ກ້າວສູ່ໄລຍະ 2 ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ ຫຼັງສໍາເລັດ ໄລຍະ 1

ການຈັດຕັ້ງປະຕິບັດວຽກງານໂຄງການຝຶກອົບຮົມວິຊາຊີບ ແລະ ວຽກສະໜັບສະໜູນການມີວຽກເຮັດງານທຳ (VTESS) ໃນ ສປປ ລາວ ໄລຍະທີ 1 ເປັນເວລາ 4 ປີ ໄດ້ສໍາເລັດລົງ, ທາງໂຄງການໄດ້ຈັດກອງປະຊຸມປິດໂຄງການໄລຍະທີ 1 ຢ່າງເປັນທາງການ ໃນວັນທີ 11 ມັງກອນ 2024 ທີ່ໂຮງແຮມຄຣາວພລາຊ່າ, ນະຄອນຫຼວງວຽງຈັນ ໂດຍໄດ້ຮັບກຽດເປັນປະທານຂອງທ່ານ ປອ ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ອາດາລິນ ໂອບີ ຫົວໜ້າແຜນງານເສດຖະກິດ ແລະ ການພັດທະນາແບບມີສ່ວນຮ່ວມ ອົງການເພື່ອການພັດທະນາ ແລະ ການຮ່ວມມື ປະເທດສະວິດເຊີແລນ, ມີບັນດາຄູ່ຮ່ວມງານຈາກຂັ້ນແຂວງ ແລະ ຂັ້ນສູນກາງ ເຂົ້າຮ່ວມທັງໝົດ 70 ທ່ານ.
ການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອລາຍງານຜົນໄດ້ຮັບ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດ ໂຄງການຝຶກອົບຮົມວິຊາຊີບ ແລະ ວຽກສະໜັບສະໜູນການມີວຽກເຮັດງານທຳ ໃນ ສປປ ລາວ ໄລຍະທີ 1 ຊຶ່ງໄດ້ຂະຫຍາຍເວລາຈາກເດືອນກໍລະກົດ 2019 ເຖິງ ເດືອນພະຈິກ 2023 ພ້ອມທັງນໍາສະເໜີພາບລວມການຈັດຕັ້ງປະຕິບັດກິດຈະກໍາ, ຄາດໝາຍສູ້ຊົນ ແລະ ການແລກປ່ຽນຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີອື່ນໆ ໃນການຈັ້ດຕັ້ງປະຕິບັດໂຄງການໃນໄລຍະ 4 ປີຕໍ່ໜ້າ ຊຶ່ງໄດ້ເລີ່ມແຕ່ເດືອນທັນວາ 2023 ເປັນຕົ້ນມາ.
ເຖິງວ່າສະພາບການລະບາດຂອງພະຍາດໂຄວິດ-19 ແລະ ສະພາບການປ່ຽນແປງຂອງເສດຖະກິດ ຈະເປັນສິ່ງທ້າທາຍກໍຕາມ, ໂຄງການສາມາດສືບຕໍ່ ແລະ ບັນລຸກິດຈະກຳການຝຶກອົບຮົມວິຊາຊີບ ແລະ ການສະໜັບສະໜູນການມີວຽກເຮັດງານທໍາທີ່ມີຄຸນນະພາບ ຊຶ່ງຜົນສໍາເລັດໃນໂຄງການໄລຍະທີ 1 ລວມມີ ໄວໜຸ່ມກຸ່ມຜູ້ດ້ອຍໂອກາດ ຈໍານວນ 3.548 ຄົນ ໄດ້ສໍາເລັດການຝຶກອົບຮົມວິຊາຊີບ, ໄວໜຸ່ມກຸ່ມຜູ້ດ້ອຍໂອກາດ ຈໍານວນ 1.263 ຄົນ ເຂົ້າຮ່ວມວົງຈອນການໃຫ້ຄໍາປຶກສາ ແລະ ຜູ້ຈົບຈາກວົງຈອນການໃຫ້ຄໍາປຶກສາ ຈໍານວນ 311 ຄົນ ເຂົ້າຮ່ວມການຝຶກອົບຮົມການເປັນຜູ້ປະກອບການຂັ້ນພື້ນຖານ ໃນນັ້້ນ ມີຜູ້ໄດ້ຮັບທຶນລິເລີ່ມທຸລະກິດ ຈໍານວນ 210 ຄົນ ເພື່ອປະກອບອາຊີບດ້ວຍຕົນເອງ ແລະ ເຂົ້າຮ່ວມກິດຈະກຳການໃຫ້ຄໍາແນະນໍາດ້ານທຸລະກິດ. ພ້ອມກັນນັ້ນ, ໂຄງການຍັງໃຫ້ການສະໜັບສະໜູນການພັດທະນາ 4 ຫຼັກສູດໃໝ່ ແລະ ຊຸດການຮຽນການສອນ (ໃນລະດັບ 1, 2, 3) ຊຶ່ງລວມທັງຫຼັກສູດການບໍາລຸງຮັກສາລົດຈັກ/ລົດຖີບໄຟຟ້າ.
ຜົນສຳເລັດຂອງໂຄງການໄລຍະທີ 1 ໄດ້ສະແດງໃຫ້ເຫັນເຖິງການເອົາໃຈໃສ່ ແລະ ການຮ່ວມມືຂອງ ບັນດາຄູ່ຮ່ວມງານ ທາງພາກລັດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ບັນດາສະມາຄົມ ແລະ ຄູ່ຮ່ວມງານພາກເອກະຊົນ ລວມທັງທີມງານໂຄງການ VTESS.
“ລັດຖະບານປະເທດສະວິດເຊີແລນ ໄດ້ໃຫ້ຄວາມເຊື່ອໝັ້ນຕໍ່ໂຄງການ ໃນການສືບຕໍ່ການຈັດຕັ້ງປະຕິບັດໂຄງການໄລຍະທີ 2 ຕື່ມອີກ ເປັນເວລາ 4 ປີ, ໃນນາມຕາງໜ້າລັດຖະບານ ສປປ ລາວ ຈຶ່ງຮຽກຮ້ອງມາຍັງຄູ່ຮ່ວມຈັດຕັ້ງປະຕິບັດໂຄງຂັ້ນແຂວງ ສືບຕໍ່ອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການປະຕິບັດກິດຈະກຳ ໃນໄລຍະ 4 ປີຕໍ່ໜ້າ ຊຶ່ງເປົ້າໝາຍລວມຂອງໂຄງການແມ່ນສອດຄ້ອງກັບຄວາມຕ້ອງການແຮງງານໃນແຕ່ລະແຂວງ ແລະ ເປັນສ່ວນໜຶ່ງໃນການບັນລຸເປົ້າໝາຍຂອງລັດຖະບານ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງທຸກພາກສ່ວນ ທີ່ກ່ຽວຂ້ອງທີ່ໃຫ້ການຮ່ວມມືທີ່ດີໃນການຈັດຕັ້ງປະຕິບັດໂຄງການໃນໄລຍະທີ 1, ພິເສດຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງອົງການເພື່ອການພັດທະນາ ແລະ ການຮ່ວມມື ປະເທດສະວິດເຊີແລນ (SDC) ທີ່ຢືນຢູ່ຄຽງຂ້າງເຮົາໃນການສະໜັບສະໜູນ ການຝຶກອົບຮົມວິຊາຊີບ ແລະ ການສະໜັບສະໜູນການມີວຽກເຮັດງານທຳ ຕະຫຼອດໄລຍະເວລາທີ່ຜ່ານມາ.” ກ່າວມີຄໍາເຫັນໂດຍ ທ່ານ ປອ ສຸລິອຸດົງ ສຸນດາລາ.
ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ ແມ່ນໂຄງການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ປະເທດສະວິດເຊີແລນ ຊຶ່ງໃຫ້ທຶນໂດຍ ອົງການເພື່ອການພັດທະນາ ແລະ ການຮ່ວມມື ປະເທດສະວິດເຊີແລນ (SDC), ຈັດຕັ້ງປະຕິບັດໂດຍ ກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ອົງການສະວິດຄອນແທັກ ແລະ ມະຫາວິທະຍາໄລ ວິທະຍາສາດປະຍຸກ ແລະ ສິລະປະກຳສາດ ປະເທດສະວິດເຊີແລນ (HSLU), ພື້ນທີ່ຈັ້ດຕັ້ງປະຕິບັດໂຄງການໄລຍະທີ 1 ລວມມີ ແຂວງອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄຳມ່ວນ ແລະ ສາລະວັນ ແລະ ໂຄງການໄດ້ຂະຫຍາຍພື້ນທີ່ຈັດຕັ້ງປະຕິບັດມາຍັງນະຄອນຫຼວງວຽງຈັນ ຕື່ມອີກໃນໂຄງການໄລຍະທີ 2.
ຂ່າວທີ່ກ່ຽວຂ້ອງ
ຂ່າວອື່ນທີ່ໜ້າສົນໃຈ

ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເຄື່ອນໄຫວຊີ້ນຳວຽກງານ ແລະ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈຳປາສັກ

ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ນະຄອນຫຼວງວຽງຈັນ

ຫົວໜ້າພະແນກ ສກຂ ຈຳປາສັກ ພ້ອມດ້ວຍຄະນະ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢູ່ເມືອງປະທຸມພອນ

ເມືອງອຸທຸມພອນ ເປີດບັ້ນສອບເສັງຈົບ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ

ນັກຮຽນ ມ.4 ທົ່ວເມືອງຄູນຄຳ 248 ຄົນ ເຂົ້າຮ່ວມການສອບເສັງຈົບຊັ້ນ ປະຈຳສົກຮຽນ 2025-2026

ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ

ລັດວິສາຫະກິດຫວຍພັດທະນາລາວ ມອບເງິນ 20 ລ້ານກີບ ຊ່ວຍສ້ອມແປງ ໂຮງຮຽນ ມ.ຕົ້ນ ຫ້ວຍໄລ

ຄູສອນ ແລະ ພະນັກງານ 64 ທ່ານ ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

3 ແຂວງພາກເໜືອ ຂອງລາວ ແລະ ແຂວງກວາງນິ່ງ ສສ ຫວຽດນາມ ຫາລືຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ







