊົນໃຫ້ທົ່ວເຖີງ, ປອດໄພ, ໝັ້ນຄົງທົນທານ ແລະ ຍືນຍົງ (SDG11–Sustainable Cities and Communities); 5) ເປົ້າໝາຍທີ 12: ຮັບປະກັນຮູບແບບການອຸປະໂພກບໍລິໂພກ ແລະ ການຜະລິດໃຫ້ມີຄວາມຍືນຍົງ (SDG12–Responsible Consumption and Production) ແລະ 6) ເປົ້າໝາຍທີ 13: ເອົາມາດຕາການອັນຮີບດ່ວນເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຮັບມືຜົນກະທົບຈາກບັນຫາດັ່ງກ່າວ (SDG13–Climate Action).

ທ່ານ ປອ ສຸລິອຸດົງ ສຸນດາລາ ໄດ້ກ່າວວ່າ: “ໂຄງການ ASEAN Data Science Explorers ເປັນຕົວຢ່າງອັນສຳຄັນຂອງການຮ່ວມມືໃນພາກພື້ນ ສາມາດຊຸກຍູ້ການປະດິດສ້າງ ແລະ ສ້າງທັກສະອັນສຳຄັນໃນອະນາຄົດຂອງຊາວໜຸ່ມຂອງພວກເຮົາ. ໃນໄລຍະ 8 ປີຜ່ານມາ, ໂຄງການດັ່ງກ່າວໄດ້ມີບົດບາດສໍາຄັນໃນການພັດທະນາຄວາມຮູ້ທາງດ້ານດິຈິຕອນໃນ ສປປ ລາວ ຊຶ່ງໄດ້ສົ່ງຜົນດີຕໍ່ນັກຮຽນຫຼາຍກວ່າ 4.000 ຄົນ ແລະ ນັກສຶກສາ 70 ຄົນ ໂດຍການສອດຄ່ອງກັບເປົ້າໝາຍການສຶກສາແຫ່ງຊາດຂອງພວກເຮົາ ໂດຍສະເພາະໃນແຜນພັດທະນາການສຶກສາ ແລະ ກິລາ ປີ 2021-2025 ຂອງ ສປປ ລາວ. ຂໍ້ລິເລີ່ມນີ້ ແມ່ນເຮັດໃຫ້ໄວໜຸ່ມຂອງພວກເຮົາມີເຄື່ອງມືທີ່ຈໍາເປັນ ເພື່ອພັດທະນາກຳລັງແຮງງານທີ່ທັນສະໄໝ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງພາກພື້ນຂອງພວກເຮົາ. ພວກເຮົາຫວັງວ່າຈະສືບຕໍ່ການຮ່ວມມືນີ້, ເນື່ອງຈາກວ່າມັນກະກຽມຊາວໜຸ່ມຂອງພວກເຮົາ ເພື່ອນໍາພາພວກເຮົາໄປສູ່ອະນາຄົດທີ່ມີການເຊື່ອມໂຍງທາງດ້ານດິຈິຕອນ ແລະ ຈະເລີນຮຸ່ງເຮືອງ”.

ການແຂ່ງຂັນໃນຄັ້ງນີ້, ໄດ້ແບ່ງອອກເປັນ 2 ກຸ່ມ ໃນການນໍາສະເໜີບົດຈາກຜູ້ເຂົ້າຮ່ວມແຂ່ງຂັນແຕ່ລະປະເທດສະມາຊິກອາຊຽນ ຄື: ກຸຸ່ມທີ 1 ປະກອບມີ ບຣູໄນ, ກໍາປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ; ກຸ່ມທີ 2 ປະກອບມີ ມຽນມາ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ ໂດຍເປັນຕົວແທນນັກຮຽນ-ນັກສຶກສາ ປະເທດລະ 2 ຄົນ.

ສໍາລັບຜົນການແຂ່ງຂັນ ປາກົດວ່າ ຊະນະເລີດ ໄດ້ແກ່ທີມນັກສຶກສາຈາກ ສສ ຫວຽດນາມ ໄດ້ຮັບທຶນການສຶກສາ 2.000 ໂດລາ ພ້ອມໂລລາງວັນ ແລະ ໃບຢັ້ງຢືນ, ອັນດັບທີ 2 ແມ່ນຕົວແທນນັກສຶກສາຈາກປະເທດມາເລເຊຍ ໄດ້ຮັບທຶນການສຶກສາ 1.500 ໂດລາ ພ້ອມໂລລາງວັນ ແລະ ໃບຢັ້ງຢືນ ແລະ ອັນດັບທີ 3 ແມ່ນຕົວແທນນັກສຶກສາຈາກປະເທດໄທ ໄດ້ຮັບທຶນການສຶກສາ 1.000 ໂດລາ ພ້ອມໂລລາງວັນ ແລະ ໃບຢັ້ງຢືນ.

ໂດຍ ດາວຫວຽດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ