ອາຊຽນ-ອິນເດຍ ກໍານົດເອົາປີ 2025 ເປັນປີສະເຫຼີມສະຫຼອງການທ່ອງທ່ຽວ ພ້ອມຮັບຮອງເອົາ 2 ເອກະສານສໍາຄັນ

ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21 ໄດ້ຈັດຂຶ້ນໃນວັນທີ 10 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ, ມີບັນດາຜູ້ນໍາອາຊຽນ, ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕ ໃນນາມຜູ້ສັງເກດການເຂົ້າຮ່ວມ.
ກອງປະຊຸມ ໄດ້ທົບທວນຄືນ ແລະ ກໍານົດທິດທາງໃນການຮ່ວມມືອາຊຽນ-ອິນເດຍໃນຕໍ່ໜ້າ ແນໃສ່ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອິນເດຍ. ບັນດາຜູ້ນໍາ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ອິນເດຍ ຕະຫຼອດໄລຍະຫຼາຍກວ່າສາມທົດສະວັດຜ່ານມາ ອັນໄດ້ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ.
ສອງຝ່າຍ ໄດ້ເຫັນດີກໍານົດເອົາ ປີ 2025 ເປັນປີສະເຫຼີມສະຫຼອງການທ່ອງທ່ຽວອາຊຽນ-ອິນເດຍ ແນໃສ່ສົ່ງເສີມການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ການແລກປ່ຽນທາງດ້ານວັດທະນະທໍາລະຫວ່າງອາຊຽນ ແລະ ອິນເດຍ. ກອງປະຊຸມ ຍັງໄດ້ສືບຕໍ່ຊຸກຍູ້ການເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ທັງສອງຝ່າຍມີທ່າແຮງ ເປັນຕົ້ນແມ່ນການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ ແລະ ການພັດທະນາບຸກຄະລາກອນ, ເສດຖະກິດດິຈິຕອນ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ອື່ນໆ.
ນອກຈາກນີ້, ກອງປະຊຸມ ຍັງໄດ້ຮັບຮອງເອົາ 2 ເອກະສານ ຄື: ຖະແຫຼງການຮ່ວມ ວ່າດ້ວຍການຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອິນເດຍ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ພາຍໃຕ້ແນວຄວາມຄິດອາຊຽນກ່ຽວກັບອິນໂດ-ປາຊີຟິກ ໂດຍການສະໜັບສະໜູນຂອງນະໂຍບາຍຫັນສູ່ຕາເວັນອອກຂອງອິນເດຍ; ຖະແຫຼງການຮ່ວມ ວ່າດ້ວຍການພັດທະນາການຫັນປ່ຽນທາງດິຈິຕອນ.
ອິນເດຍ ເປັນໜຶ່ງໃນຄູ່ເຈລະຈາທີ່ສໍາຄັນ ແລະ ຫ້າວຫັນຂອງອາຊຽນ. ການພົວພັນຮ່ວມມື ລະຫວ່າງອາຊຽນ ແລະ ອິນເດຍ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1995, ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2012 ແລະ ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2022.
ນຳສະເໜີໂດຍ ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ