Skip to main content

“ອັກສອນສະຫວັນ” ໂຮງຮຽນເອກະຊົນລາວ ທີ່ເນັ້ນມາດຕະຖານສາກົນ ເປີດພຽງ 2 ປີ ສັງຄົມໃຫ້ການຍອມຮັບເປັນຢ່າງດີ

05/06/2024

ວຽກງານການສຶກສາ ແມ່ນຂະບວນການຮຽນການສອນ ແລະ ການຮຽນຮູ້ທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ແລະ ເຕັກໂນໂລຊີ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ຂະຫຍາຍຕົວຢ່າງຮອບດ້ານ ຊຶ່ງການພັດທະນາວຽກງານດັ່ງກ່າວໃຫ້ໄດ້ມາດຕະຖານ, ມີຄຸນນະພາບ ແລະ ມີຄວາມຍືນຍົງນັ້ນ ແມ່ນເພື່ອແນໃສ່ພັດທະນາຄົນໃຫ້ກາຍເປັນພົນລະເມືອງດີ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ, ມີວິຊາຊີບ, ມີຄວາມຊຳນິຊຳນານງານ, ມີສຸຂະພາບພະລານາໄມແຂງແຮງ, ຮູ້ຮັກສາ ແລະ ສົ່ງເສີມສິລະປະ-ວັດທະນະທຳ ແລະ ຮີດຄອງປະເພດນີອັນດີງາມຂອງຊາດ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລ ຕາມຍຸກສະໄໝ ຊຶ່ງໜຶ່ງໃນນັ້ນ “ໂຮງຮຽນ ອັກສອນສະຫວັນ” ກໍເປັນອີກໜຶ່ງສະຖານການສຶກສາພາກເອກະຊົນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ຊ່ວຍພັກ-ລັດ ໃນການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ.

ທ່ານ ນາງ ວິໄລວັນ ເພັດລຳພັນ ປະທານໂຮງຮຽນ ອັກສອນສະຫວັນ

ທ່ານ ນາງ ວິໄລວັນ ເພັດລຳພັນ ປະທານໂຮງຮຽນ ອັກສອນສະຫວັນ ຫຼື “Aksonesavanh School” ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ ເມື່ອຕອນເຊົ້າວັນທີ 5 ມິຖຸນາ 2024 ວ່າ: ໂຮງຮຽນອັກສອນສະຫວັນຂອງພວກເຮົາ ແມ່ນເລີ່ມສ້າງຕັ້ງ ແລະ ເປີດການຮຽນການສອນນັບຕັ້ງແຕ່ປີ 2022 ເປັນຕົ້ນມາ ມີພະນັກງານ, ຄູອາຈານ ທັງໝົດ 44 ທ່ານ (ຄູລາວ ແລະ ຄູຕ່າງປະເທດ) ແລະ ມີນ້ອງນັກຮຽນຫຼາຍກວ່າ 350 ນ້ອງ ໃນນີ້ມີທັງນັກຮຽນລາວ ແລະ ນັກຮຽນຕ່າງປະເທດ ໂດຍແຮງບັນດານໃຈໃນການສ້າງໂຮງຮຽນແຫ່ງນີ້ຂຶ້ນມາກໍຍ້ອນຕົນເອງໄດ້ໄປພົບເຫັນ, ໄດ້ໄປສຳຜັດ ແລະ ໄດ້ມີການຮ່ວມວຽກກັບຫຼາຍປະເທດທີ່ມີລະບຽບວິໄນ ແລະ ມີຄວາມກ້າຫານ ຈຶ່ງເຮັດໃຫ້ຕົນເອງມີແນວຄວາມຄິດວ່າ ຖ້າຢາກແກ້ໄຂບັນຫາຂອງສັງຄົມ ແລະ ພັດທະນາຄົນລາວເຮົາໃຫ້ກ້າວສູ່ສັງຄົມຂອງສາກົນໄດ້ຢ່າງມີຄຸນນະພາບນັ້ນ ຄືເຮົາຕ້ອງມີໂຮງຮຽນໃດໜຶ່ງເປັນບ່ອນກໍ່ສ້າງພວກເຂົາ ດັ່ງນັ້ນ, ຕົນເອງຈຶ່ງມີແນວຄິດຢາກສ້າງໂຮງຮຽນລາວ ແຕ່ມີມາດຕະຖານລະດັບສາກົນ ກໍເລີຍຕັດສິນໃຈສ້າງ ໂຮງຮຽນ ອັກສອນສະຫວັນ ຂຶ້ນມາ ພາຍໃຕ້ວິໄສທັດ “ສ້າງຄົນໃຫ້ມີຄວາມສະຫຼາດດ້ານອາລົມຈິດ; ສ້າງຄົນໃຫ້ມີວິໄນ, ມີຄວາມຮັບຜິດຊອບສູງຕໍ່ຕົນເອງ ແລະ ສັງຄົມ; ສ້າງຄົນ ໃຫ້ເປັນຄົນທີ່ມີຄວາມກ້າຫານ ແລະ ກ້າສະແດງອອກແບບບໍ່ມີຂອບເຂດຈຳກັດ ເພື່ອການພັດທະນາສູ່ສາກົນ”.

ເມື່ອເວົ້າເຖິງຫຼັກສູດການຮຽນ-ການສອນ ທາງໂຮງຮຽນອັກສອນສະຫວັນຂອງພວກເຮົາ ແມ່ນໄດ້ອີງໃສ່ຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ເປັນຫຼັກ ແຕ່ພວກເຮົາກໍໄດ້ມີການເພີ່ມພາສາທີ່ມີຄວາມສຳຄັນໃນການໃຊ້ສື່ສານໃນປັດຈຸບັນເຂົ້າເພີ່ມ ເຊັ່ນ: ພາສາອັງກິດ ແລະ ພາສາຈີນ ຊຶ່ງແບ່ງເປັນອັດຕາສ່ວນ ຄື ພາສາລາວ 60%, ພາສາອັງກິດ 30% ແລະ ພາສາຈີນ 10%. ສຳລັບຄ່າຮຽນນັ້ນ ແມ່ນເປັນລາຄາບໍ່ແພງເກີນໄປ ຄົນລາວເຮົາສາມາດຈັບຕ້ອງໄດ້ ແລະ ພວກເຮົາເກັບເອກະພາບກັນທັງນັກຮຽນລາວ ແລະ ນັກຮຽນຕ່າງປະເທດ ຊັ້ນລ້ຽງເດັກ-ອະນຸບານ 1.890.000 ກີບຕໍ່ເດືອນ, ຊັ້ນປະຖົມສຶກສາ 2.090.000 ກີບຕໍ່ເດືອນ ແລະ ຊັ້ນມັດທະຍົມສຶກສາ 2.390.000 ກີບຕໍ່ເດືອນ.

ທ່ານປະທານໂຮງຮຽນ ກ່າວອີກວ່າ: ຜ່ານການຈັດຕັ້ງການຮຽນການສອນໃນ 2 ສົກຮຽນ ຜ່ານມາ ພວກເຮົາຂ້ອນຂ້າງມີຄວາມພາກພູມໃຈ ແລະ ເປັນກຽດທີ່ສຸດ ທີ່ໄດ້ຮັບຄວາມໄວ້ວາງໃຈເປັນຢ່າງດີຈາກສັງຄົມ ກໍຄືພໍ່ແມ່ຜູ້ປົກຄອງນັກຮຽນ ດ້ວຍການນຳພາລູກຫຼານເຂົ້າມາສຶກສາຮ່ຳຮຽນທີ່ໂຮງຮຽນຂອງພວກເຮົາຢ່າງຫຼວງຫຼາຍ. ພ້ອມນັ້ນ, ທາງໂຮງຮຽນ ຍັງມີການປະເມີນຜົນການຮຽນຂອງນັກຮຽນໃຫ້ກັບຜູ້ປົກຄອງໃນແຕ່ລະເດືອນ ເພື່ອໃຫ້ຮູ້ໄດ້ວ່າຈາກເດັກນ້ອຍທີ່ຍັງບໍ່ຮູ້ພາສາຫຍັງກ່ອນເຂົ້າມາ ແຕ່ຜ່ານການສຶກສາຮ່ຳຮຽນຢູ່ໂຮງຮຽນແຫ່ງນີ້ແລ້ວ ເຫັນວ່າພວກເຮົາເລີ່ມສາມາດອ່ານອອກຂຽນເປັນແລ້ວ.

ຕໍ່ກັບຜົນສຳເລັດທີ່ກ່າວມາຂ້າງເທິງນັ້ນ ມັນກໍບໍ່ແມ່ນເລື່ອງງ່າຍ ພວກເຮົາຕ້ອງໄດ້ມີການປູກຈິດສຳນຶກໃຫ້ກັບນ້ອງນ້ອຍນັກຮຽນ, ສ້າງໃຫ້ເຂົາເຈົ້າຮູ້ຈັກການປ່ຽນແປງ, ມີການປະເມີນຜົນການຮຽນຮູ້ ແລະ ມີການປະເມີນທຸກສິ່ງທຸກຢ່າງເປັນປະຈຳໃນແຕ່ລະເດືອນ. ພ້ອມນັ້ນທາງໂຮງຮຽນພວກເຮົາຍັງໄດ້ເອົາໃຈໃສ່ເປັນພິເສດ ວ່ານັກຮຽນຄົນໃດ ອ່ອນດ້ານໃດ ກໍຈະສຸມໃສ່ແກ້ດ້ານນັ້ນ ເພື່ອໃຫ້ສາມາດຮຽນທັນໝູ່ເພື່ອນລຸ້ນດຽວກັນ ໂດຍໃຫ້ຜູ້ປົກຄອງ, ຄູອາຈານ ແລະ ໂຮງຮຽນ ມີສ່ວນຮ່ວມ. ຄຽງຄູ່ກັບຄວາມເອົາໃຈໃສ່ດ້ານຜົນການຮຽນຂອງນັກຮຽນແລ້ວ ພວກເຮົາຍັງເອົາໃຈໃສ່ພັດທະນາດ້ານບຸກຄະກອນ ດ້ວຍການສົ່ງຄູໄປຍົກລະດັບທັງພາຍໃນ ແລະ ຕ່າງປະເທດ ໃຫ້ກາຍເປັນຄູທີ່ມີຄວາມຮູ້ຄວາມສາມາດ ເພື່ອມາຊ່ວຍພັດທະນາໂຮງຮຽນໃຫ້ກາຍເປັນໂຮງຮຽນຕົວແບບຄຸນນະພາບ ແລະ ໃຫ້ສົມກັບທີ່ໄດ້ຮັບການຂະໜານນາມວ່າ “ຄູ ແມ່ນຄົນຂອງພັກ, ຄູ ແມ່ນວິສະວະກອນແຫ່ງດວງວິນຍານ, ຄູ ແມ່ນແມ່ພິມຂອງຊາດ, ຄູ ແມ່ນພໍ່ແມ່ຜູ້ທີ່ສອງຂອງເດັກ, ຄູ ແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ, ຄູ ຄືຜູ້ນໍາພາການປ່ຽນແປງໃໝ່ ແລະ ອື່ນໆ”.

“ສຳລັບກິດຈະກຳໃນໄລຍະພັກແລ້ງ ຫຼື ພັກສິ້ນປີຮຽນ ພວກເຮົາກໍມີການວາງແຜນໄວ້ຫຼາຍກິດຈະກຳ ໂດຍສະເພາະຈະມີການຮ່ວມກັນກັບໂຮງຮຽນນານາຊາດ ທີ່ມີຊື່ສຽງລະດັບແຖວໜ້າຂອງສປປ ລາວເຮົາ ດ້ວຍການເຕົ້າໂຮມກັນ ເພື່ອໃຫ້ພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ໃຫ້ນັກຮຽນຝຶກຂຽນບົດຄວາມດ້ວຍຕົນເອງ, ຈັດກິດຈະກຳໃຫ້ເດັກນ້ອຍໄດ້ໄປທັດສະນະສຶກສາທີ່ປະເທດເພື່ອນບ້ານ (ໄທ), ກິດຈະກຳການເຕັ້ນ ແລະ ການຫຼິ້ນກິລາ ເພື່ອໃຫ້ເຂົາເຈົ້າໄດ້ຮັບປະສົບການໃໝ່”.

ໂຮງຮຽນ ອັກສອນສະຫວັນ ແມ່ນຕັ້ງຢູ່ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນໜຶ່ງໃນໂຮງຮຽນຂອງຄົນລາວ ໂດຍຫຼັກສູດການຮຽນ-ການສອນ ຂອງກະຊວງສຶກສາທິການ ແລະ ກິລາ ແຕ່ນໍາໃຊ້ມາດຕະຖານການສອນແບບທຽບເທົ່າໂຮງຮຽນສາກົນ, ມີຄູສອນຈາກຫຼາຍປະເທດ ຄື: ປະເທດຈີນ, ຟິລິບປິນ, ອາຟຣິກາ ແລະ ລາວ. ສະນັ້ນ, ທ່ານໃດສົນໃຈ ຢາກສົ່ງລູກຫຼານເຂົ້າຮຽນໃນໂຮງຮຽນແຫ່ງນີ້ ສາມາດຕິດຕໍ່ໄດ້ທີ່ເບີ: 020 2222 2329, 020 5289 4456 ແລະ 021 671 056-67 ຫຼື ຕິດຕາມຄວາມເຄື່ອນໄຫວຕ່າງໆໄດ້ທີ່ Facebook: Aksonesavanh School.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ.
ພາບໂດຍ: ລູກນ້ຳເຊ ອິນທະດາລິນ ແລະ Aksonesavanh School.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ