ປິດລົງດ້ວຍຜົນສໍາເລັດ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ພ້ອມບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ມອບການເປັນປະທານອາຊຽນໃຫ້ມາເລເຊຍ

ພິທີປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ການມອບປະທານອາຊຽນໃຫ້ແກ່ມາເລເຊຍ ໄດ້ມີຂຶ້ນໃນວັນທີ 11 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາປະມຸກລັດ, ຫົວໜ້າລັດຖະບານປະເທດສະມາຊິກອາຊຽນ ແລະ ຕີມໍ ແລັດສະເຕ, ບັນດາລັດຖະມົນຕີ ແລະ ເຈົ້າໜ້າທີ່ອາວຸໂສຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ຕີມໍ ແລັດສະເຕ, ເລຂາທິການໃຫຍ່ ແລະ ຮອງເລຂາທິການໃຫຍ່ອາຊຽນ, ຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບັນດາຜູ້ແທນ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສະຫຼຸບຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງມີທັງໝົດ 16 ກອງປະຊຸມສຸດຍອດ ພາຍໃຕ້ການເປັນເຈົ້າພາບ ແລະ ປະທານອາຊຽນຂອງ ສປປ ລາວ ພາຍໃຕ້ຄຳຂວັນ “ເພິ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ໃນນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດ 9 ຂົງເຂດບູລິມະສິດສຳລັບການເປັນປະທານອາຊຽນຂອງ ສປປ ລາວ ຊຶ່ງປະກອບສ່ວນເຂົ້າໃນຂະບວນການເສີມສ້າງປະຊາຄົມອາຊຽນ ໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫລາຍກວ່າເກົ່າ. ນອກຈາກນີ້, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ຢໍ້າເຖິງຄວາມສຳຄັນຂອງຄວາມພະຍາຍາມລວມຂອງອາຊຽນ ເພື່ອຮັບປະກັນຂະບວນການສ້າງປະຊາຄົມອາຊຽນໃຫ້ມີຄວາມຕໍ່ເນື່ອງ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າໃນການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ໂດຍບັນດາຂະແໜງການທີ່ກ່ຽວຂ້ອງຂອງສາມເສົາຄຳ້ປະຊາຄົມອາຊຽນ ແລະ ການເຊື່ອມຈອດອາຊຽນ ພາຍໃຕ້ການເປັນປະທານຂອງ ສປປ ລາວ ແນໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ເພື່ອສ້າງປະຊາຄົມອາຊຽນໃຫ້ເປັນປະຊາຄົມທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ ແລະ ແຈ້ງໃຫ້ຊາບຄວາມຄືບໜ້າການກະກຽມຄວາມພ້ອມສຳລັບການເປັນສະມາຊິກສົມບູນອາຊຽນຂອງ ຕີມໍແລັດ ສະເຕ ແລະ ການເສີມຂະຫຍາຍການພົວພັນຮ່ວມມືກັບພາຍນອກ.
ກອງປະຊຸມສຸດຍອດ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງ ໄດ້ຮັບຮອງ ແລະ ຮັບຊາບເອກະສານຫຼາຍກວ່າ 90 ສະບັບ ຊຶ່ງເອກະສານເຫຼົ່ານີ້ຈະເປັນພື້ນຖານໃຫ້ບັນດາຂະແໜງການຂອງອາຊຽນ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍ ເພື່ອເຮັດໃຫ້ອາຊຽນມີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຫຼາຍຂຶ້ນ ແລະ ກ້າວໄປສູ່ປະຊາຄົມທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ ກໍຄື ການປະກອບສ່ວນເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນກ້າວໜ້າໃນພາກພື້ນ ແລະ ໃນໂລກ.
ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຖືໂອກາດນີ້ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈຕໍ່ການສະໜັບສະໜູນ, ການຮ່ວມມື ແລະ ການປະກອບສ່ວນຂອງປະເທດສະມາຊິກອາຊຽນ, ຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ກອງເລຂາອາຊຽນ. ພ້ອມທັງສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈມາຍັງພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ພີ່ນ້ອງຊາວລາວບັນດາເຜົ່າທຸກຖ້ວນໜ້າ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນຕາມພາລະໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນອັນໄດ້ເຮັດໃຫ້ບັນດາກອງປະຊຸມສຸດຍອດໃນຄັ້ງນີ້ ກໍຄື ການເປັນປະທານອາຊຽນຂອງ ສປປ ລາວ ໄດ້ຮັບຜົນສຳເລັດອັນຈົບງາມ.
ໃນຕອນທ້າຍຂອງພິທີດັ່ງກ່າວ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມອບຄ້ອນສັນຍາລັກປະທານອາຊຽນໃຫ້ແກ່ພະນະທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ເພື່ອເປັນປະທານອາຊຽນ ໃນປີ 2025.
ສໍາລັບ ສປປ ລາວ ຈະສືບຕໍ່ເປັນປະທານອາຊຽນໄປຈົນຮອດວັນທີ 31 ທັນວາ 2024 ແລະ ມາເລເຊຍ ຈະເລີ່ມເປັນປະທານອາຊຽນແຕ່ວັນທີ 1 ມັງກອນ – 31 ທັນວາ 2025 ເປັນຕົ້ນໄປ.
ນໍາສະເໜີໂດຍ ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ