ສົກນີ້ ທົ່ວປະເທດ ມີນັກສອບເສັງຈົບຊັ້ນມັດທະຍົມສຶກສາ 1 ແສນກວ່າຄົນ ແລະ ຈະສອບເສັງກາງເດືອນມິຖຸນານີ້

ໃນສົກຮຽນ 2023-2024 ທົ່ວປະເທດ ມີນັກຮຽນຜູ້ມີສິດສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ.4) ແລະ ຊັ້ນມັດທະຍົມຕອນປາຍ (ມ.7) ລວມທັງໝົດ 115.594 ຄົນ ຈະສອບເສັງໃນກາງເດືອນມິຖຸນາ 2024 ນີ້ ໂດຍມີ 8 ແຂວງຈະນໍາໃຊ້ເຄື່ອງຈັກກວດບົດສອບເສັງຈົບໃນຂັ້ນ ມ.7 ເປັນຄັ້ງທຳອິດ.
ເມື່ອວັນທີ 3 ມິຖຸນາ 2024 ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ), ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ປະຈຳສົກຮຽນ 2023-2024 ຢ່າງເປັນທາງການ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ໂດຍການເປັນປະທານຂອງທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າ-ຮອງຫົວໜ້າກົມສາມັນສຶກສາ, ຫົວໜ້າ-ຮອງພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ຄຳປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2023-2024 ທົ່ວປະເທດມີໂຮງຮຽນມັດທະຍົມທັງໝົດ 1.852 ແຫ່ງ, ເອກະຊົນ 140 ແຫ່ງ ໃນນັ້ນ ໂຮງຮຽນມັດທະຍົມຕອນຕົ້ນ 978 ແຫ່ງ, ໂຮງຮຽນມັດທະຍົມຕອນປາຍ 32 ແຫ່ງ ແລະ ໂຮງຮຽນມັດທະຍົມສົມບູນ 842 ແຫ່ງ. ມາຮອດປັດຈຸບັນ, ທຸກແຂວງໄດ້ສໍາເລັດການຈັດການຮຽນການສອນຕາມຫຼັກສູດ, ສໍາເລັດການເກັບກໍາສະຖິຕິ ຈໍານວນສູນສອບເສັງ, ຈໍານວນຫ້ອງສອບເສັງ, ຈໍານວນນັກສອບເສັງ, ກະກຽມສະຖານທີ່, ອາຄານ, ຫ້ອງຮຽນ, ວັດຖຸ-ອຸປະກອນ ລວມເຖິງງົບປະມານຮັບໃຊ້ການສອບເສັງເປັນຢ່າງດີ. ນອກຈາກນັ້ນ, ພະແນກສຶກສາທິການ ແລະ ກິລາແຂວງ ແມ່ນໄດ້ສຳເລັດແຕ່ງຕັ້ງຄະນະກໍາມະການຊີ້ນຳ ແລະ ຕັດສິນຜົນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ກະຊວງສຶກສາທິການ ແລະ ກິລາແມ່ນໄດ້ສຳເລັດການແຕ່ງຕັ້ງຄະນະກຳມະການຊີ້ນຳ ແລະ ຕັດສິນຜົນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7). ສໍາລັບ ມ.4 ມີນັກສອບເສັງທັງໝົດ 68.850 ຄົນ, ຍິງ 32.217 ຄົນ ໃນນີ້ ມີນັກສອບເສັງບີແລັງ 250 ຄົນ, ຍິງ 150 ຄົນ, ນັກສອບເສັງສົງ 997 ອົງ, ທຽບໃສ່ສົກຮຽນ 2022-2023 ຫຼຸດລົງ 7.472 ຄົນ, ມີສູນສອບເສັງທັງໝົດ 579 ສູນ ຊຶ່ງຈະສອບເສັງວັນທີ 11-13 ມິຖຸນາ 2024 ແລະ ວັນທີ 18-20 ມິຖຸນາ 2024 ສອບເສັງຄືນສໍາລັບນັກຮຽນທີ່ຂາດສອບເສັງມີເຫດຜົນ. ສ່ວນ ມ.7 ມີນັກສອບເສັງທັງໝົດ 46.744 ຄົນ, ຍິງ 22.338 ຄົນ ໃນນີ້ ມີນັກສອບເສັງບີແລັງ 159 ຄົນ, ຍິງ 103 ຄົນ, ນັກສອບເສັງສົງ 590 ອົງ, ຖ້າທຽບໃສ່ສົກຮຽນ 2022-2023 ຫຼຸດລົງ 3.532 ຄົນ, ມີສູນສອບເສັງມີທັງໝົດ 292 ສູນ ໂດຍຈະສອບເສັງໃນວັນທີ 19-21 ມິຖຸນາ 2024 ແລະ ສອບເສັງຄືນສໍາລັບນັກຮຽນທີ່ຂາດສອບເສັງມີເຫດຜົນ ໃນວັນທີ 25-27 ມິຖຸນາ 2024 ຊຶ່ງສົກຮຽນນີ້ ເປັນສົກຮຽນທຳອິດ ທີ່ອະນຸມັດໃຫ້ 8 ແຂວງນໍາໃຊ້ເຄື່ອງຈັກກວດບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ລວມມີ ແຂວງວຽງຈັນ, ຫຼວງພະບາງ, ຫົວພັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ ແລະ ນະຄອນຫຼວງວຽງຈັນ. ສຳລັບ ວິຊາພາສາລາວ-ວັນນະຄະດີ ພາກອັດຕະໄນ ແມ່ນຍັງນໍາໃຊ້ກຳມະການກວດບົດສອບເສັງ ໂດຍຈະປະກາດຜົນສອບເສັງລົງເວັບໄຊກະຊວງສຶກສາທິການ ແລະ ກິລາ ໃນອາທິດທີ 3 ຂອງເດືອນກໍລະກົດ 2024.
ໂອກາດດັ່ງກ່າວ, ທ່ານ ປອ ສຳລານ ພັນຄະວົງ ໄດ້ກ່າວມີຄຳເຫັນ ພ້ອມຮຽກຮ້ອງມາຍັງຄະນະນໍາຂັ້ນທ້ອງຖິ່ນ, ຜູ້ບໍລິຫານການສຶກສາທຸກຂັ້ນ, ທະຫານ, ຕໍາຫຼວດ, ຖະແຫຼງຂ່າວ ແລະ ວັດທະນະທໍາ, ຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມພໍ່ແມ່ຜູ້ປົກຄອງນັກຮຽນ, ຊຸມຊົນ, ຄູສອນ ແລະ ນັກຮຽນທຸກຂັ້ນ, ທຸກພາກສ່ວນຈົ່ງຊ່ວຍກັນເປັນຫູເປັນຕາໃນການຮັກສາຄວາມສະຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຕະຫຼອດໄລຍະຂອງການສອບເສັງ ເພື່ອຫຼີກລ້ຽງປະກົດການຫຍໍ້ທໍ້ ສິ່ງທີ່ບໍ່ເພິ່ງປາດຖະໜາຈະເກີດຂຶ້ນ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ