ກົມຄຸ້ມຄອງວິທະຍາສາດ ສສກ ຜ່ານຮ່າງຍຸດທະສາດການພັດທະນາວິທະຍາສາດ ແລະ ນະວັດຕະກໍາແຫ່ງຊາດ 2023-2035

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຜ່ານຮ່າງຍຸດທະສາດການພັດທະນາວິທະຍາສາດ ແລະ ນະວັດຕະກຳແຫ່ງຊາດ ໄລຍະປີ 2023-2035 ເມື່ອວັນທີ 4 ຕຸລາ 2023 ທີ່ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ສສກ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສຸລິອຸດົງ ສູນດາຣາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຂະແໜງການຈາກກະຊວງທີ່ກ່ຽວຂ້ອງ, ບັນດາກົມ, ຫ້ອງການ, ມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ປອ ສຸລິອຸດົງ ສູນດາຣາ ໄດ້ກ່າວວ່າ: ປັດຈຸບັນອີງຕາມການມອບໝາຍຈາກລັດຖະບານເພື່ອໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນຫຼັກໃນວຽກງານພັດທະນາວິທະຍາສາດ ແລະ ຕໍ່ສະພາບການພັດທະນາ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳໃນພາກພື້ນ ແລະ ສາກົນ ທີ່ມີການພັດທະນາຢ່າງກ້າວກະໂດດ ຊຶ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນໃນວຽກງານການພັດທະນາວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ໂດຍກໍາລັງກະກຽມສ້າງຍຸດທະສາດການພັດທະນາວິທະຍາສາດ ແລະ ນະວັດຕະກຳແຫ່ງຊາດ 2023-2035 ເພື່ອເປັນແນວທາງໃນການພັດທະນາວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳຂອງປະເທດເຮົາໃນຊຸມປີຕໍ່ໜ້າ. ຈຸດປະສົງຂອງກອງປະຊຸມວິຊາການໃນຄັ້ງນີ້, ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ຮ່າງຍຸດທະສາດການພັດທະນາວິທະຍາສາດ ແລະ ນະວັດຕະກຳແຫ່ງຊາດ ໄລຍະປີ 2023-2035 ແນໃສ່ນຳເອົາຄວາມເຫັນດີເປັນເອກະພາບທາງດ້ານເນື້ອໃນ ໂດຍສະເພາະ ການວາງເປົ້າໝາຍ, ຍຸດທະສາດ ແລະ ແຜນງານ ໃນແຕ່ລະໄລຍະຂອງວຽກງານຍຸດທະສາດ ເພື່ອໃຫ້ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່ ແລະ ທັງເປັນການກຽມຄວາມພ້ອມທາງດ້ານເນື້ອໃນ ເພື່ອຜ່ານໃນກອງປະຊຸມເປີດກວ້າງຂອງຂະແໜງການ ແລະ ລັດຖະບານ.
ໃນກອງປະຊຸມຄັ້ງນີ້, ໄດ້ມີການສະເໜີບົດ ແລະ ສົນທະນາກ່ຽວກັບຮ່າງຍຸດທະສາດການພັດທະນາວິທະຍາສາດ ແລະ ນະວັດຕະກຳແຫ່ງຊາດ ໄລຍະປີ 2023-2035 ຊຶ່ງທັງໝົດນັ້ນ ແມ່ນສ້າງໂອກາດອັນດີສໍາລັບຜູ້ເຂົ້າຮ່ວມສາມາດແລກປ່ຽນຄຳເຫັນຢ່າງເຕັມສ່ວນຕໍ່ກັບບັນດາເປົ້າໝາຍ, ຍຸດທະສາດ ແລະ ແຜນງານທີ່ກໍານົດຈາກຄະນະກຳມະການເນື້ອໃນຂອງກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ. ນອກຈາກນັ້ນ, ຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ແມ່ນຈະນໍາໄປປັບປຸງເນື້ອໃນຂອງຮ່າງຍຸດທະສາດດັ່ງກ່າວເພີ່ມຕື່ມ ແລະ ສະເໜີຜ່ານກອງປະຊຸມເປີດກວ້າງຕາມຂັ້ນຕອນຂອງການສ້າງນິຕິກຳໃນຕໍ່ໜ້າ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ
ຂ່າວອື່ນທີ່ໜ້າສົນໃຈ

ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ

ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ກວຮ ຮ່ວມກັບ 3 ພາກສ່ວນ ຫາລືນະໂຍບາຍ ແລະ ເພີ່ມທະວີການພັດທະນາການສຶກສາກ່ອນໄວຮຽນ



