Skip to main content

ສສກ ຫາລືວິຊາການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄໍ້າປະກັນວັດສະດຸນິວເຄຣຍ

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມວິຊາການກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຄໍ້າປະກັນວັດສະດຸນິວເຄຣຍ ໃນລະຫວ່າງວັນທີ 15-18 ມັງກອນ 2024 ທີ່ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຄະນະຜູ້ຕາງໜ້າຈາກສະຖານທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ, ຄະນະຊ່ຽວຊານຈາກກົມພະລັງງານ ສະຫະລັດອາເມຣິກາ, ຊ່ຽວຊານຈາກອົງການພະລັງງານປະລໍາມະນູສາກົນ, ກະຊວງອ້ອມຂ້າງ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ປອ ສຸລິອຸດົງ ສູນດາລາ...

Continue reading

ກ້າວສູ່ໄລຍະ 2 ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ ຫຼັງສໍາເລັດ ໄລຍະ 1

ການຈັດຕັ້ງປະຕິບັດວຽກງານໂຄງການຝຶກອົບຮົມວິຊາຊີບ  ແລະ ວຽກສະໜັບສະໜູນການມີວຽກເຮັດງານທຳ (VTESS) ໃນ ສປປ ລາວ ໄລຍະທີ 1 ເປັນເວລາ 4 ປີ ໄດ້ສໍາເລັດລົງ, ທາງໂຄງການໄດ້ຈັດກອງປະຊຸມປິດໂຄງການໄລຍະທີ 1 ຢ່າງເປັນທາງການ ໃນວັນທີ 11 ມັງກອນ 2024 ທີ່ໂຮງແຮມຄຣາວພລາຊ່າ, ນະຄອນຫຼວງວຽງຈັນ ໂດຍໄດ້ຮັບກຽດເປັນປະທານຂອງທ່ານ ປອ ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ອາດາລິນ ໂອບີ ຫົວໜ້າແຜນງານເສດຖະກິດ ແລະ ການພັດທະນາແບບມີສ່ວນຮ່ວມ ອົງການເພື່ອການພັດທະນາ ແລະ ການຮ່ວມມື ປະເທດສະວິດເຊີແລນ, ມີບັນດາຄູ່ຮ່ວມງານຈາກຂັ້ນແຂວງ ແລະ ຂັ້ນສູນກາງ ເຂົ້າຮ່ວມທັງໝົດ 70...

Continue reading

ມຊ ຈັດງານບຸນວິທະຍາສາດ ສະຫຼອງວັນສ້າງຕັ້ງ ຄົບຮອບ 27 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານບຸນວິທະຍາສາດ, ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 27 ປີ ໃນວັນທີ 10 ພະຈິກ 2023  ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ມີທ່ານ ຮສ.ປອ ອຸດົມ ພອນຄຳເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ຊາດ, ພ້ອມດ້ວຍອະທິການບໍດີ ມະຫາວິທະຍາໄລ ຊົນເຜົ່າກວາງຊີ ສປ ຈີນ, ອະທິການບໍດີ ມະຫາວິທະຍາໄລ ມະຫິດົນ ຣາຊະອານາຈັກໄທ, ຕະຫຼອດຮອດບັນດາພະນັກງານການນຳ, ຄູອາຈານ, ນັກຄົ້ນຄວ້າ ແລະ ນັກສຶກສາເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ...

Continue reading

ສສກ ເປີດກວ້າງຮ່າງຍຸດທະສາດ ແຜນດຳເນີນງານແຫ່ງຊາດດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ 2025-2040

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມເປີດກວ້າງກ່ຽວກັບ ການຮ່າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ປີ 2025-2040 ເມື່ອວັນ​ທີ ​27 ຕຸລາ 2023 ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ໂຊຢຸນ ຄິມ ຫົວໜ້າອົງການ UNESCO ປະຈຳພາກພື້ນ, ມີ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຂະແໜງການຈາກກະຊວງທີ່ກ່ຽວຂ້ອງ ແລະ ບັນດາກົມ, ຫ້ອງການ ແລະ ມະຫາວິທະຍາໄລ ແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ...

Continue reading

ປະທານປະເທດ ເນັ້ນໃຫ້ນັກຄົ້ນຄວ້າວິທະຍາສາດລາວ ເອົາໃຈໃສ່ຫຼາຍບັນຫາສຳຄັນ

ພະນະທ່ານ ປະທານປະເທດ ເນັ້ນໜັກໃຫ້ນັກຄົ້ນຄວ້າວິທະຍາສາດລາວ ເອົາໃຈໃສ່ຫຼາຍບັນຫາສຳຄັນ ເປັນຕົ້ນ ແມ່ນການເອົາໃຈໃສ່ສ້າງເວທີ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລກປ່ຽນຜົນງານການຄົ້ນຄວ້າ ແລະ ສ້າງເຄືອຂ່າຍນັກຄົ້ນຄວ້າ ແລະ ສ້າງຄວາມສຳພັນກັນລະຫວ່າງພາກອຸດສາຫະກຳ ແລະ ສະຖາບັນການສຶກສາ ຄົ້ນຄວ້າ ວິໄຈ ເພື່ອສ້າງໃຫ້ໄດ້ກຳລັງແຮງສັງລວມ ແລະ ຕໍ່ຍອດຜົນງານດ້ານວິທະຍາສາດໃຫ້ກາຍເປັນຜະລິດຕະພັນອອກຮັບໃຊ້ສັງຄົມໃຫ້ຫຼາຍຂຶ້ນ. ເມື່ອວັນທີ 12 ຕຸລາ 2023 ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ...

Continue reading

ຫຼາຍພາກສ່ວນຮ່ວມຈັດງານບຸນວິທະຍາສາດ ສະຫຼອງວັນຄູແຫ່ງຊາດ ຢ່າງຄຶກຄື້ນ

ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຮ່ວມກັບຫຼາຍວິທະຍາໄລອ້ອມຂ້າງ 10 ແຫ່ງ ແລະ ສະຫະພັນເອີຣົບ ປະຈຳ ສປປ ລາວ ໄດ້ຈັດງານບຸນວິທະຍາສາດ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ 1994-7 ຕຸລາ 2023) ຄົບຮອບ 29 ປີ ໃນຕອນເຊົ້າວັນທີ 5 ຕຸລາ 2023 ທີ່ ວິທະຍາໄລຄູ ດົງຄຳຊ້າງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ເວັງຊອງ ເວຍ ຫົວໜ້າຝ່າຍການຮ່ວມມື ສຳນັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ສປປ ລາວ, ມີຫົວໜ້າຫ້ອງການກະຊວງ ສສກ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຄະນະອຳນວຍການ, ພະອາຈານທີ່ມາຈາກວິທະຍາໄລສົງ, ພະນັກງານ ຄູອາຈານ ແລະ ນັກຮຽນ...

Continue reading

ກົມຄຸ້ມຄອງວິທະຍາສາດ ສສກ ຜ່ານຮ່າງຍຸດທະສາດການພັດທະນາວິທະຍາສາດ ແລະ ນະວັດຕະກໍາແຫ່ງຊາດ 2023-2035

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຜ່ານຮ່າງຍຸດທະສາດການພັດທະນາວິທະຍາສາດ ແລະ ນະວັດຕະກຳແຫ່ງຊາດ ໄລຍະປີ 2023-2035 ເມື່ອວັນທີ 4 ຕຸລາ 2023 ທີ່ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ສສກ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສຸລິອຸດົງ ສູນດາຣາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຂະແໜງການຈາກກະຊວງທີ່ກ່ຽວຂ້ອງ, ບັນດາກົມ, ຫ້ອງການ, ມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ປອ ສຸລິອຸດົງ...

Continue reading