Skip to main content
27/09/2023 | ສຶກສາ

ສຳເລັດການຖ່າຍທຳວິດີໂອຄູຕົວແບບ ຜູ້ອໍານວຍການ ທີ່ເປັນແບບຢ່າງ ໃນການບໍລິຫານຄຸ້ມຄອງໂຮງຮຽນ

ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ) ຮ່ວມກັບທີມງານບີຄວາ ໄດ້ສຳເລັດການຖ່າຍທຳວິດີໂອຄູຕົວແບບທີ 6 ໂດຍສະເພາະຜູ້ອໍານວຍການຕົວແບບ ທີ່ເມືອງຄຳ ແຂວງຊຽງຂວາງ ໃນດ້ານການບໍລິຫານຄຸ້ມຄອງໂຮງຮຽນ ເພື່ອໃຫ້ຜູ້ບໍລິຫານໂຮງຮຽນອື່ນໆນຳເອົາບົດຮຽນໄປປັບໃຊ້ເຂົ້າກັບການບໍລິຫານຄຸ້ມຄອງໂຮງຮຽນຂອງພວກຕົນ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດການຮຽນການສອນມີປະສິດທິພາບຫຼາຍຂຶ້ນໃນອະນາຄົດ. ການລົງຖ່າຍທຳວິດີໂອຄູຕົວແບບທີ 6 ຄັ້ງນີ້ ໄດ້ມີຂຶ້ນໃນລະຫວ່າງວັນທີ 17-23 ກັນຍາ 2023 ທີ່ໂຮງຮຽນປະຖົມສົມບູນລ້ອງລານ ເມືອງຄໍາ ແຂວງຊຽງຂວາງ ນຳພາໂດຍ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ອ່ອນສີ ແກ້ວພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຊຽງຂວາງ ແລະ ທ່ານ ນາງ ຄໍຣິນ ຈາວາຣີ ຫົວໜ້າຝ່າຍການສື່ສານ ແຜນງານບີຄວາ ນອກຈາກນີ້ ຍັງມີພະນັກງານວິຊາການຈາກ ສຄຂ, ຈາກພະແນກສຶກສາທິການ ແລະ ກິລາແຂວງ ແລະ ວິຊາການຈາກຫ້ອງການສຶກສາທິການ […]

20/09/2023 | ສຶກສາ

ຮອງຫົວໜ້າ ສກຂ ຊຽງຂວາງ ເຄື່ອນໄຫວຕິດຕາມທີມງານຖ່າຍທໍາຄູຕົວແບບ ທີ່ໂຮງຮຽນປະຖົມ ລ້ອງລານ

ທ່ານ ອ່ອນສີ ແກ້ວພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຊຽງຂວາງ ໄດ້ລົງເຄື່ອນໄຫວຕິດຕາມຄະນະທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ກະຊວງສຶກສາທິການ ແລະ ກິລາ ທີ່ລົງຖ່າຍທໍາວິດິໂອຄູຕົວແບບ, ຜູ້ອໍານວຍການທີ່ເປັນແບບຢ່າງໃນການບໍລິຫານໂຮງຮຽນ ເມື່ອວັນທີ 19 ກັນຍາ 2023 ທີ່ໂຮງຮຽນປະຖົມລ້ອງລານ ເມືອງຄໍາ ໂດຍມີທ່ານ ສຸກສາຄອນ ສີປະເສີດ ຜູ້ອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ນາງ ຄໍຣິນ ຈາວາລີ ຫົວໜ້າຝ່າຍສື່ສານ ແລະ ການຜະລິດວິດິໂອ ພ້ອມທີມງານໃຫ້ກຽດເຂົ້າຮ່ວມ