Skip to main content

ການປະຕິຮູບຊັບສິນລັດ ແລະ ລັດວິສາຫະກິດຂອງຈີນ ໄດ້ຮັບການບຸກທະລຸທີ່ສຳຄັນ

01/08/2024

ຂ່າວສານຊີອາໄອ ລາຍງານ ເມື່ອບໍ່ດົນມານີ້ ວ່າ: ຫ້ອງການຖະແຫຼງຂ່າວຄະນະລັດຖະບານ ສປຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ໃນໂອກາດນີ້, ຜູ້ຮັບຜິດຊອບຄະນະກຳມະການຕິດຕາມຄຸ້ມຄອງຊັບສິນຂອງລັດໄດ້ແຈ້ງໃຫ້ຮູ້ວ່າ: ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ການປະຕິຮູບຊັບສິນລັດ ແລະ ລັດວິສາຫະກິດຂອງຈີນ ໄດ້ຮັບການບຸກທະລຸທີ່ສຳຄັນ, ຄຸນນະພາບ ແລະ ປະສິດທິຜົນໄດ້ຮັບການຍົກລະດັບສູງຂຶ້ນຢ່າງພົ້ນເດັ່ນ.

(231110) — QINGDAO, Nov. 10, 2023 (Xinhua) — People visit the 12th APEC Small and Medium Enterprises Technology Conference and Fair (APEC SMETC) in Qingdao, east China’s Shandong Province, Nov. 10, 2023. Themed “Digital Innovation Drives Sustainable Development, Win-win Cooperation Aspires Greater Prosperity,” this year’s APEC SMETC, scheduled from Thursday to Saturday, will focus on multiple topics, such as the digital transformation of SMEs, technological innovation and development, green low-carbon development, artificial intelligence, and virtual reality, among others. Representatives of over 1,600 enterprises from the Asia-Pacific Economic Cooperation (APEC) member economies and the Belt and Road Initiative partner countries have joined the event. (Xinhua/Li Ziheng)

ນັບມາຮອດທ້າຍປີ 2023, ຍອດມູນຄ່າຊັບສິນຂອງວິສາຫະກິດຂັ້ນສູນກາງ ໄດ້ບັນລຸເຖິງ 86.600 ຕື້ຢວນ, ເພີ່ມຂຶ້ນເປັນ 2,8 ເທົ່າເມື່ອທຽບໃສ່ລະດັບໃນທ້າຍປີ 2012, ຂະນະທີ່ມູນຄ່າເພີ່ມ, ລາຍຮັບ ແລະ ຜົນກໍາໄລຕ່າງໆກໍໄດ້ເພີ່ມຂຶ້ນໜຶ່ງເທົ່າຕົວເມື່ອທຽບໃສ່ປີ 2012.

ນອກນີ້, ຍອດມູນຄ່າການລົງທຶນຕໍ່ການຄົ້ນຄວ້າ ແລະ ພັດທະນາຂອງວິສາຫະກິດຂັ້ນສູນກາງໄດ້ລື່ນກາຍ 1.000 ຕື້ຢວນ 2 ປີລຽນຕິດ, ໂດຍໄດ້ຮັບຜົນສໍາເລັດອັນສໍາຄັນໃນງວດໜຶ່ງຂອງຂົງເຂດຕ່າງໆ ເຊັ່ນ: ການບິນອະວະກາດ, ການສຳຫຼວດທະເລເລິກ, ພະລັງງານ, ຄົມມະນາຄົມເປັນຕົ້ນ, ພ້ອມທັງໄດ້ຮັບການບຸກທະລຸທີ່ສຳຄັນໃນຫຼາຍຂົງເຂດເຊັ່ນ: ວັດຖຸທີ່ເປັນຂໍກຸນແຈສໍາຄັນເປັນຕົ້ນ. ນອກນັ້ນ, ຈີນ ຍັງໄດ້ດໍາເນີນການເຄື່ອນໄຫວສະເພາະກິດຕ່າງໆ ເຊັ່ນ: ການຍົກລະດັບອຸດສາຫະກໍາແບບດັ່ງເດີມ ແລະ ບໍາລຸງສ້າງອຸດສາຫະກໍາຈະເລີນໃໝ່ໃຫ້ເຂັ້ມແຂງ, ການບໍາລຸງສ້າງອຸດສາຫະກໍາໃນອະນາຄົດ, ປັນຍາປະດິດ ຫຼື AI+ ເປັນຕົ້ນ ເພື່ອສຸມກໍາລັງແຮງຊຸກຍູ້ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ກໍຄື ການເຊື່ອມໂຍງກັນດ້ານການປະດິດສ້າງຂອງອຸດສາຫະກໍາໃຫ້ລົງສູ່ລວງເລິກ.

ຮຽບຮຽງໂດຍ: ສົງການ ພັນແພງດີ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ