Skip to main content

ສສກ ຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024 ແລະ ຈະມີການສອບເສັງຄັດເລືອກ ໃນລະຫວ່າງວັນທີ 18-20 ມິຖຸນານີ້

10/06/2024

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍແຈ້ງມາຍັງບັນດານັກສຶກສາທີ່ຮຽນຈົບຈາກພາຍໃນ ແລະ ຕ່າງປະເທດ ຜູ້ທີ່ຮຽນດີຮຽນເກັ່ງ ລະດັບການສຶກສາຈົບປະລິນຍາຕີຂຶ້ນໄປ ທີ່ຍັງບໍ່ທັນມີວຽກເຮັດງານທຳ ແລະ ມີຄວາມສົນໃຈຢາກສະໝັກເຂົ້າເຮັດວຽກຢູ່ກະຊວງສຶກສາທິການ ແລະ ກິລາ ປະຈຳປີ 2024 ຈຳນວນ 03 ຕຳແໜ່ງງານ, ຊຶ່ງມີລາຍລະອຽດ ດັ່ງນີ້:

  1. I. ຕຳແໜ່ງງານທີ່ຕ້ອງການ:
  2. ເຕັກໂນໂລຊີຂໍ້ມູນຂ່າວສານ 01 ຕຳແໜ່ງ
  3. ການພັດທະນາຊັບພະຍາກອນມະນຸດ 01 ຕຳແໜ່ງ
  4. ການບັນຊີ 01 ຕຳແໜ່ງ
  5. ເງື່ອນໄຂສະໝັກສອບເສັງເປັນລັດຖະກອນ:
  6. ມີປະກາສະນີຍະບັດຈົບປະລິນຍາຕີຂຶ້ນໄປ, ຄະແນນສະເລ່ຍ GPA 3.00 ຂຶ້ນໄປ (ສາຂາວິຊາທີ່ໄດ້ລະບຸໄວ້ ໃນຂໍ້ 1)
  7. ຖືສັນຊາດລາວໂດຍກຳເນີດ: ອາຍຸ 18-35 ປີ
  8. ມີຄວາມຮູ້, ຄວາມສາມາດໃນການນຳໃຊ້ຄອມພິວເຕີ ໃນລະດັບດີ
  9. ສາມາດສື່ສານພາສາອັງກິດໄດ້ໃນລະດັບດີ (ພາກຂຽນ ແລະ ພາກເວົ້າ)
  10. ມີມະນຸດສຳພັນດີ, ບໍ່ເກີຍຖືກຕ້ອງໂທດ ຫຼື ຖືກປະຕິບັດວິໄປໃດງມາກ່ອນ ແລະ ມີຄວາມຕັ້ງໃຈຢາກ ປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຢ່າງແທ້ຈິງ
  11. ມີສຸຂະພາບແຂງແຮງດີ (ທາງດ້ານຮ່າງກາຍ ແລະ ຈິດໃຈ)

III. ການເປີດຮັບສະໝັກ:

  • ການເປີດຮັບສະໝັກ ເລີ່ມແຕ່ວັນທີ 03-11 ມິຖຸນາ 2024 (ຕາມໂມງລັດຖະການ)
  • ຜູ້ສະໜັກໃຫ້ມາພົວພັນເອົາແບບຟອມດ້ວຍຕົນເອງ ທີ່ກົມຈັດຕັ້ງ ແລະ ພະນັກງານ (ຫ້ອງ 109), ກະຊວງ ສຶກສາທິການ ແລະ ກິລາ ເບີໂທຕິດຕໍ່: 021 216018, 020 55410505, 020 54539512
  1. ການສອບເສັງດັດເລືອກ:
  • ການສອບເສັງຄັດເລືອກ (ພາກທິດສະດີ, ວິຊາສະເພາະ ແລະ ສໍາພາດ) ໃນລະຫວ່າງວັນທີ 18-20 ມິຖຸນາ 2024 ທີ່ກະຊວງສຶກສາທິການ ແລະ ກິລາ:

ໝາຍເຫດ: ຜູ້ທີ່ມາສະໜັກໃຫ້ຖືປະກາສະນີຍະບັດ ແລະ ໃບຄະແນນມາພ້ອມ ເພື່ອກວດກາວິຊາສະເພາະໃຫ້ຖືກ ຕ້ອງຕາມຕຳແໜ່ງງານທີ່ຕ້ອງການຕົວຈິງ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ