Skip to main content

ປະທານປະເທດ ເນັ້ນໃຫ້ນັກຄົ້ນຄວ້າວິທະຍາສາດລາວ ເອົາໃຈໃສ່ຫຼາຍບັນຫາສຳຄັນ

16/10/2023
ພະນະທ່ານ ປະທານປະເທດ ເນັ້ນໜັກໃຫ້ນັກຄົ້ນຄວ້າວິທະຍາສາດລາວ ເອົາໃຈໃສ່ຫຼາຍບັນຫາສຳຄັນ ເປັນຕົ້ນ ແມ່ນການເອົາໃຈໃສ່ສ້າງເວທີ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລກປ່ຽນຜົນງານການຄົ້ນຄວ້າ ແລະ ສ້າງເຄືອຂ່າຍນັກຄົ້ນຄວ້າ ແລະ ສ້າງຄວາມສຳພັນກັນລະຫວ່າງພາກອຸດສາຫະກຳ ແລະ ສະຖາບັນການສຶກສາ ຄົ້ນຄວ້າ ວິໄຈ ເພື່ອສ້າງໃຫ້ໄດ້ກຳລັງແຮງສັງລວມ ແລະ ຕໍ່ຍອດຜົນງານດ້ານວິທະຍາສາດໃຫ້ກາຍເປັນຜະລິດຕະພັນອອກຮັບໃຊ້ສັງຄົມໃຫ້ຫຼາຍຂຶ້ນ.
ເມື່ອວັນທີ 12 ຕຸລາ 2023 ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໄດ້ມີກອງປະຊຸມພົບປະໂອ້ລົມຂອງການນຳຂັ້ນສູງຕໍ່ນັກວິທະຍາສາດ ໃນໂອກາດສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ (12 ຕຸລາ) ໃນຫົວຂໍ້ “ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຈະກຳ ເພື່ອແກ້ໄຂສິ່ງທ້າທາຍ ແລະ ການພັດທະນາປະເທດຊາດ” ໂດຍພາຍໃຕ້ການເປັນປະທານ ແລະ ໂອລົມຂອງພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ບັນດາຄະນະນຳກະຊວງ, ນັກຄົ້ນຄວ້າວິທະຍາສາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ກ່າວໂອລົມ ພ້ອມເນັ້ນໜັກໃຫ້ນັກຄົ້ນຄວ້າວິທະຍາສາດລາວ ເອົາໃຈໃສ່ໃນຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນການເອົາໃຈໃສ່ສ້າງເວທີ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລກປ່ຽນຜົນງານການຄົ້ນຄວ້າ ແລະ ສ້າງເຄືອຂ່າຍນັກຄົ້ນຄວ້າ ແລະ ສ້າງຄວາມສຳພັນກັນລະຫວ່າງພາກອຸດສາຫະກຳ ແລະ ສະຖາບັນການສຶກສາ ຄົ້ນຄວ້າ ວິໄຈ ເພື່ອສ້າງໃຫ້ໄດ້ກຳລັງແຮງສັງລວມ ແລະ ຕໍ່ຍອດຜົນງານດ້ານວິທະຍາສາດໃຫ້ກາຍເປັນຜະລິດຕະພັນອອກຮັບໃຊ້ສັງຄົມໃຫ້ຫຼາຍຂຶ້ນ ແນໃສ່ຫຼຸດຜ່ອນການນໍາເຂົ້າຜະລິດຕະພັນຈາກຕ່າງປະເທດ ຕິດພັນກັບວາລະແຫ່ງຊາດ; ນັກຄົ້ນຄວ້າ ນັກວິທະຍາສາດ ປັນຍາຊົນລາວ ຕ້ອງເປັນເຈົ້າການ ແລະ ຕັ້ງໜ້າປະກອບສ່ວນຊ່ວຍພັກ-ລັດ ຄົ້ນຄວ້າຊອກຫາທາງອອກໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ທີ່ປະເຊີນໜ້າແຕ່ລະໄລຍະ ກໍຄືເສັ້ນທາງການພັດທະນາຢູ່ປະເທດເຮົາໃຫ້ຫຼາຍກວ່າເກົ່າ ເປັນຕົ້ນແມ່ນການແກ້ໄຂບັນຫາເສດຖະກິດ-ການເງິນ-ເງິນຕາ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ນັບທັງການແກ້ໄຂບັນຫາທີ່ຕິດພັນກັບຂອດຂັ້ນການຄຸ້ມຄອງ-ບໍລິຫານຂອງລັດ; ໃຫ້ນັກຄົ້ນຄວ້າ ແລະ ບຸກຄະລາກອນທາງວິທະຍາສາດ ແລະ ເຕັກໂນໂລຊີ ຈົ່ງໄດ້ຍົກສູງສະຕິຊາດ ເປັນເຈົ້າຕົນເອງ ມີຄວາມອົດທົນ-ເສຍສະຫຼະ ຄວາມຮັບຜິດຊອບ ແລະ ຄວາມເປັນແບບຢ່າງໃນໜ້າທີ່ຄວາມຮັບຜິດຊອບຂອງຕົນ ສ້າງພື້ນຖານ ແລະ ຄວາມເປັນແບບຢ່າງໃຫ້ແກ່ອະນຸຊົນຄົນຮຸ່ນຫຼັງ ເຮັດໃຫ້ຄົ້ນຄວ້າວິທະຍາສາດ ເປັນມູນເຊື້ອ ເປັນການເປີດກວ້າງສະຕິປັນຍາ ພູມປັນຍາທາງວັດທະນະທໍາໜຶ່ງຂອງຊາດລາວ ສືບຕໍ່ພັດທະນາ ສ້າງເງື່ອນໄຂໃຫ້ຊັບພະຍາກອນມະນຸດຂອງພວກເຮົາ ໄດ້ຮັບການກໍ່ສ້າງ ແລະ ພັດທະນາຖັນແຖວນັກຄົ້ນຄວ້າວິທະຍາສາດ ນັກຮຽນຮູ້ປັນຍາຊົນໄດ້ປະກອບສ່ວນເຂົ້າໃນການຄົ້ນຄວ້າ ການປະດິດສ້າງໃໝ່ໃຫ້ແກ່ປະເທດຊາດ ນັບມື້ນັບຫຼາຍ ແລະ ໂດດເດັ່ນຂຶ້ນ.
ພ້ອມກັນນັ້ນ, ພ້ອມກັນຕັ້ງໜ້າຜັນຂະຫຍາຍຜົນສຳເລັດຂອງການປະຕິຮູບການສຶກສາແຫ່ງຊາດສູ່ລວງເລິກ ຍຶດໝັ້ນການຖືວຽກງານສຶກສາໄປກ່ອນກ້າວໜຶ່ງ ເປັນບູລິມະສິດໄປຄຽງຄູ່ກັບການປັບປຸງ ແລະ ຍົກລະດັບວຽກງານກິລາ-ກາຍະກຳ ໃຫ້ມີການຫັນປ່ຽນທີ່ແຂງແຮງ ແລະ ເລິກເຊິ່ງ ຜູ້ບໍລິຫານການສຶກສາ ສະຖາບັນຄົ້ນຄວ້າ ແລະ ນັກຄົ້ນຄວ້າ ຕ້ອງສຶກສາ ເຊື່ອມຊຶມ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ແລະ ຫັນເປັນຍຸດທະສາດ ເປັນໂຄງການ ແລະ ເປັນແຜນດຳເນີນງານ ແລະ ຫົວຂໍ້ຄົ້ນຄວ້າຂອງຕົນ ໃຫ້ຮີບຮ້ອນທົບທວນ ແລະ ສ້າງໃໝ່ ຍຸດທະສາດ ຫຼື ແຜນແມ່ບົດໃນການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອໃຫ້ສອດຄ່ອງກັບສະພາບການໃນສະເພາະໜ້າ ແລະ ຍາວນານ ຈົ່ງຕັ້ງໜ້າປະກອບສ່ວນສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງຜັນຂະຫຍາຍແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກ ກໍຄືແຜນພັດທະນາຂອງລັດ ໂດຍສະເພາະ ການຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍສືບຕໍ່ແຮງແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ຮອບດ້ານໃນການນໍາພາຂອງພັກ ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຕ່າງໆ ດ້ວຍການປະກອບບຸກຄະລາກອນ ພື້ນຖານໂຄງລ່າງ ເຄື່ອງມືຮັບໃຊ້ ແລະ ທຶນຮອນ ທີ່ສົມເຫດສົມຜົນ ເພື່ອເຮັດໃຫ້ການຄົ້ນຄວ້າສາມາດດຳເນີນໄດ້ຕາມເງື່ອນໄຂຕົວຈິງ ບຳລຸງ ແລະ ກໍ່ສ້າງນັກວິທະຍາສາດໃນຂົງເຂດ ແລະ ຂະແໜງການຕ່າງໆ ໃນອັດຕາສ່ວນທີ່ເໝາະສົມ ໃຫ້ມີໂຄງການກໍ່ສ້າງ ນຳໃຊ້ນັກວິທະຍາສາດໜຸ່ມ ເພື່ອສ້າງໃຫ້ເຂົາເຈົ້າ ໄດ້ບັນຈຸເຂົ້າໃນສະຖາບັນຄົ້ນຄວ້າຕ່າງໆ ລວມທັງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການສ້າງນັກວິທະຍາສາດໜຸ່ມ ຕ້ອງເລັ່ງໃສ່ບາງສາຂາທີ່ເປັນບູລິມະສິດ ເຊັ່ນ: ກະສິກຳ ເຕັກໂນໂລຊີຊີວະພາບ ການປຸງແຕ່ງ ພະລັງງານ ບໍ່ແຮ່ ໂລຈິດສະຕິກ ເສດຖະກິດ ເສດຖະກິດດິຈິຕອນ ການພັດທະນາ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ບັນຫາຂອງສັງຄົມ ແລະ ອື່ນໆ.
ນອກຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການລາຍງານສະພາບການຄຸ້ມຄອງວຽກງານວິທະຍາສາດ. ຫຼັງຈາກນັ້ນ, ການນຳຂັ້ນສູງ, ຄະນະຕິດຕາມ, ການນຳ ສສກ ແລະ ນັກວິທະຍາສາດ ໄດ້ຢ້ຽມຊົມບູດການວາງສະແດງຜົນງານການຄົ້ນຄວ້າ ແລະ ຜົນງານທາງວິທະຍາສາດ.
ໂດຍ ບົວລະພາ

ຂ່າວທີ່ກ່ຽວຂ້ອງ



ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ

ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເຄື່ອນໄຫວຊີ້ນຳວຽກງານ ແລະ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈຳປາສັກ

ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ນະຄອນຫຼວງວຽງຈັນ

ຫົວໜ້າພະແນກ ສກຂ ຈຳປາສັກ ພ້ອມດ້ວຍຄະນະ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢູ່ເມືອງປະທຸມພອນ

ເມືອງອຸທຸມພອນ ເປີດບັ້ນສອບເສັງຈົບ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ

ນັກຮຽນ ມ.4 ທົ່ວເມືອງຄູນຄຳ 248 ຄົນ ເຂົ້າຮ່ວມການສອບເສັງຈົບຊັ້ນ ປະຈຳສົກຮຽນ 2025-2026

ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ

ລັດວິສາຫະກິດຫວຍພັດທະນາລາວ ມອບເງິນ 20 ລ້ານກີບ ຊ່ວຍສ້ອມແປງ ໂຮງຮຽນ ມ.ຕົ້ນ ຫ້ວຍໄລ

ຄູສອນ ແລະ ພະນັກງານ 64 ທ່ານ ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

3 ແຂວງພາກເໜືອ ຂອງລາວ ແລະ ແຂວງກວາງນິ່ງ ສສ ຫວຽດນາມ ຫາລືຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ

ມສ ພັນຊຳ ເປີດການສອບເສັງຈົບຊັ້ນ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ