Skip to main content

ສປປ ລາວ ຊຸກຍູ້ໃຫ້ອາເມຣິກາ ສືບຕໍ່ສະໜັບສະໜູນອາຊຽນໃນຂົງເຂດທີ່ສໍາຄັນ ຜ່ານການແລກປ່ຽນດ້ານການສຶກສາ ແລະ ວັດທະນະທໍາ

11/10/2024

ກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມຣິກາ ຄັ້ງທີ 12 ໄດ້ຈັດຂຶ້ນໃນວັນທີ 11 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ແອນໂທນີ ບລິງເກັນ ລັດຖະມົນຕີຕ່າງປະເທດ ສະຫະລັດອາເມຣິກາ ແລະ ນາຍົກລັດຖະມົນຕີ ຕີມໍ ແລັສເຕ ເຂົ້າຮ່ວມໃນນາມຜູ້ສັງເກດການ.

ກອງປະຊຸມໄດ້ທົບທວນຄືນ ແລະ ກໍານົດທິດທາງໃນການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສະຫະລັດອາເມຣິກາ ໂດຍສຸມໃສ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ອາຊຽນ ແລະ ສະຫະລັດອາເມຣິກາຮ່ວມມືກັນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນຂອງສອງພາກພື້ນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ອາເມຣິກາຕະຫຼອດໄລຍະ 47 ປີຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍ ກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ອັນໄດ້ສະທ້ອນໃຫ້ເຫັນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ທ່າແຮງຂອງການຮ່ວມມືກັນໃນອະນາຄົດ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄືການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື.

ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ສປປ ລາວ ໄດ້ຊຸກຍູ້ໃຫ້ສະຫະລັດອາເມຣິກາ ສືບຕໍ່ສະໜັບສະໜູນອາຊຽນໃນຂົງເຂດທີ່ສໍາຄັນ ເປັນຕົ້ນແມ່ນການຄ້າ-ການລົງທຶນ, ສາທະລະນະສຸກ, ພະລັງງານທີ່ສະອາດ, ການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານການແລກປ່ຽນດ້ານການສຶກສາ ແລະ ວັດທະນະທໍາ, ການສະໜອງທຶນຝຶກອົບຮົມໃນໄລຍະສັ້ນ ແລະ ຍາວ ແລະ ການສົ່ງເສີມໂຄງການພັດທະນາດ້ານສີມືແຮງງານໃນຂະແໜງການເຕັກໂນໂລຊີທີ່ທັນສະໃໝ, ດ້ານນະວັດຕະກໍາ ກໍຄື ປັນຍາປະດິດ ແລະ ດ້ານອື່ນໆ.

ໃນໂອກາດນີ້, ກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ໄດ້ຮັບຮອງເອົາຖະແຫຼງການຜູ້ນໍາອາຊຽນ-ອາເມຣິກາ ວ່າດ້ວຍປັນຍາປະດິດທີ່ປອດໄພ, ໝັ້ນຄົງ ແລະ ເຊື່ອຖືໄດ້.

ສະຫະລັດອາເມຣິກາ ເປັນຄູ່ເຈລະຈາທີ່ສໍາຄັນຂອງອາຊຽນທີ່ມີການຮ່ວມມືອັນຍາວນານ. ອາຊຽນ ແລະ ສະຫະລັດອາເມຣິກາ ໄດ້ສ້າງຕັ້ງສາຍພົວພັນໃນປີ 1977, ໄດ້ຍົກລະດັບເປັນຄູ່ຮ່ວມຍຸດທະສາດ ໃນປີ 2015 ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2022.

ນຳສະເໜີໂດຍ ດາວຫວຽດ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ