Skip to main content
15/05/2026 | ການເມືອງ

ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ຮັບແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງອາດສະພັງທອງ ຄົນໃໝ່

ໃນວັນທີ 14 ພຶດສະພາ 2026 ທີ່ສະໂມສອນເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ມີບັນດາຜູ້ຕາງໜ້າຈາກພະແນກການອ້ອມຂ້າງແຂວງ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ສະຫາຍ ສີສະຫວາດ ເພັງທະລັງສີ ກຳມະການພັກແຂວງ, ເລຂາພັກເມືອງອາດສະພັງທອງ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບການນຳພາ-ຊີ້ນຳຂອງຄະນະພັກເມືອງໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ ຄຳວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຈັດຕັ້ງພະນັກງານ ໂດຍສະເພາະແມ່ນມະຕິຕົກລົງ ສະບັບເລກທີ 400/ຄປພຂ: ຕົກລົງຍົກຍ້າຍ ສະຫາຍ ສີສະຫວາດ ເພັງທະລັງສີ ໄປຮັບໜ້າທີ່ໃໝ່ຢູ່ສະພາປະຊາຊົນແຂວງສະຫວັນນະເຂດ; ມະຕິຕົກລົງ ສະບັບເລກທີ 405/ຄປພຂ: ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ປອ ສຸກສົມພອນ ອະໂນໄທ ກຳມະການພັກແຂວງ ເປັນເລຂາຄະນະບໍລິຫານງານພັກເມືອງອາດສະພັງທອງ ຄົນໃໝ່. ໂອກາດນີ້, ສະຫາຍ ບຸນໂຈມ […]

08/05/2026 | ການເມືອງ

ທ່ານຮອງນາຍົກ, ລັດຖະມົນຕີ ສສກ ຕ້ອນຮັບການເຂົ້າຢ້ຽມພົບປະຂອງທູດອົດສະຕຣາລີ ປະຈຳລາວ

ໃນຕອນບ່າຍວັນທີ 7 ພຶດສະພາ 2026 ທີ່ສໍານັກກະຊວງ ສສກ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງອົດສະຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ແຈ້ງໃຫ້ທ່ານທູດຊາບກ່ຽວກັບສະພາບການປະຕິຮູບລະບົບການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ໃນປັດຈຸບັນ ກໍຄືສະພາບການປັບປຸງໂຄງຮ່າງການຈັດຕັ້ງຂອງກະຊວງ ສສກ ໃນໄລຍະໃໝ່ ໂດຍສະເພາະໄດ້ສຸມໃສ່ວຽກງານການພັດທະນາຄູ ແລະ ການປະຕິຮູບລະບົບການສຶກສາສາຍສາມັນມາເປັນ 6+3+3 ເສີມສ້າງລະບົບການສຶກສາລາວ ໃຫ້ມີຄຸນະາບດີຂຶ້ນກວ່າເກົ່າ. ໂອກາດດຽວກັນ, ທ່ານ ນາງ ເມແກນ ຈອນ ໄດ້ສະແດງຄວາມຊົມເຊີຍຕໍ່ການປະຕິຮູບລະບົບການສຶກສາໄລຍະໃໝ່ ພ້ອມຍົກໃຫ້ເຫັນເຖິງຜົນສຳເລັດພາຍໃຕ້ແຜນງານປັບປຸງຄຸນນະພາບ ແລະ […]

27/04/2026 | ການເມືອງ

ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II

ໃນວັນທີ 24 ເມສາ 2026 ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ເພື່ອພິຈາລະນາຮັບຮອງຕຳແໜ່ງວິຊາການຄູ ຂັ້ນຮອງສາດສະດາຈານ ຂອງສະຖານການສຶກສາຊັ້ນສູງ, ພິຈາລະນາຮັບຮອງການຍົກສະຖານະວິທະຍາໄລ ຂຶ້ນເປັນສະຖາບັນ, ຜ່ານຮ່າງນິຕິກຳ, ແຜນພັດທະນາຂະແໜງການຍ່ອຍການສຶກສາຊັ້ນສູງ ຄັ້ງທີ X (2026-2030) ແລະ ປຶກສາຫາລືວຽກງານການພັດທະນາການສຶກສາຊັ້ນສູງໃນໄລຍະປັດຈຸບັນ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີສະມາຊິກສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II ຈຳນວນ 18 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນການປຶກສາຫາລືຫຼາຍບັນຫາທີ່ສຳຄັນເຊັ່ນ: ການພິຈາລະນາຮັບຮອງຕຳແໜ່ງວິຊາການຄູ, ຂັ້ນຮອງສາດສະດາຈານ ທີ່ສັງກັດຢູ່ການສຶກສາຊັ້ນສູງ, ການຍົກລະດັບວິທະຍາໄລ ເປັນສະຖາບັນການສຶກສາຊັ້ນສູງ, ການປັບບປຸງດຳລັດ03, ການພັດທະນາຂະແໜງການຍ່ອຍການສຶກສາຊັ້ນສູງ ແລະ […]

24/04/2026 | ການເມືອງ

ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ

ໃນຕອນບ່າຍຂອງວັນທີ 23 ເມສາ 2026 ທີ່ວິທະຍາໄລເຕັກນິກວິຊາຊີບການລົດໄຟ, ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດກອງປະຊຸມເຊື່ອມຊືມເຜີຍແຜ່ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 90/ນຍ, ລົງວັນທີ 20 ເມສາ 2026 ໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ທົ່ວສໍານັກກະຊວງ ແລະ ອ້ອມຂ້າງ ຂອງກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ ມີຈຸດປະສົງ ເພື່ອ​ປັບ​ປຸງກົງຈັກການຈັດຕັ້ງຂອງ ຂະ​ແໜງ​ການ​ສຶກ​ສາສ, ວິທະຍາສາດ ແລະ ກິ​ລາ ​ໃຫ້ ກະທັດຮັດ ແລະ ສອດຄ່ອງກັບ ພາລະບົດບາດ, ໜ້າທີ່ ແລະ […]

24/04/2026 | ການເມືອງ

ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ

ໃນວັນທີ 22 ເມສາ 2026 ທີ່ຫ້ອງປະຊຸມສະຖາບັນພັດທະນາການບໍລິຫານການສຶກສາ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ລົງພົບປະ ແລະ ບັນຍາຍແລກປ່ຽນບົດຮຽນໃຫ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ຂອງກະຊວງສຶກສາທິການ ແລະ ກິລາ ໃນຫົວຂໍ້ “ບົດບາດຄວາມສໍາຄັນຂອງການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ ໃນໄລຍະໃໝ່” ໂດຍມີ ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ກໍາມະການປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະພັກ, ຄະນະກົມ, ສໍາມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ. ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ […]

20/04/2026 | ການເມືອງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ອວຍພອນປີໃໝ່ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ ພສ 2569

ພີ່ນ້ອງຮ່ວມຊາດ, ເພື່ອນມິດ ທີ່ຮັກແພງທັງຫຼາຍ !ໃນໂອກາດສົ່ງທ້າຍປີເກົ່າ, ປີມະເສັງ ພສ 2568ແລະຕ້ອນຮັບປີໃໝ່, ປີມະເມຍ ພສ 2569ທີ່ຈະມາເຖິງນີ້, ຂ້າພະເຈົ້າ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍ ພອນອັນປະເສີດ ໄປຍັງພໍ່ແມ່ພີ່ນ້ອງຊາວລາວ ໃນທົ່ວປະ ເທດ, ພີ່ນ້ອງຊາວລາວທີ່ກຳລັງດໍາລົງຊີວິດຢູ່ຕ່າງປະເທດກໍຄື ເພື່ອນມິດຊາວຕ່າງປະເທດທີ່ກຳລັງດໍາລົງຊີວິດ ແລະ ເຮັດວຽກຢູ່ ສປປ ລາວ ທຸກທົ່ວໜ້າ.ປີມະເສັງທີ່ກຳລັງຈະຜ່ານພົ້ນໄປເປັນປີທີ່ມີຄວາມໝາຍສໍາຄັນ ແລະ ເປັນປີແຫ່ງຄວາມພາກພູມໃຈ ຂອງປວງຊົນລາວທັງຊາດທີ່ໄດ້ຮ່ວມກັນສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ດ້ວຍຄວາມເອກອ້າງທະນົງໃຈ, ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີXII ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະ ພາປະຊາຊົນແຂວງຊຸດທີ V ດ້ວຍຜົນສຳເລັດຢ່າງສະຫງ່າ ງາມ. ປີທີ່ຜ່ານມາ, ເຖິງວ່າພວກເຮົາຈະປະເຊີນກັບສິ່ງທ້າ ທາຍນາໆປະການ, ແຕ່ດ້ວຍຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ການສະໜັບສະໜູນຊ່ວຍເຫຼືອຈາກປະເທດເພື່ອນມິດແລະອົງການຈັດຕັ້ງສາກົນ,ພວກເຮົາສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໄປໄດ້ໂດຍດີ ແລະ ຍາດໄດ້ຜົນສໍາເລັດທີ່ເປັນຮູບປະທໍາຫຼາຍດ້ານ,ຮັກ ສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ […]

20/04/2026 | ການເມືອງ

ປະທານປະເທດພ້ອມຄອບຄົວ ສົງນໍ້າພະພຸດທະຮູບຢູ່ວັດອົງຕື້ ແລະ ວັດສີສະເກດ

ວັນທີ 14 ເມສາ 2026, ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ພ້ອມດ້ວຍພັນລະຍາ ແລະ ຄອບຄົວລູກຫຼານໄດ້ໄປຫົດພະພຸດທະຮູບທີ່ວັດອົງຕື້ ແລະ ວັດສີສະເກດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569. ມີພະເຖລານຸເຖລະ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງ ນວ ທ່ານຮອງລັດຖະ ມົນຕີກະຊວງການເງິນ ບັນດາການນໍາ ນວ ເມືອງ ພະແນກການ ອົງການທຽບເທົ່າ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້ພາຍຫຼັງສຳເລັດພິທີທາງສາສະໜາແລ້ວທ່ານປະທານປະເທດພ້ອມດ້ວຍຄອບຄົວລູກຫຼານ ແລະ ຄະນະຕິດຕາມໄດ້ພ້ອມກັນຫົດພະພຸດທະຮູບຢູ່ດ້ານໃນ […]

13/04/2026 | ການເມືອງ

ກອງບັນຊາການທະຫານເຂດ 4 ກອງທັບຫວຽດນາມ ເຂົ້າຢ້ຽມອວຍພອນ ລັດຖະມົນຕີ ສສກ ໂອກາດປີໃໝ່ລາວ

ວັນທີ 7 ເມສາ 2026 ນີ້, ສະຫາຍ ພົນຈັດຕະວາ ດວ່ານ ຊວນ ເບື່ອງ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເນື່ອງໃນໂອກາດວັນບຸນປີໃໝ່ລາວ ພສ 2569 ທີ່ຈະໝູນວຽນມາເຖິງໃນມໍ່ໆນີ້ ໂດຍມີບັນດາຫົວໜ້າກົມ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ດວ່ານ ຊວນ ເບື່ອງ ໄດ້ຕາງໜ້າໃຫ້ຄະນະ ກ່າວສະແດງຄວາມຢື້ຢາມຖາມຂ່າວ ພ້ອມທັງອວຍພອນໄຊອັນປະເສີດ ມາຍັງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນໜ້າທີ່ວຽກງານ ພ້ອມກັນສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 […]