Skip to main content

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ອວຍພອນປີໃໝ່ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ ພສ 2569

20/04/2026

ພີ່ນ້ອງຮ່ວມຊາດ, ເພື່ອນມິດ ທີ່ຮັກແພງທັງຫຼາຍ !

ໃນໂອກາດສົ່ງທ້າຍປີເກົ່າ, ປີມະເສັງ ພສ 2568ແລະຕ້ອນຮັບປີໃໝ່, ປີມະເມຍ ພສ 2569ທີ່ຈະມາເຖິງນີ້, ຂ້າພະເຈົ້າ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍ ພອນອັນປະເສີດ ໄປຍັງພໍ່ແມ່ພີ່ນ້ອງຊາວລາວ ໃນທົ່ວປະ ເທດ, ພີ່ນ້ອງຊາວລາວທີ່ກຳລັງດໍາລົງຊີວິດຢູ່ຕ່າງປະເທດກໍຄື ເພື່ອນມິດຊາວຕ່າງປະເທດທີ່ກຳລັງດໍາລົງຊີວິດ ແລະ ເຮັດວຽກຢູ່ ສປປ ລາວ ທຸກທົ່ວໜ້າ.

ປີມະເສັງທີ່ກຳລັງຈະຜ່ານພົ້ນໄປເປັນປີທີ່ມີຄວາມໝາຍສໍາຄັນ ແລະ ເປັນປີແຫ່ງຄວາມພາກພູມໃຈ ຂອງປວງຊົນລາວທັງຊາດທີ່ໄດ້ຮ່ວມກັນສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ດ້ວຍຄວາມເອກອ້າງທະນົງໃຈ, ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີXII ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະ ພາປະຊາຊົນແຂວງຊຸດທີ V ດ້ວຍຜົນສຳເລັດຢ່າງສະຫງ່າ ງາມ. ປີທີ່ຜ່ານມາ, ເຖິງວ່າພວກເຮົາຈະປະເຊີນກັບສິ່ງທ້າ ທາຍນາໆປະການ, ແຕ່ດ້ວຍຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ການສະໜັບສະໜູນຊ່ວຍເຫຼືອຈາກປະເທດເພື່ອນມິດແລະອົງການຈັດຕັ້ງສາກົນ,ພວກເຮົາສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໄປໄດ້ໂດຍດີ ແລະ ຍາດໄດ້ຜົນສໍາເລັດທີ່ເປັນຮູບປະທໍາຫຼາຍດ້ານ,ຮັກ ສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະທຄວາມເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ເສດຖະກິດຟື້ນຕົວ ແລະ ຂະຫຍາຍຕົວດ້ວຍທ່ວງທ່າດີຂຶ້ນ,ອິດທິພົນບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນຕື່ມ ແລະສືບຕໍນຳພາປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ແຫ່ງການພັດທະນາ ໃນຊຸມປີຕໍ່ໜ້າ.

ປີມະເມຍ ພສ 2569 ທີ່ຈະມາເຖິງນີ້ ທົ່ວໂລກຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກສັບສົນ ທີ່ເກີດຈາກຜົນກະ ທົບ ຂອງຄວາມຂັດແຍ້ງ ແລະ ການປະທະກັນຢູ່ບາງພາກພື້ນ, ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ກໍຄື ທຸກພາກສ່ວນໃນສັງຄົມ ຈົງສືບຕໍ່ເຊີດຊູນໍ້າໃຈຮັກຊາດ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ອ້ອມຂ້າງສູນກາງພັກ ແລະ ລັດຖະບານ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກທີ່ຈະເກີດຂຶ້ນ, ອອກແຮງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີX ໃຫ້ມີຜົນສຳເລັດເປັນຮູບປະທຳ, ເຊີດຊູຄວາມເປັນເຈົ້າປະເທດຊາດ, ປະກອບສ່ວນເຂົ້າໃນພາລະກິດພັດທະນາປະເທດຊາດຢ່າງແຂງແຮງຕາມທິດສີຂຽວ ແລະ ຍືນຍົງ ໃຫ້ມີຜົນສຳເລັດ.

ໃນວາລະອັນເປັນສິລິມຸງຄຸນນີ້, ຂ້າພະເຈົ້າຂໍສົ່ງຄໍາອວຍ ພອນໄຊອັນປະເສີດ ໃຫ້ພີ່ນ້ອງຮ່ວມຊາດໃນທົ່ວປະເທດຕະຫຼອດເຖິງພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງປະເທດທີ່ດຳລົງຊີວິດແລະປະຕິບັດໜ້າທີ່ຢູ່ສປປລາວຈົງມີສຸຂະພາບເຂັ້ມແຂງ, ມີຄວາມຢູ່ເຢັນເປັນສຸກ, ມີຜົນສໍາເລັດໃນໜ້າທີ່ວຽກງານ ແລະ ຂໍໃຫ້ການສະຫຼອງປີໃໝ່ລາວໃນປີນີ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນແລະ ມີຄວາມສະຫງົບປອດໄພທຸກປະການດ້ວຍເທີ້ນ.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ