ລັດຖະບານໄທ ໃຫ້ການຊ່ວຍເຫຼືອ ສປປ ລາວ 4 ໂຄງການ ລະຫວ່າງການຢ້ຽມຢາມທ່ານນາຍົກໄທ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ຕຸລາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ພິທີຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ ໃນວັນທີ 16 ຕຸລາ 2025 ຢູ່ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ.
ພາຍຫລັງສໍາເລັດພິທີຕ້ອນຮັບ, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ ແລະ ໄທ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ. ໃນການພົບປະ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ທ່ານ ອະນຸທິນ ຊານວີຣະກູນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນທີ 32.
ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງ ທ່ານ ອະນຸທິນ ຊານວີຣະກູນ ຖືເປັນປະເທດທໍາອິດໃນການຢ້ຽມຢາມທາງການ ພາຍຫລັງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຊຶ່ງໄດ້ສະແດງເຖິງຄວາມໃກ້ຊິດສະໜິດສະໜົມ ແລະ ການພົວພັນທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ ລາວ-ໄທ ທັງເປັນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ຄົບຮອບ 75 ປີ ໃນປີນີ້. ໃນຂະນະດຽວກັນ, ທ່ານ ອະນຸທິນ ຊານວີຣະກູນ ກໍໄດ້ສະແດງຄວາມຂອບໃຈຕໍ່ ຄໍາຊົມເຊີຍ ແລະ ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້.
ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາ ແລະ ແລກປ່ຽນຄໍາຄິດເຫັນ ຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ຊຶ່ງນັບຕັ້ງແຕ່ມີການສ້າງຕັ້ງສາຍພົວພັນການທູດນໍາກັນມາ ເປັນເວລາ 75 ປີ (19/12/1950-19/12/2025) ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ໄປຄຽງຄູ່ກັນນັ້ນກໍໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນໃນທຸກລະດັບ, ມີການພົບປະຫາລືຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ອັນພົ້ນເດັ່ນ ແມ່ນສອງຝ່າຍໄດ້ຍົກລະດັບສາຍພົວພັນມິດຕະພາບ ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃນເດືອນມິຖຸນາ 2022 ທີ່ໄດ້ເປີດສັງກາດໃໝ່ຂອງການພົວພັນຮ່ວມມືຂອງສອງປະເທດ ທີ່ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ເງື່ອນໄຂໄລຍະໃໝ່ໃນປັດຈຸບັນ.
ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ລົງເລິກປຶກສາຫາລືການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການປັກຫລັກໝາຍຊາຍແດນ, ການຮ່ວມມືດ້ານຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນສອງປະເທດ, ການຮ່ວມມືດ້ານແຮງງານ, ການຮ່ວມມືປາບປາມການສໍ້ໂກງທາງອອນລາຍ, ການຮ່ວມມືໃນການປ້ອງກັນໝອກຄວັນ, ການຮ່ວມມືດ້ານເສດຖະກິດການຄ້າ, ການພັດທະນາພື້ນຖານໂຄງລ່າງ, ການຮ່ວມມືທາງດ້ານພະລັງງານ, ການທ່ອງທ່ຽວ, ການຮ່ວມມືເພື່ອການພັດທະນາ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ລວມທັງການຈັດບັນດາກິດຈະກໍາສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ໄທ ຄົບຮອບ 75 ປີ ທີ່ມີຜົນສຳເລັດ ແລະ ອື່ນໆ.
ນອກຈາກນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບ ພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໃນທ້າຍປີນີ້ ແລະ ການຢ້ຽມຢາມລັດຖະກິດທີ່ ສປປ ລາວ ຂອງປະມຸກລັດ ໃນໂອກາດທີ່ເໝາະສົມ ແລະ ອື່ນໆ.
ໃນໂອກາດຢ້ຽມຢາມຄັ້ງນີ້, ລັດຖະບານໄທ ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ຈໍານວນ 4 ໂຄງການ ຄື: ໂຄງການເສີມຂະຫຍາຍ ແລະ ຍົກລະດັບ ການຮ່ວມມືກັບປະເທດເພື່ອນບ້ານໃນການສະກັດກັ້ນຢາເສບຕິດ ແລະ ທໍາລາຍເຄືອຂ່າຍການຄ້າຢາເສບຕິດລະຫວ່າງປະເທດ ມູນຄ່າ 10,15 ລ້ານບາດ; ການມອບວັດສະດຸອຸປະກອນສໍາລັບການຮຽນການສອນ ໃຫ້ແກ່ວິທະຍາໄລເຕັກນິກວິຊາຊີບສະຫວັນນະເຂດ ພາຍໃຕ້ໂຄງການສ້າງທັກສະແຮງງານ/ວິຊາຊີບ ສປປ ລາວ ມູນຄ່າ 1.495.930 ບາດ; ການມອບເຊຣອມແກ້ຜິດງູ ໃຫ້ແກ່ໂຮງໝໍເມືອງໂພນໂຮງ, ແຂວງວຽງຈັນ ມູນຄ່າ 875.000 ບາດ; ການໃຫ້ຄວາມຊ່ວຍເຫລືອທາງວິຊາການແກ່ ສປປ ລາວ ສໍາລັບວຽກອອກແບບລາຍລະອຽດໂຄງການພັດທະນາລະບົບນໍ້າປະປາ ໄລຍະທີ 2 ໃນ ສປປ ລາວ ມູນຄ່າ 30 ລ້ານບາດ. ນອກນີ້, ຍັງມີການແລກປ່ຽນເອກະສານ ຈໍານວນ 1 ສະບັບ ຄື: ການແລກປ່ຽນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທະນາຄານເພື່ອການສົ່ງອອກ ແລະ ນໍາເຂົ້າ ແຫ່ງປະເທດໄທ ກັບ ທະນາຄານສົ່ງເສີມກະສິກໍາ ຈໍາກັດ.
ຂ່າວ: ຂປລ
ຂ່າວທີ່ກ່ຽວຂ້ອງ