ກອງບັນຊາການທະຫານເຂດ 4 ກອງທັບຫວຽດນາມ ເຂົ້າຢ້ຽມອວຍພອນ ລັດຖະມົນຕີ ສສກ ໂອກາດປີໃໝ່ລາວ
13/04/2026

ວັນທີ 7 ເມສາ 2026 ນີ້, ສະຫາຍ ພົນຈັດຕະວາ ດວ່ານ ຊວນ ເບື່ອງ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເນື່ອງໃນໂອກາດວັນບຸນປີໃໝ່ລາວ ພສ 2569 ທີ່ຈະໝູນວຽນມາເຖິງໃນມໍ່ໆນີ້ ໂດຍມີບັນດາຫົວໜ້າກົມ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ດວ່ານ ຊວນ ເບື່ອງ ໄດ້ຕາງໜ້າໃຫ້ຄະນະ ກ່າວສະແດງຄວາມຢື້ຢາມຖາມຂ່າວ ພ້ອມທັງອວຍພອນໄຊອັນປະເສີດ ມາຍັງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນໜ້າທີ່ວຽກງານ ພ້ອມກັນສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ດ້ວຍຄວາມເບີກບານມ່ວນຊື່ນ, ອວຍພອນແດ່ມິດຕະພາບ ລະຫວ່າງ ສອງພັກ, ສອງລັດ, ໃຫ້ນັບມື້ໝັ້ນຄົງທະນົງແກ່ນຂຶ້ນໄປເລື້ອຍໆ.
ໂອກາດດຽວກັນ, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ຕາງໜ້າໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ ກ່າວສະແດງຄວາມຂອບໃຈມາຍັງ ສະຫາຍ ພົນຈັດຕະວາ ດ່ວານ ຊວນ ເບື່ອງ ພ້ອມດ້ວຍຄະນະ ທີ່ໄດ້ສະຫຼະເວລາອັນມີຄ່າມາຢ້ຽມຢາມ ແລະ ອວຍພອນໃນຄັ້ງນີ້ ພ້ອມທັງກ່າວອວຍພອນໄຊອັນປະເສີດ ໃຫ້ສະຫາຍພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດທຸກໜ້າທີ່ວຽກງານທີ່ທີ່ໄດ້ມອບໝາຍ.
ພາບ-ຂ່າວໂດຍ: ບຸນທະວີ ນະວົງສາ
ຂ່າວທີ່ກ່ຽວຂ້ອງ















