Skip to main content

ປະທານປະເທດພ້ອມຄອບຄົວ ສົງນໍ້າພະພຸດທະຮູບຢູ່ວັດອົງຕື້ ແລະ ວັດສີສະເກດ

20/04/2026
ວັນທີ 14 ເມສາ 2026, ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ພ້ອມດ້ວຍພັນລະຍາ ແລະ ຄອບຄົວລູກຫຼານໄດ້ໄປຫົດພະພຸດທະຮູບທີ່ວັດອົງຕື້ ແລະ ວັດສີສະເກດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569.
ມີພະເຖລານຸເຖລະ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງ ນວ ທ່ານຮອງລັດຖະ ມົນຕີກະຊວງການເງິນ ບັນດາການນໍາ ນວ ເມືອງ ພະແນກການ ອົງການທຽບເທົ່າ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ພາຍຫຼັງສຳເລັດພິທີທາງສາສະໜາແລ້ວທ່ານປະທານປະເທດພ້ອມດ້ວຍຄອບຄົວລູກຫຼານ ແລະ ຄະນະຕິດຕາມໄດ້ພ້ອມກັນຫົດພະພຸດທະຮູບຢູ່ດ້ານໃນ ແລະ ດ້ານນອກສິມຂອງວັດອົງຕື້ ແລະ ວັດສີສະເກດ ຕາມຮີດຄອງປະເພນີອັນດີງາມຂອງຊາດລາວເຮົາທີ່ເຄີຍປະຕິບັດກັນ
ມາແຕ່ບູຮານນະການ ເຊິ່ງເປັນກິດຈະກຳໜຶ່ງຂອງບຸນປີໃໝ່ລາວ ຫຼື ບຸນກຸດສົງການໃນມື້ທຳອິດກໍຄືວັນທີ 14 ເມສາ ທີ່ເປັນມື້ສັງຂານລ່ວງ
ຂ່າວ:ວຽງຈັນໃຫມ່

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ