ກອງທັບ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານ

ສະຫາຍ ພົນເອກ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຊຶ່ງພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 14 ຕຸລາ 2025 ຢູ່ກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.
ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສອງຝ່າຍ ໄດ້ພົບປະແລກປ່ຽນຕີລາຄາຄືນສະພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ບົນພື້ນຖານທີ່ມີມູນເຊື້ອສາຍພົວພັນແບບພິເສດລະຫວ່າງ ສອງຊາດ ກໍຄືສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຖິງວ່າສະພາບການຜັນແປຂອງໂລກ ຈະພົບຄວາມຫຍຸ້ງຍາກສັບສົນແນວໃດກໍຕາມ ໃນໄລຍະຜ່ານມາ ສອງກອງທັບ ລາວ-ຫວຽດນາມ ຍາມໃດກໍມີການເພີ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ ໂດຍສະເພາະວຽກງານຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ຫວຽດນາມ, ຫວຽດນາມ-ລາວ, ການໄປມາ-ຫາສູ່ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນສອງຊາດ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ສອງຝ່າຍ ຍັງໄດ້ຕີລາຄາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕໍ່ສະພາບການພັດທະນາ ຂອງສອງປະເທດ ແລະ ສອງຝ່າຍໄດ້ຮ່ວມກັນປຶກສາຫາລື ເພີ່ມທະວີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການແລກປ່ຽນຄະນະຜູ້ແທນ ຂອງທັງສອງຝ່າຍ ແລະ ການພົວພັນຮ່ວມມືທາງດ້ານການພັດທະນາເສດຖະກິດ ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນ ຫວຽດນາມ, ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນມີຄວາມສະຫງົບສຸກໂດຍພື້ນຖານ, ສືບຕໍ່ແລກປ່ຽນຢ້ຽມຢາມ, ສິລະປະວັດ-ທະນະທຳ ແລະ ກິລາ, ສົມທົບແລກປ່ຽນຂໍ້ມູນຂ່າວສານ ແລະ ສະກັດກັ້ນກຸ່ມຄົນບໍ່ຫວັງດີ ທີ່ມ້າງເພທຳລາຍສາຍພົວພັນອັນດີງາມ ລະຫວ່າງ ສອງຊາດ ລາວ-ຫວຽດນາມ, ຮ່ວມກັນແກ້ໄຂບັນຫາການລັກລອບເຂົ້າເມືອງຜິດກົດໝາຍ, ອາດຊະຍາກຳຂ້າມຊາດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ ແລະ ການກໍ່ອາດຊະຍາກຳຕ່າງໆ ທີ່ຜິດກົດໝາຍ.
ຈາກນັ້ນ, ສອງຝ່າຍ ໄດ້ເຊັນບົດບັນທຶກຊ່ວຍຈໍາ ລະຫວ່າງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ກ່ຽວກັບການເພີ່ມທະວີຮ່ວມມືການກໍ່ສ້າງ, ເຝິກອົບຮົບ, ບໍາລຸງ ແຫຼ່ງຊັບພະຍາກອນ. ໂອກາດດຽວກັນ, ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີທີ່ໃກ້ຈະເຖິງນີ້.
ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ສະຫາຍ ພົນເອກ ຟານ ວັນ ຢາງ ພ້ອມດ້ວຍຄະນະ ຈະໄດ້ເຂົ້າຮ່ວມຮັບຊົມການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ກຳປູເຈຍ-ລາວ-ຫວຽດນາມ) ທີ່ ວິທະຍາຄານພະລາທິການກອງທັບ (ນ້ຳຫຸມ), ເຂົ້າຮ່ວມພົບປະລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ ແລະ ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ເພື່ອລະລຶກເຖິງຄຸນງາມຄວາມດີ ຂອງນັກຮົບປະວັດທີ່ເສຍສະຫຼະຊີວິດໃນປາງສົງຄາມ ຕື່ມອີກ.
——
Lao people’s Army News
ຂ່າວທີ່ກ່ຽວຂ້ອງ