Skip to main content
01/08/2024 | Chanthakhard Inthadalin | ສະຖານະການໂລກ

ຈີນ ມີຍອດມູນຄ່າການຄ້າສິນຄ້າປະເພດຈັບຕ້ອງໄດ້ຢູ່ແຖວໜ້າຂອງໂລກ 7 ປີຊ້ອນ

ອີງຕາມວິທະຍຸສາກົນແຫ່ງ ສປ ຈີນ ລາຍງານ ໃນວັນທີ 30 ກໍລະກົດ 2024 ວ່າ: ຫ້ອງວ່າການຖະແຫຼງຂ່າວ ຂອງລັດຖະບານຈີນ ໄດ້ຈັດກອງປະຊຸມຖະແລງຂ່າວ ຫຼາຍຫົວຂໍ້ຕ່າງໆ ກ່ຽວກັບການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ. ເຈົ້າໜ້າທີ່ກ່ຽວຂ້ອງຂອງອົງການພາສີຈີນ ແນະນຳໃຫ້ຮູ້ວ່າ: ນັບແຕ່ຈັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ການຄ້າຕ່າງປະເທດຂອງ ສປ ຈີນ ໄດ້ເພີ່ມຂຶ້ນ ເກືອບ 1.600 ຕື້ຢວນ ສະເລ່ຍຕໍ່ປີ ຊຶ່ງເທົ່າກັບ ມູນຄ່າ ການນຳເຂົ້າ-ສົ່ງອອກ ຕໍ່ປີຂອງປະເທດ ຂະໜາດກາງ. ຍອດມູນຄ່າ ການຄ້າສິນຄ້າ ປະເພດຈັບຕ້ອງໄດ້ຂອງສປ ຈີນ ໄດ້ຢູ່ອັນດັບແຖວໜ້າໃນໂລກ ເປັນເວລາ 7 ປີລຽນຕິດ. ສປ ຈີນ ໄດ້ກາຍເປັນຄູ່ການຄ້າ ທີ່ສຳຄັນຫຼາຍກວ່າ 150 ປະເທດ, ຈຳນວນວິສາຫະກິດຕ່າງປະເທດຢູ່ ສປ ຈີນ ໄດ້ເພີ່ມຂຶ້ນເກືອບ ໜຶ່ງເທົ່າ ເມື່ອທຽບໃສ່ປີ […]

01/08/2024 | Chanthakhard Inthadalin | ສະຖານະການໂລກ

ການປະຕິຮູບຊັບສິນລັດ ແລະ ລັດວິສາຫະກິດຂອງຈີນ ໄດ້ຮັບການບຸກທະລຸທີ່ສຳຄັນ

ຂ່າວສານຊີອາໄອ ລາຍງານ ເມື່ອບໍ່ດົນມານີ້ ວ່າ: ຫ້ອງການຖະແຫຼງຂ່າວຄະນະລັດຖະບານ ສປຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ໃນໂອກາດນີ້, ຜູ້ຮັບຜິດຊອບຄະນະກຳມະການຕິດຕາມຄຸ້ມຄອງຊັບສິນຂອງລັດໄດ້ແຈ້ງໃຫ້ຮູ້ວ່າ: ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ການປະຕິຮູບຊັບສິນລັດ ແລະ ລັດວິສາຫະກິດຂອງຈີນ ໄດ້ຮັບການບຸກທະລຸທີ່ສຳຄັນ, ຄຸນນະພາບ ແລະ ປະສິດທິຜົນໄດ້ຮັບການຍົກລະດັບສູງຂຶ້ນຢ່າງພົ້ນເດັ່ນ. ນັບມາຮອດທ້າຍປີ 2023, ຍອດມູນຄ່າຊັບສິນຂອງວິສາຫະກິດຂັ້ນສູນກາງ ໄດ້ບັນລຸເຖິງ 86.600 ຕື້ຢວນ, ເພີ່ມຂຶ້ນເປັນ 2,8 ເທົ່າເມື່ອທຽບໃສ່ລະດັບໃນທ້າຍປີ 2012, ຂະນະທີ່ມູນຄ່າເພີ່ມ, ລາຍຮັບ ແລະ ຜົນກໍາໄລຕ່າງໆກໍໄດ້ເພີ່ມຂຶ້ນໜຶ່ງເທົ່າຕົວເມື່ອທຽບໃສ່ປີ 2012. ນອກນີ້, ຍອດມູນຄ່າການລົງທຶນຕໍ່ການຄົ້ນຄວ້າ ແລະ ພັດທະນາຂອງວິສາຫະກິດຂັ້ນສູນກາງໄດ້ລື່ນກາຍ 1.000 ຕື້ຢວນ 2 ປີລຽນຕິດ, ໂດຍໄດ້ຮັບຜົນສໍາເລັດອັນສໍາຄັນໃນງວດໜຶ່ງຂອງຂົງເຂດຕ່າງໆ ເຊັ່ນ: ການບິນອະວະກາດ, ການສຳຫຼວດທະເລເລິກ, ພະລັງງານ, ຄົມມະນາຄົມເປັນຕົ້ນ, ພ້ອມທັງໄດ້ຮັບການບຸກທະລຸທີ່ສຳຄັນໃນຫຼາຍຂົງເຂດເຊັ່ນ: ວັດຖຸທີ່ເປັນຂໍກຸນແຈສໍາຄັນເປັນຕົ້ນ. ນອກນັ້ນ, ຈີນ ຍັງໄດ້ດໍາເນີນການເຄື່ອນໄຫວສະເພາະກິດຕ່າງໆ ເຊັ່ນ: ການຍົກລະດັບອຸດສາຫະກໍາແບບດັ່ງເດີມ […]

01/08/2024 | Chanthakhard Inthadalin | ສະຖານະການໂລກ

7 ເດືອນຕົ້ນປີ ສສ ຫວຽດນາມ ຄາດຍອດເກີນດູນການຄ້າ ຈະບັນລຸ 14 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 29 ກໍລະກົດ ຜ່ານມາ ວ່າ: ກົມໃຫຍ່ສະຖິຕິຫວຽດນາມ ໄດ້ປະກາດວ່າ ໃນເດືອນກໍລະກົດ ປີ 2024 ມູນຄ່າສົ່ງອອກ-ນຳເຂົ້າສິນຄ້າຄາດວ່າຈະບັນລຸກວ່າ 69 ຕື້ໂດລາເພີ່ມຂຶ້ນ 8,7% ເມື່ອທຽບໃສ່ກັບເດືອນມິຖຸນາ ແລະ ເພີ່ມຂຶ້ນ 21,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ເຮັດໃຫ້ລວມ 7 ເດືອນຕົ້ນປີ ຍອດມູນຄ່າການສົ່ງອອກ, ນຳເຂົ້າສິນຄ້າບັນລຸ 440 ຕື້ກວ່າໂດລາເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ດ້ວຍບັນດາໝາກຜົນດັ່ງກ່າວ, ເດືອນກໍລະກົດ ປີນີ້, ຫວຽດນາມ ຄາດວ່າການສົ່ງອອກຈະເກີນດູນບັນລຸ 2,12 ຕື້ໂດລາ ສົ່ງຜົນໃຫ້ລວມ 7 ເດືອນຕົ້ນປີນີ້ ການສົ່ງອອກເກີນດູນຄາດວ່າຈະບັນລຸ 14,08 ຕື້ໂດລາ. ທ່ານ ເຈິ່ນແທັງຫ໋າຍ ຮອງຫົວໜ້າກົມສົ່ງອອກ-ນຳເຂົ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຢັ້ງຢືນວ່າ: ການສົ່ງອອກ-ນຳເຂົ້າຂອງ ຫວຽດນາມ […]

01/08/2024 | Chanthakhard Inthadalin | ສະຖານະການໂລກ

ລາຄາຄໍາຕະຫຼາດໂລກ ຫຼຸດລົງກ່ອນກອງປະຊຸມທະນາຄານກາງອາເມຣິກາ

ຂ່າວສານຫວຽດນາມ ລາຍງານວ່າ: ໃນຮອບການຊື້-ຂາຍ ໃນວັນທີ 29 ກໍລະກົດ 2024 ລາຄາຄໍາໃນຕະຫຼາດໂລກ ໄດ້ຫຼຸດລົງ ກ່ອນທີ່ສະກຸນເງິນໂດລາຈະແຂງຄ່າຂຶ້ນ ຍ້ອນວ່ານັກລົງທຶນລໍຖ້າກອງປະຊຸມຂອງທະນາຄານກາງສະຫະລັດອາເມຣິກາ (Fed) ເພື່ອໄດ້ຮັບສັນຍານເພີ່ມເຕີມກ່ຽວກັບການປັບຫຼຸດອັດຕາດອກເບ້ຍ. ໂດຍສະເພາະລາຄາຄໍາສົ່ງອອກຫຼຸດລົງ 0,1% ເປັນ 2.382.40 ໂດລາ/ອອນ. ຂະນະດຽວກັນ ລາຄາຄຳທີ່ຈະສົ່ງອອກໃນເດືອນສິງຫາ 2024 ໄດ້ຫຼຸດລົງເກືອບຮອດ 0,1% ເປັນ 2.379,9 ໂດລາ/ອອນ. ທ່ານ ແອັດເວີດ ເມຍ ນັກວິເຄາະຂອງບໍລິສັດບໍລິການທາງດ້ານການເງິນ Marex ກ່າວວ່າ: ຕະຫຼາດໄດ້ຮັບຜົນກະທົບຈາກເງິນໂດລາທີ່ເຂັ້ມແຂງ ແລະ ຂໍ້ມູນສະແດງໃຫ້ເຫັນການຫຼຸດລົງຂອງການບໍລິໂພກຄໍາໃນປະເທດຈີນ. ໃນຮອບຊື້-ຂາຍນີ້, ສະກຸນເງິນໂດລາ ເພີ່ມຂຶ້ນປະມານ 0,3% ຂຶ້ນລະດັບສູງສຸດໃນຮອບ 2 ອາທິດຜ່ານມາ ເມື່ອທຽບໃສ່ກັບບັນດາສະກຸນເງິນອື່ນ ເຮັດໃຫ້ຄຳມີລາຄາແພງຂຶ້ນສຳລັບຜູ້ຖືສະກຸນເງິນອື່ນ. ການບໍລິໂພກຄໍາ ໃນປະເທດຈີນ ຊຶ່ງແມ່ນຜູ້ບໍລິໂພກຄໍາທີ່ໃຫຍ່ທີ່ສຸດຂອງໂລກໄດ້ຫຼຸດລົງ 5,6% ໃນເຄິ່ງທໍາອິດຂອງປີ 2024 ເນື່ອງຈາກຄວາມຕ້ອງການສໍາລັບເຄື່ອງປະດັບຄໍາຫຼຸດລົງ, ເຖິງແມ່ນວ່າຄວາມຕ້ອງການສໍາລັບຄຳແທ່ງ ແລະ ແບບຫຼຽນ ຈະເພີ່ມຂຶ້ນກໍຕາມ. […]

01/08/2024 | Chanthakhard Inthadalin | ສະຖານະການໂລກ

ຍີ່ປຸ່ນ ເຕືອນພາວະອາການໜ້າມືດ ຍ້ອນອາກາດຮ້ອນອົບເອົ້າ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ກໍລະກົດ ຜ່ານມາວ່າ: ຍີ່ປຸ່ນ ອອກຄຳເຕືອນພາວະອາການໜ້າມືດວິນຫົວ (Heatstroke) ຫຼື ໂຣກລົມແດດ ໃນ 38 ແຂວງ ຂອງປະເທດ ເນື່ອງຈາກຄື້ນຄວາມຮ້ອນແຮງອາດສົ່ງຜົນໃຫ້ອຸນຫະພູມໃນບາງພາກພື້ນເພີ່ມຂຶ້ນເຖິງ 40 ອົງສາ. ອົງການອຸຕຸນິຍົມວິທະຍາ ປະເທດຍີ່ປຸ່ນ ລະບຸວ່າ: ຄວາມກົດອາກາດສູງຍັງຄົງເຮັດໃຫ້ພາກຕາເວັນອອກ ແລະ ພາກຕາເວັນຕົກ ຂອງປະເທດປະເຊີນສະພາບອາກາດຮ້ອນອົບເອົ້າ ແລະ ມີແດດກ້າ ໂດຍອຸນຫະພູມໃນເມືອງຄູມາງາຍະ ໂຄຟຸ ແລະ ຮາມາມັດສຶ ອາດສູງເຖິງ 40 ອົງສາ. ອຸນຫະພູມຕອນກາງເວັນຂອງຫຼາຍເມືອງໄດ້ແກ່ ໄຊຕະມະ, ມາເອບາຊິ, ກຽວໂຕ ແລະ ໂອກາຍາມະ ອາດສູງເຖິງ 39 ອົງສາ ສ່ວນນະຄອນຫຼວງໂຕກຽວ, ອຸດສຶໂນມິຍະ, ໂອຕະສຶ ແລະ ໂຄຊິ ອາດສູງເຖິງ 38 ອົງສາ. ອົງການດັ່ງກ່າວ ໄດ້ເຕືອນໃຫ້ປະຊາຊົນໃຊ້ເຄື່ອງປັບອາກາດເຮັດຄວາມເຢັນ ແລະ ດື່ມເກືອແຮ່ ລວມເຖິງຫຼີກລ່ຽງການອອກນອກເຮືອນ […]

01/08/2024 | Chanthakhard Inthadalin | ສະຖານະການໂລກ

ອຸຍເນັດໂກ ຮັບຮອງ ທາງຫຼວງບູຮານ ໃນອີຕາລີ ເປັນມໍລະດົກໂລກດ້ານວັດທະນະທຳ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 28 ກໍລະກົດ ຜ່ານມາ ວ່າ: ທາງຫຼວງບູຮານສາຍທຳອິດຂອງນະຄອນຫຼວງໂຣມ ປະເທດອີຕາລີ ໄດ້ຮັບການຂຶ້ນທະບຽນໃຫ້ເປັນມໍລະດົກໂລກທາງວັດທະນະທຳຂອງອົງການສະຫະປະຊາຊາດ. ອົງການເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ ຫຼື UNESCO ຂຶ້ນທະບຽນຖະໜົນແອບປຽນ (Appian Way) ທາງຫຼວງສາຍທຳອິດຂອງຊາວໂຣມັນ ໃນຍຸກໂຣມັນບູຮານ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງນະຄອນຫຼວງໂຣມ ປະເທດອີຕາລີ ໃນປັດຈຸບັນ ເປັນມໍລະດົກໂລກທາງວັດທະນະທຳແຫ່ງໃໝ່. ສຳລັບຖະໜົນແອບປຽນ ເປັນທີ່ຮູ້ຈັກໃນຊື່ Regina Viarum ຫຼື ລາຊະນີແຫ່ງຖະໜົນ (Queen of Roads) ເຊື່ອມຕໍ່ເມືອງຫຼວງຂອງລັດໂຣມັນຕອນຕົ້ນເຂົ້າກັບເມືອງບຣິນດີຊີ ທາງຕາເວັນອອກສ່ຽງໃຕ້ຂອງປະເທດ. ສ່ວນການຂຶ້ນທະບຽນຖະໜົນແອບປຽນ ເປັນມໍລະດົກໂລກທາງວັດທະນະທຳ ສົ່ງຜົນເຮັດໃຫ້ທາງຫຼວງບູຮານ ສາຍນີ້ກາຍເປັນແຫຼ່ງມໍລະດົກໂລກທາງວັດທະນະທຳແຫ່ງທີ 60 ຂອງອີຕາລີ ທີ່ໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກທາງວັດທະນະທຳຂອງ UNESCO ຊຶ່ງໄດ້ປະກາດຜົນການຂຶ້ນທະບຽນແຫຼ່ງມໍລະດົກໂລກຂອງປະເທດຕ່າງໆເທິງແພລັດຟອມ ເອັກ ໃນວັນທີ 27 ກໍລະກົດ ຜ່ານມາ. ຖະໜົນແອບປຽນເສັ້ນທາງນີ້ ໄດ້ຮັບການຕັ້ງຊື່ຕາມ Appius Claudius […]

01/08/2024 | Chanthakhard Inthadalin | ສະຖານະການໂລກ

ຟິລິບປິນ ມີຜູ້ປະສົບໄພນ້ຳຖ້ວມ 4,55 ລ້ານຄົນ ແລະ ເສຍຊີວິດ 36 ຄົນ

ຄະນະກຳມະການຫຼຸດໄພພິບັດແຫ່ງຊາດຟິລິບປິນ ແຈ້ງໃຫ້ຮູ້ວ່າ ຍ້ອນໄດ້ຮັບຜົນກະທົບຈາກພາຍຸແຄມີ ແລະ ພາຍຸປຣະປິຣູນ ລວມທັງລົມມໍລະສຸມຕາເວັນຕົກສຽງໃຕ້ ຊຶ່ງມາຮອດປັດຈຸບັນ ວັນທີ 1 ສິງຫານີ້ ຢູ່ຟິລິບປິນ ມີຜູ້ປະສົບໄພຫຼາຍກວ່າ 4,55 ລ້ານຄົນ, ຜູ້ເສຍຊີວິດເພີ່ມຂຶ້ນເປັນ 36 ຄົນ, ນອກນັ້ນຍັງມີຜູ້ຫາຍສາບສູນອີກ 3 ຄົນ. ນອກຈາກນີ້ ກະຊວງກະສິກຳຟິລິບປິນ ຢືນຢັນວ່າ ມາຮອດປັດຈຸບັນ ພາຍຸແຄມີ ແລະ ລົມມໍລະສຸມຕາເວັນຕົກສຽງ ໃຕ້ ໄດ້ເຮັດໃຫ້ເກີດມີຜົນເສຍຫາຍຫຼາຍກວ່າ 696 ລ້ານເປໂຊ ຫຼື ປະມານ 11 ລ້ານໂດລາ). ຮຽບຮຽງໂດຍ: ບຸນທະວີ ນະວົງສາ

01/08/2024 | Chanthakhard Inthadalin | ສະຖານະການໂລກ

ສະໜາມບິນອັງກໍ ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວ ຫຼາຍກວ່າ 1 ລ້ານຄົນ

ອີງຕາມສຳນັກຂ່າວສານຊິນຮວາ ສປ ຈີນ ລາຍງານວ່າ: ສະໜາມບິນສາກົນ ຊຽມຣຽບ ອັງກໍ ໃນແຂວງຊຽມຣຽບ ປະເທດກຳປູເຈຍ ຊຶ່ງເປັນສະໜາມບິນ ທີ່ລົງທຶນ ໂດຍຈີນ ໄດ້ດໍາເນີນຖ້ຽວບິນ 10.971 ຖ້ຽວ ແລະ ຮັບຮອງ ຜູ້ໂດຍສານມາແລ້ວ ປະມານ 1,02 ລ້ານຄົນ ນັບແຕ່ເປີດດໍາເນີນການໃນເດືອນພະຈິກ 2023 ຈົນເຖິງເດືອນມິຖຸນາ 2024. ໂດຍສະໜາມບິນ ໄດ້ຮັບຮອງເອົາ 12 ສາຍການບິນ ທີ່ ບິນໄປ-ກັບ ຈາກ 15 ຕົວເມືອງໃນ 8 ປະເທດ. ສຳລັບສະໜາມບິນດັ່ງກ່າວ ມີທາງແລ່ນຍາວ 3,600 ແມັດ. ຊຶ່ງປັດຈຸບັນສະໜາມບິນນີ້ ຖືວ່າເປັນສະໜາມບິນທີ່ມີຂະໜາດໃຫຍ່ທີ່ສຸດຂອງກຳປູເຈຍ ໂດຍເຈົ້າໜ້າທີ່ການບິນພົນລະເຮືອນກຳປູເຈຍ ກ່າວວ່າ: ສະໜາມບິນແຫ່ງນີ້ ແມ່ນໝາກຜົນຂອງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ກຳປູເຈຍ ກັບ ຈີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” (BRI). ນອກນັ້ນ, ເຈົ້າໜ້າທີ່ […]