Skip to main content

ສກຂ ບໍລິຄຳໄຊ ມີຜົນງານການປະຕິບັດ ແລະ ພັດທະນາວຽກງານການສຶກສາ-ກິລາພົ້ນເດັ່ນຫຼາຍດ້ານ

04/06/2024

ໃນໄລຍະສົກຮຽນ 2022-2023 ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ບໍລິຄຳໄຊ ໄດ້ມີຜົນງານການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປະຈໍາສົກຮຽນ 2022-2023 ໃນຈໍານວນ 15 ຄາດໝາຍຫຼັກ ສາມາດເຮັດສໍາເລັດໄດ້ 9 ຄາດໝາຍ, ມີຄວາມຄືບໜ້າ 5 ຄາດໝາຍ ແລະ ທົດຖອຍ 1 ຄາດໝາຍ (ອັດຕາເຂົ້າຮຽນໃໝ່ລວມ ມ.4 ຫຼຸດລົງຈາກສົກຮຽນຜ່ານມາ 64,3% ມາເປັນ 63,6% ຄາດໝາຍທີ່ກຳນົດແມ່ນ 65,2% ).
ທ່ານ ລົມ ແພງສຸກ ຫົວໜ້າພະແນກສືກສາທິການ ແລະ ກິລາແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ ວ່າ: ສະພາບການຈັດຕັ້ງປະຕິບັດ ແລະ ພັດທະນາວຽກງານການສຶກສາແຂວງ ທົ່ວແຂວງມີພະນັກງານ-ລັດຖະກອນສຶກສາ ແລະ ກິລາ ທັງໝົດ 3.305 ຄົນ, ຍິງ 1.828 ຄົນ, ຄູສອນ 2.921ຄົນ, ຍິງ 1.676 ຄົນ, ບໍລິຫານ 384 ຄົນ, ຍິງ 152 ຄົນ, ປະລິນຍາເອກ 2 ຄົນ, ຍິງ 0 ຄົນ, ປະລິນຍາໂທ 32 ຄົນ, ຍິງ 7 ຄົນ, ເໜືອປະລິນຍາຕີ 1 ຄົນ, ຍິງ 1 ຄົນ, ປະລິນຍາຕີ 825 ຄົນ, ຍິງ 565 ຄົນ, ຊັ້ນສູງ 1.634 ຄົນ, ຍິງ 873 ຄົນ, ຊັ້ນກາງ 785 ຄົນ, ຍິງ 370 ຄົນ, ຊັ້ນຕົ້ນ 27 ຄົນ, ຍິງ 12 ຄົນ, ມີໂຮງຮຽນທັງໝົດ 481 ແຫ່ງ, ໃນນັ້ນ ຊັ້ນອະນຸບານ 95 ແຫ່ງ, ປະຖົມ 319 ແຫ່ງ, ມັດທະຍົມ 67 ແຫ່ງ (ມ.ຕົ້ນ 41 ແຫ່ງ, ມສ 24 ແຫ່ງ ແລະ ມ.ປາຍ 2 ແຫ່ງ). ຄູສອນທັງໝົດ 2.921 ຄົນ, ຍິງ 1.676 ຄົນ. ຜູ້ບໍລິຫານ 384 ຄົນ, ຍິງ 152 ຄົນ. ມີຄູອາສາສະໝັກ 106 ຄົນ ຍິງ 87 ຄົນ, ມີນັກຮຽນທັງໝົດ 69.996 ຄົນ, ຍິງ 34.143 ຄົນ, ຊັ້ນອະນຸບານ 9.696 ຄົນ, ຍິງ 4.782 ຄົນ, ຊັ້ນປະຖົມ 34.179 ຄົນ, ຍິງ 16.564 ຄົນ, ຊັ້ນ ມ.ຕົ້ນ 18.281 ຄົນ, ຍິງ 9.001 ຄົນ, ຊັ້ນ ມ.ປາຍ 7.840 ຄົນ, ຍິງ 3.796 ຄົນ.

ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ

ຈຸດພິເສດທີ່ເປັນທ່າແຮງໃນການພັດທະນາວຽກງານການສຶກສາ ມີຄື: ແຂວງບໍລິຄໍາໄຊເປັນແຂວງໜຶ່ງທີ່ມີຄວາມກິ່ວທີ່ສຸດຖ້າທຽບໃສ່ທຸກແຂວງໃນພາກກາງຂອງ ສປປ ລາວ, ເປັນແຂວງທີ່ຕິດກັບນະຄອນຫຼວງ ຊຶ່ງເປັນທ່າແຮງອັນໜຶ່ງທີ່ເຮັດໃຫ້ການປະສານວຽກງານລະຫວ່າງແຂວງກັບສຸນກາງມີຄວາມສະດວກ ແລະ ເປັນແຂວງທີ່ມີຊາຍແດນຕິດກັບ 2 ປະເທດເພື່ອນບ້ານ ຫວຽດນາມ ແລະ ໄທ ເຮັດໃຫ້ມີຄວາມສະດວກໃນການພົວພັນ-ແລກປ່ຽນວຽກງານການພັດທະນາການສຶກສາຮ່ວມກັນ, ມີການຮ່ວມມືກັບບັນດາແຂວງຂອງ ສສ ຫວຽດນາມ ໄດ້ເຊັນ MOU (Memorandum Of Understanding) ກ່ຽວກັບວຽກງານການສຶກສາ, ສິ່ງທີ່ເປັນທ່າແຮງຫຼັກຂອງແຂວງແມ່ນການໃຫ້ທຶນຂອງ 2 ປະເທດ ເພື່ອສົ່ງນັກສຶກສາໄປສຶກສາຕໍ່ໃນລະດັບປະລິນຍາເອກ, ປະລິນຍາໂທ ແລະ ປະລິນຍາຕີ ໃນນັ້ນທາງ ສສ ຫວຽດນາມ ຍັງໃຫ້ທຶນການສຶກສາແກ່ນັກຮຽນທີ່ຈົບຊັ້ນ ມ.ຕົ້ນ ໄປຮຽນຕໍ່ໃນລະດັບ ຊັ້ນ ມ.ປາຍ ໃນສົກຮຽນຜ່ານມາ ຈໍານວນ 7 ນ້ອງ. ນອກນີ້ໃນສົກຮຽນ 2022-2023 ທີ່ຜ່ານມາຍັງໄດ້ຮັບການຊ່ວຍເຫຼືອຈາກກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມໃນການສ້ອມແປງອາຄານ ແລະ ສະໜອງອຸປະກອນການຮຽນການສອນໃຫ້ແກ່ໂຮງຮຽນ 64 ແຫ່ງ ມີມູນຄ່າຫຼາຍກ່ວາ 7 ຕື້ກີບ.
ສຳລັບວຽກງານທີ່ຜົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານການສຶກສາຂອງພະແນກ ໃນສົກຮຽນ 2022-2023 ຜ່ານມາ ມີຄື: ຜ່ານການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປະຈໍາສົກຮຽນ 2022-2023 ໃນຈໍານວນ 15 ຄາດໝາຍຫຼັກ ສາມາດເຮັດສໍາເລັດໄດ້ 9 ຄາດໝາຍ, ມີຄວາມຄືບໜ້າ 5 ຄາດໝາຍ ແລະ ທົດຖອຍ 1ຄາດໝາຍ (ອັດຕາເຂົ້າຮຽນໃໝ່ລວມ ມ.4 ຫຼຸດລົງຈາກສົກຮຽນຜ່ານມາ 64,3% ມາເປັນ 63,6% ຄາດໝາຍທີ່ກຳນົດແມ່ນ 65,2%); ໄດ້ສ້າງແບບສອບຖາມກ່ຽວກັບການປະລະການຮຽນຂອງນັກຮຽນໃນຊັ້ນມັດຖະຍົມ; ໃນແຕ່ລະປີພວກເຮົາໄດ້ສົ່ງພະນັກງານລົງຮາກຖານຕາມສາຍຕັ້ງຢູ່ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ໂຮງຮຽນອີກຈໍານວນໜຶ່ງ; ວຽກງານກິລາໄດ້ມີການຈັດການແຂ່ງຂັນກິລາ-ສິລະປະ ລະຫວ່າງຫ້ອງຕໍ່ຫ້ອງ, ໂຮງຮຽນຕໍ່ໂຮງຮຽນຢ່າງເປັນປົກກະຕິ; ການສອບເສັງນັກຮຽນເກັ່ງລະດັບປະເທດໃນສົກຮຽນທີ່ຜ່ານມາ ກໍສາມາດຍາດໄດ້ອັນດັບທີ່ 1 ໃນຫຼາຍວິຊາ (ວິຊາພາສາລາວ, ວິຊາຟີຊິກ).
ຄຽງຄູ່ກັບຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກກງານດັ່ງກ່າວ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນ ດ້ານຂໍ້ສະດວກຍ້ອນໄດ້ຮັບການຊີ້ນໍານຳພາ ແລະ ເອົາໃຈໃສ່ຈາກຄະນະພັກ, ກະຊວງສຶກສາທິການ ແລະ ກິລາເວົ້າລວມ, ເວົ້າສະເພາະກໍຄືອໍານາດການປົກຄອງແຂວງຢ່າງເປັນປົກກະຕິ ຈຶ່ງເຮັດໃຫ້ການຮ່ວມມືລະຫວ່າງພະແນກສຶກສາທິການ ແລະ ກິລາ ກັບອົງການຈັດຕັ້ງທຸກພາກສ່ວນ ເຊັ່ນດຽວກັນກັບການຮ່ວມມືກັບບັນດາແຂວງ/ນະຄອນ, ສສ ຫວຽດນາມ, ສປ ຈີນ ມີລັກສະນະພົ້ນເດັ່ນ ແລະ ເປັນຮູບປະທໍາຂຶ້ນກ່ວາເກົ່າ, ຍ້ອນມີບັນດານິຕິກຳເປັນບ່ອນອີງໃນການຈັດຕັ້ງປະຕິບັດຈຶ່ງເຮັດໃຫ້ວຽກງານໃນຂະແໜງການສຶກສາຂອງພວກເຮົາເຮັດວຽກໄດ້ສອດຄ່ອງກັບສະພາບຄວາມເປັນຈິງ, ຍ້ອນພະນັກງານລັດຖະກອນ, ວິຊາການ ແລະ ຄູອາຈານ ພາຍໃນຂະແໜງການສຶກສາເອົາໃຈໃສ່ໃນການຮ່ວມມື, ເປັນເຈົ້າການ ແລະ ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າຕໍ່ແນວທາງຂອງພັກ ລະບຽບກົດໝາຍຂອງລັດ. ຂໍ້ຫຍຸ້ງຍາກ ຍ້ອນສະພາບເສດຖະກິດໃນປະຈຸບັນທີ່ສົ່ງຜົນກະທົບໂດຍກົງຕໍ່ຊີວິກການເປັນຢູ່ ແລະ ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ ເວົ້້າລວມ, ເວົ້າສະເພາະກໍຄືສົ່ງຜົນກະທົບຕໍ່ຂະແໜງການສຶກສາຂອງພວກເຮົາ.

ສ່ວນບັນຫາສິ່ງທ້າທາຍ ກໍມີຫຼາຍຢ່າງ ເຊັ່ນບັນຫາຄູສອນບໍ່ພຽງພໍຕໍ່ແຜນຂະຫຍາຍ, ຕົວເລກໂຄຕ້າລັດຖະກອນຄູຍັງມີໜ້ອຍ, ບາງບ້ານມີຫ້ອງຮຽນມີນັກຮຽນແຕ່ບໍ່ມີຄູສອນ, ຫ້ອງຮຽນ (ຫ້ອງກຽມ) ທີ່ຈັດການຮຽນການສອນມາກ່ອນຖືກໂຈະ ຄື: ເມືອງປາກຊັນ 2 ຫ້ອງ ເມືອງຄໍາເກີດ 11 ຫ້ອງ, ຫ້ອງຮຽນລ້ຽງເດັກບາງບ່ອນແອອັດ (ໂດຍສະເພາະແມ່ນບ່ອນທີ່ມີປະຊາກອນແໜ້ນໜາ); ຄວາມຮັບຜິດຊອບຂອງຜູ້ອຳນວຍການ ແລະ ຄູສອນຈຳນວນໜຶ່ງຍັງບໍ່ທັນເຂັ້ມງວດ ແລະ ເປັນເຈົ້າການເທົ່າທີ່ຄວນ ແລະ ຂາດຄວາມເປັນເຈົ້າການໃນການບໍລິຫານຄຸ້ມຄອງໂຮງຮຽນ ໂດຍສະເພາະແມ່ນການປະຕິບັດໜ້າທີ່ຂອງຜູ້ບໍລິຫານການສຶກສາ; ຜູ້ປົກຄອງນັກຮຽນຈໍານວນໜຶ່ງຍັງທຸກຍາກ, ຍັງບໍ່ທັນເຂົ້າໃຈຕໍ່ແນວທາງນະໂຍບາຍດ້ານການສຶກສາ, ຍັງບໍ່ສົ່ງລູກຫຼານຂອງຕົນເຂົ້າຮຽນ, ບາງຄອບຄົວໄດ້ເອົາລູກໄປເຮັດວຽກນໍາພໍ່ແມ່, ໄປທໍາການຜະລິດ ແລະ ຊອກຫາວຽກເຮັດງານທໍາ ເພື່ອຫາລ້ຽງຊີບ, ນອກນັ້ນຍັງມີຈໍານວນໜຶ່ງໄດ້ອອກໂຮງຮຽນເພື່ອໄປອອກແຮງງານ ແລະ ຈໍານວນໜຶ່ງສ້າງຄອບຄົວ; ການສັບຊ້ອນນັກຮຽນໄປຮຽນທຶນພາຍໃນ ແລະ ຕ່າງປະເທດ ມີນັກຮຽນຈຳນວນໜຶ່ງ ແມ່ນບໍ່ໄປຕາມການສັບຊ້ອນ ແລະ ມີນັກຮຽນຈໍານວນໜຶ່ງໄປຮຽນແລ້ວຂໍລາອອກ; ການເຂົ້າຮຽນຍັງບໍ່ທັນບັນລຸຕາມຄາດໝາຍ, ການຈັດຕັ້ງການຮຽນການສອນອາຊີວະສຶກສາ ແມ່ນຍັງບໍ່ທັນມີຄຸນນະພາບສູງ, ການພັດທະນາຫຼັກສູດແມ່ນບໍ່ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ; ກຸ່ມເປົ້າໝາຍໃນການບໍາລຸງຊັ້ນມັດທະຍົມຕົ້ນ ສ່ວນຫຼາຍຜູ້ຮຽນແມ່ນເປັນເດັກໃນເກນອາຍຸເຂົ້າຮຽນໃນສາຍສາມັນທີ່ອອກໂຮງຮຽນກາງປີ ຫຼື ປະລະການຮຽນແລ້ວບໍ່ຢາກຮຽນ, ຈໍານວນໜຶ່ງເປັນຊາວໜຸ່ມໄປຊອກຫາວຽກເຮັດງານຢູ່ຕ່າງເມືອງ, ຕ່າງແຂວງເຮັດໃຫ້ການຈັດການຮຽນການສອນບໍ່ຕໍ່ເນື່ອງເຮັດໃຫ້ຄຸນນະພາບການຮຽນຍັງບໍ່ທັນສູງ; ການເກັບກໍາ ແລະ ປ້ອນຂໍ້ມູນສະຖິຕິການສຶກສາຍັງພົບຄວາມຫຍຸ້ງຍາກ ເນື່ອງຈາກໄດ້ມີການປັບປຸງລະບົບຖານຂໍ້ມູນ ແລະ ການສະໜອງຮ່າງເກັບກໍາຂໍ້ມູນໃຫ້ຂັ້ນແຂວງ ແລະ ຂັ້ນເມືອງ ຂອງກະຊວງສຶກສາທິການ ແລະ ກິລາ ຍັງລ່າຊ້າ; ຍັງມີຫຼາຍນິຕິກໍາຕ້ອງໄດ້ມີການສ້າງ ແລະ ປັບປຸງ ເພື່ອເປັນເຄື່ອງມືໃຊ້ຄຸ້ມຄອງ ແລະ ສົ່ງເສີມການພັດທະນາກິລາ ແລະ ສິລະປະໃຫ້ສາມາດຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີຄວາມແທດເໝາະກັບສະພາບການພັດທະນາກິລາ ແລະ ສິລະປະໃນປັດຈຸບັນ ແລະ ອະນາຄົດ; ການພັດທະນາບຸກຄະລາກອນການກິລາຢູ່ໃນແຂວງຍັງບໍ່ທັນເປັນລະບົບຕໍ່ເນື່ອງ, ພ້ອມດຽວກັນນັ້ນການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນກິລາໃນລະດັບຊາດ ຕ້ອງໄດ້ນຳໃຊ້ງົບປະມານຫຼາຍ.
ສະນັ້ນ, ເພື່ອເຮັດໃຫ້ການພັດທະນາວຽກງານການສຶກສາ, ພາຍໃນແຂວງມີຜົນສໍາເລັດຫຼາຍຂື້ນກວ່າເກົ່າໃນຊຸມປີຕໍ່ໜ້າ ທາງແຂວງເຮົາໄດ້ວາງຄາດໝາຍສູ້ຊົນຄື: ຜູ້ບໍລິຫານການສຶກສາໃນແຕ່ລະບ່ອນຕ້ອງໄດ້ນໍາເອົາບັນດານິຕິກຳທີ່ກ່ຽວຂ້ອງກັບວຽກງານການສຶກສາລົງໄປເຜີຍແຜ່ໃຫ້ພະນັກງານ, ຄູອາຈານ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ປະຊາຊົນໃຫ້ຮັບຮູ້ໃຫ້ທົ່ວເຖິງ; ສ້າງຄວາມເຂັ້ມແຂງໃຫ້ຜູ້ບໍລິຫານການສຶກສາ, ຄູສອນໃນທຸກຂັ້ນເພື່ອປັບປຸງຄຸນນະພາບຕາມຄວາມຮັບຜິດຊອບ; ຮັບປະກັນໃຫ້ເດັກໃນເກນອາຍຸເຂົ້າຮຽນໃນທຸກຊັ້ນທຸກສາຍໄດ້ເຂົ້າຮຽນ ແລະ ສືບຕໍ່ຮຽນຈົນຈົບ ແລະ ສາມາດຮຽນຮູ້ ໂດຍສະເພາະແມ່ນຊັ້ນປະຖົມ, ອ່ານໜັງສືໃຫ້ໄດ້ ແລະ ຄິດໄລ່ເລກສີ່ປະການໃຫ້ເປັນ; ປັບປຸງລະບົບການບໍລິຫານ-ຄ້ອງຄອງໂດຍເນັ້ນໂຮງຮຽນເປັນຫຼັກ; ສົ່ງເສີມນັກຮຽນທີ່ຮຽນຈົບສາຍສາມັນໃຫ້ເຂົ້າຮຽນໃນສາຍວິຊາຊີບໃຫ້ຫຼາຍຂຶ້ນ; ສືບຕໍ່ຍົກລະດັບຂອງໂຮງຮຽນເຕັກນິກ-ວິຊາຊີບ ຂຶ້ນເປັນວິທະຍາໄລເຕັກນິກ-ວິຊາຊີບໃນປີ 2024; ຂະຫຍາຍການສຶກສາຊັ້ນມັດທະຍົມຕອນຕົ້ນບໍາລຸງ (ທີ່ປະລະຈາກສາຍສາມັນ) ໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບຄວາມເປັນຈິງ; ຕິດຕາມ-ຊຸກຍູ້ການປະຕິບັດວຽກງານຂອງຜູ້ອໍານວຍການ, ການສິດສອນຂອງຄູຢູ່ບັນດາໂຮງຮຽນໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ; ເກັບກໍາຂໍ້ມູນສະຖິຕິໃຫ້ຊັດເຈນ ເພື່ອວິເຄາະສະພາບການພັດທະນາການສຶກສາໃຫ້ຖືກຕ້ອງໃນແຕ່ລະໄລຍະ; ປັບປຸງ, ພັດທະນາຄຸນນະພາບວຽກງານກິລາລະດັບສູງໃຫ້ມີຄວາມເຂັ້ມແຂງ ສາມາດຍາດໄດ້ຫຼຽນລາງວັນໃນການແຂ່ງຂັນກິລາໃນລະດັບຊາດ ເພື່ອນຳກຽດ ແລະ ຊື່ສຽງມາໃຫ້ແຂວງ; ກະກຽມຄູຝຶກ ແລະ ນັກກິລາເພື່ອເຂົ້າຮ່ວມງານມະຫາກໍາກິລານັກຮຽນທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ ທ້າຍປີ 2024 ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນຂົງເຂດການສຶກສາ, ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານກວດກາຂັ້ນເມືອງເຂົ້າໃຈ ແລະ ນໍາໄປໝູນໃຊ້ເຂົ້າໃນວຽກງານ.

ພາບ-ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ