Skip to main content
18/10/2023 | ການເມືອງ

ຜູ້ນຳ ສປປ ລາວ ແລະ ສ.ຣັດເຊຍ ຫາລືຮ່ວມມືໃນຫຼາຍຂົງເຂດວຽກງານ

ໃນໂອກາດການເຂົ້າຮ່ວມກອງປະຊຸມເວທີສົນທະນາ ລະດັບສູງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ ນະຄອນຫຼວງປັກກິງ ສປ ຈີນ ໃນວັນທີ 17 ຕຸລາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະຫາລືກັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ. ໃນໂອກາດນີ້, ຜູ້ນໍາທັງສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງ 2 ປະເທດ ທີ່ສືບຕໍ່ມີບາດກ້າວຂະຫຍາຍຕົວຢ່າງໜັກແໜ້ນ ໂດຍສະເພາະໃນດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທໍາ ແລະ ທ່ອງທ່ຽວ. ພ້ອມດຽວກັນນັ້ນ, 2 ຝ່າຍ ຍັງໄດ້ປຶກສາຫາລືລົງເລິກກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນ, ການເງິນ, ພະລັງງານ, ການສຶກສາ ແລະ ວຽກງານຄວາມໝັ້ນຄົງ ຮ່ວມກັນ […]

18/10/2023 | ການເມືອງ

ລັດຖະບານ ຈະສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ພ້ອມ 7 ຂົງເຂດວຽກງານສໍາຄັນ

ລັດຖະບານ ຈະໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ເປັນຕົ້ນແມ່ນບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ແລະ ແຜນຈຸດສຸມການແກ້ໄຂບັນຫາທີ່ຕິດພັນກັບ 2 ວາລະແຫ່ງຊາດ ພ້ອມທັງເລັ່ງສືບຕໍ່ຈັດຕັ້ງປະຕິບັດໃນ 7 ຂົງເຂດວຽກງານທີ່ສຳຄັນ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2023 ໄດ້ຈັດຂຶ້ນໃນວັນທີ 17 ຕຸລາ ແລະ ໄດ້ປິດລົງໃນວັນດຽວກັນ ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ 3 ວາລະ ແລະ ຫົວຂໍ້ສຳຄັນ ຄື: ວາລະທີ 1. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບັນດາບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການກະກຽມຫົວຂໍ້ ກໍຄື ເນື້ອໃນທີ່ລັດຖະບານຈະລາຍງານຕໍ່ກອງປະຊຸມຄົບຄະນະສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ […]

04/10/2023 | ການເມືອງ

ແຂວງຈຳປາສັກ ຮັບຮອງເປັນຫົວໜ່ວຍຍຸດທະສາດ ປີ 2016-2020 ເປັນທາງການ

ແຂວງຈຳປາສັກ ໄດ້ຈັດພິທີປະກາດຮັບ ແລະ ມອບໃບຢັ້ງຢືນ ເປັນຫົວໜ່ວຍຍຸດທະສາດ ປີ 2016-2020 ຂຶ້ນຢ່າງເປັນທາງການ ໃນວັນທີ 3 ຕຸລາ 2023 ທີ່ສະໂມສອນແຂວງ ໂດຍໃຫ້ກຽດເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດວຽກງານການປົກຄອງ ແລະ ວັດທະນະທຳ-ສັງຄົມ, ມີທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ, ມີການນຳຂັ້ນສູນກາງ, ຂັ້ນແຂວງ, ພະແນກການກົມກອງອ້ອມຂ້າງ, ນະຄອນ, ເມືອງ, ອົງການຈັດຕັ້ງສັງຄົມຕ່າງໆ ພະນັກງານ-ລັດຖະກອນ ແລະ ນັກສຶກສາເຂົ້າຮ່ວມ. ໃນພີີທີ, ທ່ານ ວິໄລວົງ ບຸດດາຄຳ ໄດ້ກ່າວວ່າ: ປະຕິບັດຕາມທິດນຳ, ມະຕິຂອງສູນກາງພັກ, ບົດແນະນຳກ່ຽວກັບການປະເມີນຜົນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ສະເພາະຂັ້ນແຂວງໄດ້ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການປະເມີນ ແລະ ບົດແນະນໍາ ວ່າດ້ວຍທິດທາງ, […]

03/10/2023 | ການເມືອງ

ລັດຖະບານ ລາວ ປະດັບຫຼຽນຄໍາແຫ່ງຊາດ ໃຫ້ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ

ລັດຖະບານ ແຫ່ງ ສປປ ລາວ ໄດ້ຈັດພິທີປະດັບຫຼຽນຄຳແຫ່ງຊາດ ໃຫ້ແກ່ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ໃນຕອນເຊົ້າຂອງວັນທີ 3 ຕຸລາ 2023 ທີ່ທໍານຽບປະທານປະເທດ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໂດຍໃຫ້ກຽດປະດັບຫຼຽນຂອງພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ. ການປະດັບຫຼຽນດັ່ງກ່າວນີ້, ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍສັນລະເສີນຕໍ່ການປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ບຣູໄນ ໃນຕະຫຼອດໄລຍະ 30 ປີຜ່ານມາ ແລະ ຫຼຽນດັ່ງກ່າວ ເປັນຫຼຽນທີ່ມີຄຸນຄ່າສູງສຸດຂອງ ສປປ ລາວ ທີ່ມອບໃຫ້ຂັ້ນປະມຸກລັດ ແລະ ຜູ້ນໍາປະເທດ ທີ່ເປັນເພື່ອນມິດສະໜິດແໜ້ນ ແລະ ມີຜົນງານອັນໂດດເດັ່ນ ປະກອບສ່ວນເຂົ້້າໃນການພັດທະນາ ສປປ ລາວ. ໃນພິທີ, […]

03/10/2023 | ການເມືອງ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ຄະນະຜູ້ແທນກອງທັບ ກຳປູເຈຍ

ວັນທີ 2 ຕຸລາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນເອກ ວົງ ປິເຊນ ຜູ້ບັນຊາການທະຫານສູງສຸດ ກອງທັບແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-4 ຕຸລາ 2023. ໂອກາດນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານຜູ້ບັນຊາການທະຫານສູງສຸດ ກອງທັບແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງມັນເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມື ລາວ-ກຳປູເຈຍ ທີ່ມີມູນເຊື້ອມາຢ່າງຍາວນານໃຫ້ເລິກເຊິ່ງ ກວ້າງຂວາງກວ່າເກົ່າ, ເວົ້າສະເພາະການເພີ່ມທະວີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ກຳປູເຈຍ ບົນຈິດໃຈມູນເຊື້ອສາຍພົວພັນທີ່ດີງາມ ແນໃສ່ໃນພາລະກິດປົກປັກຮັກສາ ແລະ […]

28/09/2023 | ການເມືອງ

ແຂວງຈໍາປາສັກ ແລະ ແຂວງກອນຕູມ ສືບຕໍ່ເພີ່ມທະວີສາຍພົວພັນການຮ່ວມມືສອງຝ່າຍ

ສະຫາຍ ວິໄລວົງ ບຸດດາຄຳ ເລຂາຄະນະພັກແຂວງ, ເຈົ້າແຂວງຈຳປາສັກ ໄດ້ນຳພາຄະນະຜູ້ແທນແຂວງຈຳປາສັກ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ທີ່ແຂວງກອນຕູມ ສສ ຫວຽດນາມ ໃນວັນທີ 26 ກັນຍາ  2023 ເພື່ອສືບຕໍ່ລົງນາມບົດບັນທຶກການຮ່ວມມືສອງຝ່າຍ ໄລຍະ 2023-2027 ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກ ຂອງ ສະຫາຍ ອາ ເບີດ ຮອງເລຂາຜູ້ປະຈຳການພັກແຂວງກອນຕູມ, ສະຫາຍ ເລ ງອກ ຕ໋ວນ ຮອງເລຂາພັກແຂວງ ປະທານຄະນະກໍາມະການ ປະຊາຊົນແຂວງກອນຕູມ, ມີຜູ້ແທນຂອງສອງຝ່າຍ ເຂົ້າຮ່ວມ. ໃນການພົບປະຢ້ຽມຢາມຄັ້ງນີ້, ສະຫາຍ ເລ ງອກ ຕ໋ວນ ໄດ້ກ່າວຄຳເຫັນຕ້ອນຮັບ ຄະນະຜູ້ແທນແຂວງຈຳປາສັກ, ພ້ອມນັ້ນຫົວໜ້າຄະນະຜູ້ແທນສອງຝ່າຍ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ໝາກຜົນການຮ່ວມມືລະຫວ່າງອົງການປົກຄອງແຂວງຈຳປາສັກ ສປປ ລາວ ແລະ ຄະນະກຳມະການປະຊາຊົນແຂວງກອນຕູມ ສສ ຫວຽດນາມ ໄລຍະຜ່ານມາ ແລະ […]