Skip to main content

ມຊ ເປີດຝຶກອົບຮົມ ຫົວຂໍ້ “The Internet Routing with Multihoming Workshop” ເພີ່ມຄວາມຮູ້ໃຫ້ຜູ້ຮັບຜິດຊອບດ້ານເຕັກນິກເຄືອຂ່າຍຄອມພິວເຕີ

03/06/2024

ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ເປີດຊຸດຝຶກອົບຮົມ ຫົວຂໍ້ “The Internet Routing with Multihoming Workshop” ເພື່ອແນໃສ່ສ້າງຄວາມອາດສາມາດໃຫ້ແກ່ພະນັກວິຊາການທາງດ້ານເຕັກນິກເຄືອຂ່າຍຄອມພິວເຕີ ທີ່ມີໜ້າທີ່ຮັບຜິດຊອບໃນການອອກແບບ, ສ້າງລະບົບເຄືອຂ່າຍພາຍໃນອົງກອນ ພ້ອມທັງສ້າງການເຊື່ອມຕໍ່ກັບອົງກອນອື່ນໆ ທັງພາຍໃນ ແລະ ຕ່າງປະເທດ.


ພິທີເປີດຊຸດຝຶກອົບຮົມຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 3 ມິຖຸນາ 2024 ທີ່ຫ້ອງຝຶກອົບຮົມ T-Building ສູນເຕັກໂນໂລຊີຂໍ້ມູນຂ່າວສານ ມຊ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຈ.ປອ ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ທັງເປັນຜູ້ຊີ້ນຳວຽກງານວິຊາການ, ມີ ທ່ານ ຊາຈິດ ອິມເທຍ (Sajid IMTIAZ) ວິທະຍາກອນຈາກສູນຂໍ້ມູນເຄືອຂ່າຍອາຊີ-ປາຊີຟິກ (APNIC) ພ້ອມດ້ວຍສຳມະນາກອນທີ່ມາຈາກ ມຊ 13 ຄະນະ, ບໍລິສັດໂທລະຄົມມະນາຄົມ, ທະນາຄານທຸລະກິດ ແລະ ສູນອິນເຕີເນັດແຫ່ງຊາດ ຈຳນວນ 40 ທ່ານ ເຂົ້າຮ່ວມ.

ທ່ານ ສຈ.ປອ ພູເພັດ ກ້ຽວພິລາວົງ ກ່າວເປີດພິທີບາງຕອນວ່າ: ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ, Asia@Connect ແລະ APNIC. ນອກນັ້ນຍັງໄດ້ຮັບການສະໜັບສະໜູນຈາກບັນດາທະນາຄານ ແລະ ບໍລິສັດໃຫ້ບໍລິການອິນເຕີເນັດ ໃນ ສປປ ລາວ. ຊຶ່ງການຝຶກອົບຮົມດັ່ງກ່າວ ແມ່ນເພື່ອແນໃສ່ສ້າງຄວາມອາດສາມາດໃຫ້ກັບພະນັກວິຊາການທາງດ້ານເຕັກນິກເຄືອຂ່າຍຄອມພິວເຕີທີ່ມີໜ້າທີ່ຮັບຜິດຊອບ ໃນ ການອອກແບບ, ສ້າງລະບົບເຄືອຂ່າຍພາຍໃນອົງກອນ ພ້ອມທັງສ້າງການເຊື່ອມຕໍ່ກັບອົງກອນອື່ນໆ ທັງພາຍໃນ ແລະຕ່າງປະເທດ. ໂດຍຮູບແບບການຝຶກອົບຮົມ ແມ່ນຈະມີການບັນຍາຍ ແລະ ຝຶກພາກປະຕິບັດຕົວຈິງ ພາຍໃຕ້ແນວຄວາມຄິດໃນການອອກແບບ Internet routing ແລະ ການຝຶກປະຕິບັດໃນຮູບແບບອຸດສາຫະກໍາຕົວຈິງ ໂດຍເນັ້ນໃສ່ multihoming BGP ສໍາລັບເຄືອຂ່າຍ Internet Exchange Point (IXP).

ທ່ານປະທານກອງປະຊຸມກ່າວອີກວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍຫຼັງສຳເລັດການຝຶກອົບຮົມໃນຄັ້ງນີ້ແລ້ວ ພວກເຮົາຈະສາມາດສ້າງລະບົບອິນເຕີເນັດ ທີ່ເຂັ້ມແຂງ ແລະ ຍືດຢຸ່ນ ສໍາລັບທຸກຄົນໄດ້. ສະນັ້ນ, ໃນນາມຜູ້ຊີ້ນໍາ ຈຶ່ງຫວັງວ່າ ຜູ້ເຂົ້າຮ່ວມຝຶກອົບຮົມທຸກທ່ານຈະຕັ້ງໜ້າ ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້ ເພື່ອຄວາມຮູ້ ປະສົບການ ແລະ ສາມາດໝູນໃຊ້ຕົວຈິງໄດ້ພາຍໃນອົງກອນຢ່າງປາກົດຜົນເປັນຈິງ.
ການຝຶກອົບຮົມ ຫົວຂໍ້ “The Internet Routing with Multihoming Workshop” ໃນຄັ້ງນີ້ ຈະດຳເນີນລະຫວ່າງວັນທີ 3-7 ມິຖຸນາ 2024 ຈຶ່ງຈະສຳເລັດ.

ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ