ສຳນັກພິມ ສສກ-ສສ ຫວຽດນາມ ແລກປ່ຽນບົດຮຽນການອອກແບບ ບັນນາທິການ ແລະ ການພັດທະນາປຶ້ມຕ່າງໆ

ສຳນັກພິມສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ສຳນັກພິມສຶກສາ ສສ ຫວຽດນາມ ໄດ້ຈັດກອງປະຊຸມຝຶກອົບຮົມ ແລກປ່ຽນບົດຮຽນກ່ຽວກັບການອອກແບບ, ບັນນາທິການ ແລະ ການພັດທະນາປຶ້ມຕ່າງໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໃນດ້ານວິຊາການຕ່າງໆ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 16 ຕຸລາ 2024 ທີ່ຫ້ອງປະຊຸມ ລັດວິສາຫະກິດໂຮງພິມສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຂອງທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ບົວຄຳ ດາວສະຫວັນ ຜູ້ອຳນວຍການສຳນັກພິມສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແດັງແທງຮາຍ ຮອງບັນນາທິການສໍານັກພິມສຶກສາ ສສ ຫວຽດນາມ, ພ້ອມດ້ວຍຄະນະ, ພະນັກງານ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ສຳລານ ພັນຄະວົງ ໄດ້ກ່າວວ່າ: ໃນນາມຕາງໜ້າໃຫ້ຄະນະນໍາຂອງກະຊວງສຶກສາທິການ ແລະ ກິລາ ຮູ້ສຶກພາກພູມໃຈໄດ້ຮັບການເຊື້ອເຊີນ ແລະ ເປັນກຽດເຂົ້າຮ່ວມກອງປະຊຸມຝຶກອົບຮົມ ແລກປ່ຽນບົດຮຽນກ່ຽວກັບການອອກແບບ, ບັນນາທິການ ແລະ ການພັດທະນາປຶ້ມຕ່າງໆຂອງສຳນັກພິມສຶກສາ ແລະ ກິລາ. ໃນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນ ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນຕໍ່ຄະນະສໍານັກພິມສຶກສາຫວຽດນາມ ທີ່ໄດ້ຫ້າງຫາກະກຽມບັນດາເອກະສານຕ່າງໆ ແລະ ວິທະຍາກອນຜູ້ມີຄວາມຊໍານິຊໍານານໃນການຝຶກອົບຮົມຄັ້ງນີ້ ໂດຍອີງໃສ່ບົດບັນທຶກຊ່ວຍຈຳລະຫວ່າງສອງຝ່າຍທີ່ໄດ້ເຊັນຮ່ວມໃນໄລຍະ 5 ປີ (2022-2027). ພ້ອມກັນນີ້, ສຳນັກພິມ ສສ ຫວຽດນາມ ໄດ້ເອົາໃຈໃສ່ສືບຕໍ່ການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂອງພວກເຮົາຕາມຂອບສັນຍາການຮ່ວມມື ພ້ອມສະໜັບສະໝູນທາງດ້ານເຄື່ອງຈັກການພິມ, ເຄື່ອງຈັກຜະລິດອຸປະກອນການສຶກສາ, ການຝຶກອົບຮົມດ້ານວິຊາການຕ່າງໆ ແລະ ແລກປ່ຽນຜູ້ແທນເຊິ່ງກັນ ແລະ ກັນໃນແຕ່ລະປີ. ທັ້ງນີ້, ຮຽກຮ້ອງໃຫ້ພະນັກງານທີ່ເຂົ້າຮ່ວມສຳມະນາໃນຄັ້ງນີ້ ຈົ່ງເອົາໃຈປະຕິບັດຕາມໂມງເວລາທີ່ໄດ້ກຳນົດໄວ້, ຕັ້ງໃຈຄົ້ນຄວ້າ ແລະ ສົນທະນາແລກປ່ຽນບົດຮຽນຢ່າງກົງໄປກົງມານຳວິທະຍາກອນຂອງຄະນະ ສຳນັກພິມສຶກສາຫວຽດນາມໃນແຕ່ລະຫົວຂໍ້ໃຫ້ໄດ້ຮັບບົດຮຽນສຳຄັນ ເພື່ອນໍາໄປຈັດຕັ້ງຕິບັດເຂົ້າໃນວຽກງານຕົວຈິງວິຊາສະເພາະຂອງຕົນ ແລະ ອົງກອນ.
ພ້ອມກັນນີ້, ທ່ານ ປອ ສໍາລານ ພັນຄະວົງ ໄດ້ກ່າວອີກວ່າ: ສຳນັກພິມສຶກສາ ແລະ ກິລາ ເປັນອົງກອນທີ່ສ້າງຕັ້ງຂຶ້ນໃໝ່ ບຸກຄະລາກອນຍັງຂາດປະສົບການ ສະນັ້ນ ຕ້ອງເອົາໃຈໃສ່ຖອດຖອນບົດຮຽນ ຕັ້ງຄຳຖາມ ແລກປ່ຽນຄຳຄິດເຫັນນຳວິທະຍາກອນ ສສ ຫວຽດນາມໃຫ້ຫຼາກຫຼາຍ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ ກໍຄືສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກ່ຽວກັບວິທີການ ແລະ ຂັ້ນຕອນໃນການອອກແບບ ການບັນນາທິການ ກໍຄືດ້ານການພັດທະນາປຶ້ມອ່ານເສີມຕ່າງໆທີ່ຕິດພັນກັບການພັດທະນາສົ່ງເສີມທາງດ້ານໄອທີ ເຂົ້າມາຊ່ວຍເພື່ອພັດທະນາໃນຮູບແບບທັນສະໄໝ ແລະ ຍືນຍົງ.
ຕອນທ້າຍ ທ່ານ ຮອງລັດຖະມົນຕີ ສສກ ໄດ້ຖືໂອກາດສະແດງຄວາມຊົມເຊີຍການນໍາສໍານັກພິມສຶກສາ ຫວຽດນາມ ທີ່ໄດ້ຫ້າງຫາກະກຽມງານສະເຫຼີມສະຫຼອງວັນສ້າງຕັ້ງສຳນັກພິມສຶກສາ ນະຄອນໂຮຈີມິນ ຄົບຮອບ 45 ປີ (1979-2024) ແລະ ວັນສ້າງຕັ້ງສໍານັກພິມສຶກສານະຄອນດານັງ ຄົບຮອບ 30 ປີ (1994-2024) ໃນກາງເດືອນພະຈິກ 2024 ນີ້.
ໂດຍ ບຸນທະວີ















