ສສກ ເປີດກວ້າງຮ່າງຍຸດທະສາດ ແຜນດຳເນີນງານແຫ່ງຊາດດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ 2025-2040

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມເປີດກວ້າງກ່ຽວກັບ ການຮ່າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ປີ 2025-2040 ເມື່ອວັນທີ 27 ຕຸລາ 2023 ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ໂຊຢຸນ ຄິມ ຫົວໜ້າອົງການ UNESCO ປະຈຳພາກພື້ນ, ມີ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຂະແໜງການຈາກກະຊວງທີ່ກ່ຽວຂ້ອງ ແລະ ບັນດາກົມ, ຫ້ອງການ ແລະ ມະຫາວິທະຍາໄລ ແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ຕະຫຼອດຮອດພະນັກງານພາຍໃນເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ປັດຈຸບັນອີງຕາມການມອບໝາຍຈາກລັດຖະບານ ເພື່ອໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນຫຼັກໃນວຽກງານພັດທະນາວິທະຍາສາດ, ຕໍ່ສະພາບການພັດທະນາວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ໃນພາກພື້ນ ແລະ ສາກົນ ທີ່ມີການພັດທະນາຢ່າງກ້າວກະໂດດ ຊຶ່ງ ສປປ ລາວ ກໍໃຫ້ຄວາມສໍາຄັນໃນວຽກງານດັ່ງກ່າວ ໂດຍກຳລັງກະກຽມສ້າງຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດ ດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ປີ 2025-2040 ເພື່ອເປັນແນວທາງໃນການພັດທະນາວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳຂອງປະເທດເຮົາໃນຊຸມປີຕໍ່ໜ້າ. ການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ຮ່າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ປີ 2025-2040 ແນໃສ່ຄວາມເຫັນດີເປັນເອກະພາບທາງດ້ານເນື້ອໃນ ໂດຍສະເພາະການກຳນົດເປົ້າໝາຍ, ຍຸດທະສາດ ແລະ ແຜນງານ ໃນແຕ່ລະໄລຍະ ເພື່ອໃຫ້ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່.
ນອກຈາກນັ້ນ, ຜູ້ເຂົ້າຮ່ວມໃນກອງປະຊຸມຍັງໄດ້ຮັບຟັງການສະເໜີບົດ ແລະ ສົນທະນາແລກປ່ຽນ ປະກອບຄໍາຄິດເຫັນໃສ່ຮ່າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ປີ 2025-2040 ຊຶ່ງເປັນການສ້າງໂອກາດອັນດີໃຫ້ບັນດາຜູ້ເຂົ້າຮ່ວມສາມາດແລກປ່ຽນຄຳເຫັນຢ່າງເຕັມສ່ວນຕໍ່ບັນດາເປົ້າໝາຍ, ຍຸດທະສາດ ແລະ ແຜນງານທີ່ກຳນົດໃນຮ່າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ສະບັບດັ່ງກ່າວ. ສຳລັບຜົນຈາກການປະກອບຄໍາເຫັນຂອງກອງປະຊຸມ ແມ່ນຈະນໍາໄປປັບປຸງເນື້ອໃນຂອງຮ່າງຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດອີກດ້ວຍ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ
ຂ່າວອື່ນທີ່ໜ້າສົນໃຈ

ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ

ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ກວຮ ຮ່ວມກັບ 3 ພາກສ່ວນ ຫາລືນະໂຍບາຍ ແລະ ເພີ່ມທະວີການພັດທະນາການສຶກສາກ່ອນໄວຮຽນ




