Skip to main content

ສສກ ຫາລືວິຊາການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄໍ້າປະກັນວັດສະດຸນິວເຄຣຍ

22/01/2024

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມວິຊາການກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຄໍ້າປະກັນວັດສະດຸນິວເຄຣຍ ໃນລະຫວ່າງວັນທີ 15-18 ມັງກອນ 2024 ທີ່ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຄະນະຜູ້ຕາງໜ້າຈາກສະຖານທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ, ຄະນະຊ່ຽວຊານຈາກກົມພະລັງງານ ສະຫະລັດອາເມຣິກາ, ຊ່ຽວຊານຈາກອົງການພະລັງງານປະລໍາມະນູສາກົນ, ກະຊວງອ້ອມຂ້າງ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ປອ ສຸລິອຸດົງ ສູນດາລາ ໄດ້ກ່າວ່າ: ກອງປະຊຸມຄັ້ງນີ້, ຜູ້ເຂົ້້າຮ່ວມຈະໄດ້ຮຽນຮູ້, ຮັບຮູ້ ແລະ ເຂົ້າໃຈຕໍ່ກັບສະພາບລວມ, ບັນດາຫຼັກການ, ຜົນປະໂຫຍດ ແລະ ຄວາມສ່ຽງຈາກການນໍາໃຊ້ເຕັກໂນໂລຊີນິວເຄຣຍເພື່ອສັນຕີ ລວມໄປເຖິງບັນດາລະບຽບການ, ນິຕິກຳ, ຂັ້ນຕອນ ແລະ ຂະບວນການໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ, ການກວດສອບ ແລະ ການລາຍງານກ່ຽວກັບການນຳໃຊ້ວັດສະດຸນິວເຄຣຍ. ສິ່ງ ສຳຄັນໄປກ່ວານັ້ນ, ຍັງຈະໄດ້ແລກປ່ຽນບົດຮຽນ, ປະສົບການໃນການຈັດຕັ້ງປະຕິບັດວຽກງານຄ້ຳປະກັນວັດສະດຸນິວເຄຣຍ ໂດຍສະເພາະແມ່ນອະນູສັນຍາ ວ່າດ້ວຍລັດທີ່ມີປະລິມານວັດສະດຸນິວເຄຣຍໜ້ອຍ ສະບັບປັບປຸງ (Modified Small Quantities Protocol-SQP) ທີ່ ສປປ ລາວ ໄດ້ຮັບຮອງໃນປີ 2022 ແລະ ວິທີການ ແລະ ຂັ້ນຕອນໃນການລາຍງານໃຫ້ແກ່ອົງການພະລັງງານປະລໍາມະນຸສາກົນ (IAEA) ຢ່າງຖືກຕ້ອງ ແລະ ແຖດເໝາະກັບສະພາບການຕົວຈິງ ເພື່ອປະຕິບັດສັນຍາລະຫວ່າງ ສປປ ລາວ ແລະ ອົງການປະລໍາມະນູສາກົນ.

ນອກຈາກນີ້, ໃນກອງປະຊຸມຍັງໄດ້ມີການນໍາສະເໜີບົດກ່ຽວກັບສິດ ແລະ ພັນທະພາຍຫຼັງທີ່ຮັບຮອງອະນຸສັນຍາ ວ່າດ້ວຍລັດທີ່ມີປະລິມານວັດສະດຸນິວເຄຣຍໜ້ອຍ ສະບັບປັບປຸງ (Modified Small Quantities Protocol-SQP); ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງຄວາມປອດໄພຈາກລັງສີ ແລະ ນິວເຄຣຍ, ການຈັດຕັ້ງປະຕິບັດວຽກງານຢັ້ງຢືນຄວາມປອດໄພຂອງວັດສະດຸນິວເຄຣຍ; ບັນດາບົດຮຽນ ແລະ ປະສົບການຂອງບາງປະເທດສະມາຊິກ ທີ່ຈັດຕັ້ງປະຕິບັດ ເປັນຕົ້ນ ສສ ຫວຽດນາມ, ອົດສະຕຣາລີ ແລະ ປະເທດອື່ນໆ, ລວມໄປເຖິງ ການກຳນົດຊອກຫາວັດສະດຸນິວເຄຣຍ, ລະບົບຂັ້ນຕອນໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ຍືນຍົງໃຫ້ແກ່ໜ່ວຍງານວິຊາການທີ່ຄຸ້ມຄອງຄວາມປອດໄພລັງສີ-ນິວເຄຣຍ. ພ້ອມກັນນັ້ນ, ໄດ້ມີການແລກປ່ຽນບົດຮຽນຈາກບັນດາຊ່ຽວຊານອີກດ້ວຍ.

ໂດຍ ບົວລະພາ

ຂ່າວທີ່ກ່ຽວຂ້ອງ



ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ

ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ

ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ກວຮ ຮ່ວມກັບ 3 ພາກສ່ວນ ຫາລືນະໂຍບາຍ ແລະ ເພີ່ມທະວີການພັດທະນາການສຶກສາກ່ອນໄວຮຽນ

ຄະນະຜູ້ແທນ ສສກ ເຂົ້າຮ່ວມກອງປະຊຸມການພັດທະນາວຽກງານອາຊີວະສຶກສາໂລກ ປະຈຳປີ 2026 ທີ່ສປ ຈີນ