Skip to main content

 ສສກ ປະເມີນຄືນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ     

05/06/2024

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປະເມີນຄືນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ເມື່ອວັນທີ 3 ມິຖຸນາ 2024 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ສະຫາຍ ປອ ສຳລານ ພັນຄະວົງ ຮອງເລຂາຄະນະພັກກະຊວງ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຄະນະປະຈຳພັກ, ຄະນະບໍລິຫານພັກກະຊວງ, ຄະນະພັກ ມຊ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ເພາະຈະໄດ້ຜ່ານບົດສະຫຼຸບການປະເມີນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ, ມະຕິ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ- ຄຸ້ມຄອງ ສະບັບເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 ແລະ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ສະບັບເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018. ພ້ອມກັນນັ້ນ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກສະຫາຍຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດຊອບຮ່ວມກັນ ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ກອງປະຊຸມປະສົບຜົນສຳເລັດຢ່າງຈົບງາມ.

ຂະນະດຽວກັນນັ້ນ, ສະຫາຍ ນາງ ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານບົດສະຫຼຸບແຜນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ສໍານັກກະຊວງສຶກສາທິການ ແລະ ກິລາ ປີ 2021-2025 ແລະ ທິດທາງແຜນການແຕ່ປີ 2024-2025 ສາມາດຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແຕ່ປີ 2021-2025  ມີຜົນສໍາເລັດດ້ານການຊັບຊ້ອນແຕ່ງຕັ້ງ ແລະ ຈັດວາງພະນັກງານຕາມແຜນກຳນົດພະນັກງານນໍາພາຄຸ້ມຄອງ, ແຕ່ງຕັ້ງເປັນເລຂາຄະນະພັກ-ວ່າການແທນອະທິການບໍດີມະຫາວິທະຍາໄລແຫ່ງຊາດ 1 ສະຫາຍ, ແຕ່ງຕັ້ງເປັນຮອງເລຂາຄະນະພັກ-ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ 2 ສະຫາຍ, ແຕ່ງຕັ້ງເປັນຫົວໜ້າກົມ ແລະ ທຽບເທົ່າກົມ 6 ສະຫາຍ, ແຕ່ງຕັ້ງເປັນຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ທຽບເທົ່າຮອງຫົວໜ້າກົມ 13 ສະຫາຍ, ຍິງ 5 ສະຫາຍ, ຄົ້ນຄວ້າແຕ່ງຕັ້ງພະນັກງານໄປບຳລຸງຍົກລະດັບທາງດ້ານວິຊາສະເພາະ, ທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ຈໍານວນ 13 ສະຫາຍ.

ສ່ວນທິດທາງແຜນການໃນຕໍ່ໜ້າ ແຕ່ປີ 2024-2025 ແມ່ນສືບຕໍ່ຕີລາຄາ ແລະ ປະເມີນຄືນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ທີ່ຖືກຮັບຮອງ ພ້ອມທັງສະຫຼຸບ ຖອດຖອນບົດຮຽນ ເພື່ອແນໃສ່ປັບປຸງ ແລະ ແກ້ໄຂບັນດາເປົ້າໝາຍທີ່ນອນໃນແຜນກຳນົດ; ປະສານສົມທົບກັບຄະນະພັກ, ຄະນະນໍາຂັ້ນຕ່າງໆ ໃນການສ້າງແຜນກຳນົດ ພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນກະຊວງຄຸ້ມຄອງ ເພື່ອປະເມີນຄືນໃນແຕ່ລະປີ; ຄົ້ນຄວ້າພິຈາລະນາບັນດາເປົ້າໝາຍທີ່ນອນໃນແຜນກຳນົດໃນແຕ່ລະຕຳແໜ່ງງານ ຜ່ານການປະເມີນ ມີຄະແນນຫຼຸດ 40% ແລະ ຄົ້ນຄວ້າເປົ້າໝາຍໃໝ່ທົດແທນ; ສັງລວມ, ນໍາສະເໜີ ແລະ ຂໍອະນຸມັດຮັບຮອງເປົ້າໝາຍໃໝ່ ທີ່ຜ່ານການທາບທາມມາທົດແທນໃນຕຳແໜ່ງງານທີ່ຫວ່າງ; ຄະນະພັກຄະນະນໍາແຕ່ລະຂັ້ນ, ແຕ່ລະພາກສ່ວນສືບຕໍ່ສ້າງແຜນການກໍ່ສ້າງ, ບຳລຸງຍົກລະດັບໄລຍະສັ້ນ, ໄລຍະຍາວ ພະນັກງານທີ່ເປັນເປົ້າໝາຍໃນແຜນກຳນົດພະນັກງານນໍາພາ-ຄຸ້ມຄອງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢູ່ພາຍໃນ ແລະ ຕ່າງປະເທດຕາມເງື່ອນໄຂຕົວຈິງ. ພ້ອມກັນນັ້ນ, ຍັງສືບຕໍ່ນໍາສົ່ງພະນັກງານລົງຮຽນຮູ້ ແລະ ທົດສອບວຽກງານຕົວຈິງຢູ່ທ້ອງຖິ່ນຮາກຖານໂດຍຕິພັນກັບຍຸດທະສາດພັດທະນາຄູ ແລະ ບຸກຄະລາກອນການສຶກສາ 5 ປີ; ສືບຕໍ່ຄົ້ນຄວ້າ ແລະ ຈັດວາງຕຳແໜ່ງພະນັກງານນໍາພາຄຸ້ມຄອງໃສ່ກົງຈັກໃຫ້ຄົບຊຸດຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບໃນການສັບຊ້ອນຈັດວາງໃຫ້ຄົບຖ້ວນຕາມໂຄງປະກອບກົງຈັກ ແລະ ໂຄງປະກອບບຸກຄະລາກອນໃນສະເພາະໜ້າ ແລະ ຍາວນານ ແລະ ສືບຕໍ່ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດ ແລະ ປະເມີນແຜນກຳນົດພະນັກງານນໍາພາ-ຄຸ້ມຄອງໃນແຕ່ລະໄລຍະຕາມການກຳນົດ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ