Skip to main content

7 ເດືອນຕົ້ນປີ ສສ ຫວຽດນາມ ຄາດຍອດເກີນດູນການຄ້າ ຈະບັນລຸ 14 ຕື້ກວ່າໂດລາ

01/08/2024

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 29 ກໍລະກົດ ຜ່ານມາ ວ່າ: ກົມໃຫຍ່ສະຖິຕິຫວຽດນາມ ໄດ້ປະກາດວ່າ ໃນເດືອນກໍລະກົດ ປີ 2024 ມູນຄ່າສົ່ງອອກ-ນຳເຂົ້າສິນຄ້າຄາດວ່າຈະບັນລຸກວ່າ 69 ຕື້ໂດລາເພີ່ມຂຶ້ນ 8,7% ເມື່ອທຽບໃສ່ກັບເດືອນມິຖຸນາ ແລະ ເພີ່ມຂຶ້ນ 21,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ເຮັດໃຫ້ລວມ 7 ເດືອນຕົ້ນປີ ຍອດມູນຄ່າການສົ່ງອອກ, ນຳເຂົ້າສິນຄ້າບັນລຸ 440 ຕື້ກວ່າໂດລາເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ດ້ວຍບັນດາໝາກຜົນດັ່ງກ່າວ, ເດືອນກໍລະກົດ ປີນີ້, ຫວຽດນາມ ຄາດວ່າການສົ່ງອອກຈະເກີນດູນບັນລຸ 2,12 ຕື້ໂດລາ ສົ່ງຜົນໃຫ້ລວມ 7 ເດືອນຕົ້ນປີນີ້ ການສົ່ງອອກເກີນດູນຄາດວ່າຈະບັນລຸ 14,08 ຕື້ໂດລາ.


ທ່ານ ເຈິ່ນແທັງຫ໋າຍ ຮອງຫົວໜ້າກົມສົ່ງອອກ-ນຳເຂົ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຢັ້ງຢືນວ່າ: ການສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ໄດ້ມີຫຼາຍສັນຍານທີ່ດີ ຊຶ່ງບັນດາທ້ອງຖິ່ນໄດ້ມີແຜນການລະອຽດເພື່ອໜູນຊ່ວຍ ຮ່ວມເດີນທາງກັບວິສາຫະກິດໃນການເປີດກວ້າງຕະຫຼາດ.

ຮຽບຮຽງໂດຍ: ສົງການ ພັນແພງດີ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ