Skip to main content

ທີມງານ ສຄຂ ລົງຖ່າຍທໍາສາລະຄະດີຄູຕົວແບບ 7 ທີ່ແຂວງຫຼວງນໍ້າທາ

05/06/2024

ທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ), ສະຖາບັບຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ລົງຖ່າຍທໍາວິດີໂອສາລະຄະດີຄູຕົບແບບ 7 ກ່ຽວກັບການສອນຫ້ອງຄວບ ເພື່ອສະໜັບສະໜູນການປະຕິບັດຫຼັກສູດສະບັບປັບປຸ່ງໃໝ່ຊັ້ນປະຖົມສຶກສາ ໃນລະຫວ່າງວັນທີ 27-31 ພຶດສະພາ 2024  ທີ່ໂຮງຮຽນທົ່ງໃໝ່ ເມືອງສິງ ແຂວງຫຼວງນໍ້າທາ ໂດຍໃຫ້ກຽດນໍາພາຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີທ່ານ ອຸດົມ ສິງດາລາ ຮອງຜູ້ອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ທ່ານ ນາງ ຄໍລິນ ຈາວາລີ ຊ່ຽວຊານບີຄວາ ພ້ອມດ້ວຍທີມງານ, ຜູ້ຕາງໜ້າຈາກກົມສ້າງຄູກະຊວງສຶກສາທິການ ແລະ ກິລາ, ຕະຫຼອດຮອດຫົວໜ້າຂະແໜງວິທະຍຸສຶກສາ, ວິຊາການຈາກຂະແໜງໂທລະພາບສຶກສາ, ໜັງສືພີມສຶກສາ ວິທະຍາສາດ ແລະ ກິລາ ແລະ ໃຫ້ກຽດຕ້ອນຮັບຂອງທ່ານ ຫຼົງມີໄຊ ສອນມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ, ພ້ອມດ້ວຍຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສິງ  ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໂອກາດດັ່ງກ່າວ, ທ່ານ ຮສ.ປອ ອານຸລົມ ວິໄລພອນ ໄດ້ກ່າວໃຫ້ຮູ້ວ່າ: ການລົງມາເຮັດວຽກຄັ້ງນີ້ ແມ່ນເພື່ອຖ່າຍທໍາວິດີໂອສາລະຄະດີຄູຕົບແບບ 7 ກ່ຽວກັບການສອນຫ້ອງຄວບ ເພື່ອສະໜັບສະໜູນການປະຕິບັດຫຼັກສູດສະບັບປັບປຸ່ງໃໝ່ຊັ້ນປະຖົມສຶກສາ ພ້ອມທັງຂອບໃຈນໍາພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງສິງ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ໃຫ້ການຕ້ອນຮັບ ແລະ ໃຫ້ການຮ່ວມມືໃນການຖ່າຍທໍາວິດີໂອໃນຄັ້ງນີ້ ພ້ອມເນັ້ນໜັກໃຫ້ວິຊາການທຸກທ່ານຈົ່ງພ້ອມກັນເອົາໃຈໃສ່ປະຕິບັດວຽກຂອງຕົນໃນການຖ່າຍທໍາຄັ້ງນີ້ໃຫ້ໄດ້ດີ ເພື່ອເຮັດໃຫ້ວິດີໂອເປັນວິດີໂອທີ່ໄດ້ຄຸນນະພາບ ແລະ ມີຜົນປະໂຫຍດຢ່າງສູງສຸດ.

ການລົງຖ່າຍທໍາວິດີໂອສາລະຄະດີຄູຕົບແບບ 7 ກ່ຽວກັບການສອນຫ້ອງຄວບ ແມ່ນເພື່ອສະໜັບສະໜູນການປະຕິບັດຫຼັກສູດສະບັບປັບປຸ່ງໃໝ່ຊັ້ນປະຖົມສຶກສາ ໂດຍເລື່ອກເອົາຄູ ສີວອນ ເຊຍສົວລີ ຈາກໂຮງຮຽນທົ່ງໃໝ່ ເມືອງສິງ ແຂວງຫຼວງນໍ້າທາ ເປັນຄູຕົວແບບໃນການຖ່າຍທໍາ ຊຶ່ງການຖ່າຍທຳປະກອບມີຫຼາຍພາກ ຄື: ພາກຄູແນະນໍາຕົວເອງ ແລະ ແນະນຳວ່າຕົນເອງເປັນຄູສອນຫ້ອງຄວບ, ການວາງແຜນການສອນຫ້ອງຄວບ, ການຄວບຄຸມຫ້ອງຮຽນ, ເຕັກນິກ-ວິທີການສອນຫ້ອງຄວບ, ຄວາມທ້າທາຍ ແລະ ການຊ່ວຍເຫຼືອ ແລະ ໃຫ້ຄຳແນະນຳກັບຄູທ່ານອື່ນ ຊຶ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ