Skip to main content

ລາວ-ຍີ່ປຸ່ນ ເຫັນດີຈະຍົກລະດັບການພົວພັນຮ່ວມມືຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ພ້ອມສືບຕໍ່ແກ້ໄຂເສດຖະກິດ-ການເງິນຂອງລາວ

11/10/2024

ທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 11 ຕຸລາ 2024 ໂດຍການຕ້ອນຮັບຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ.

ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ, ຜູ້ນຳທັງສອງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ. ໃນກອງປະຊຸມ ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມຄັ້ງນີ້ ຊຶ່ງເປັນຂີດໝາຍສໍາຄັນໃນການເສີມຂະຫຍາຍການພົວພັນຮ່ວມມື ລາວ-ຍີ່ປຸ່ນ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດໃຫ້ແຕກດອກອອກຜົນຍິ່ງຂຶ້ນກວ່າເກົ່າ.

 

ພ້ອມກັນນີ້, ທັງສອງຝ່າຍ ເຫັນດີຈະສືບຕໍ່ແລກປ່ຽນການຢ້ຽມຢາມພົບປະຂອງການນຳຂັ້ນສູງຂອງສອງປະເທດ ລາວ-ຍີ່ປຸ່ນ ຢ່າງເປັນປົກກະຕິ, ສືບຕໍ່ຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມກັນແລ້ວໃຫ້ປະກົດຜົນເປັນຈິງ. ນອກຈາກນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບນໍາກັນທີ່ຈະຍົກລະດັບການພົວພັນຮ່ວມມືຈາກຄູ່ຮ່ວມຍຸດທະສາດຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ຝ່າຍຍີ່ປຸ່ນ ຍັງເຫັນດີສືບຕໍ່ຮ່ວມມືກັບຝ່າຍລາວ ເພື່ອແກ້ໄຂເສດຖະກິດ-ການເງິນຂອງລາວ ແລະ ສືບຕໍ່ເພີ່ມທະວີວຽກງານການເຊື່ອມໂຍງ-ເຊື່ອມຈອດ ສປປ ລາວ ອອກສູ່ພາກພື້ນ ໂດຍຈະພິຈາລະນາໃຫ້ການຊ່ວຍເຫຼືອບັນດາໂຄງການບູລິມະສິດຂອງ ສປປ ລາວ ເພື່ອຊຸກຍູ້ໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຕໍ່ໜ້າ.

ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນໃນໄລຍະຜ່ານມາ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ, ການພັດທະນາໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ການສົ່ງຊ່ຽວຊານ ແລະ ອາສາສະໝັກຂອງອົງການ JICA ມາຊ່ວຍເຫຼືອ ສປປ ລາວ, ພິເສດ ໂຄງການຊ່ວຍເຫຼືອປັບປຸງສະໜາມກິລາເຈົ້າອານຸວົງ, ໂຄງການປັບປຸງສະໜາມບິນສາກົນວັດໄຕ ແລະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024.

 ນໍາສະເໜີໂດຍ ດາວຫວຽດ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ