Skip to main content

ຈີນ ມີຍອດມູນຄ່າການຄ້າສິນຄ້າປະເພດຈັບຕ້ອງໄດ້ຢູ່ແຖວໜ້າຂອງໂລກ 7 ປີຊ້ອນ

01/08/2024

ອີງຕາມວິທະຍຸສາກົນແຫ່ງ ສປ ຈີນ ລາຍງານ ໃນວັນທີ 30 ກໍລະກົດ 2024 ວ່າ: ຫ້ອງວ່າການຖະແຫຼງຂ່າວ ຂອງລັດຖະບານຈີນ ໄດ້ຈັດກອງປະຊຸມຖະແລງຂ່າວ ຫຼາຍຫົວຂໍ້ຕ່າງໆ ກ່ຽວກັບການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ. ເຈົ້າໜ້າທີ່ກ່ຽວຂ້ອງຂອງອົງການພາສີຈີນ ແນະນຳໃຫ້ຮູ້ວ່າ: ນັບແຕ່ຈັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ການຄ້າຕ່າງປະເທດຂອງ ສປ ຈີນ ໄດ້ເພີ່ມຂຶ້ນ ເກືອບ 1.600 ຕື້ຢວນ ສະເລ່ຍຕໍ່ປີ ຊຶ່ງເທົ່າກັບ ມູນຄ່າ ການນຳເຂົ້າ-ສົ່ງອອກ ຕໍ່ປີຂອງປະເທດ ຂະໜາດກາງ. ຍອດມູນຄ່າ ການຄ້າສິນຄ້າ ປະເພດຈັບຕ້ອງໄດ້ຂອງສປ ຈີນ ໄດ້ຢູ່ອັນດັບແຖວໜ້າໃນໂລກ ເປັນເວລາ 7 ປີລຽນຕິດ. ສປ ຈີນ ໄດ້ກາຍເປັນຄູ່ການຄ້າ ທີ່ສຳຄັນຫຼາຍກວ່າ 150 ປະເທດ, ຈຳນວນວິສາຫະກິດຕ່າງປະເທດຢູ່ ສປ ຈີນ ໄດ້ເພີ່ມຂຶ້ນເກືອບ ໜຶ່ງເທົ່າ ເມື່ອທຽບໃສ່ປີ 2012.


ໂດຍຂໍ້ມູນເຫຼົ່ານີ້ ໄດ້ສະແດງໃຫ້ເຫັນວ່າ: ນັບແຕ່ຈັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມ ມູນິດຈີນ ເປັນຕົ້ນມາ, ການຄ້າຕ່າງປະເທດຂອງ ສປ ຈີນ ມີຂະໜາດໃຫຍ່ກວ່າເກົ່າ, ມີໂຄງປະກອບດີກວ່າເກົ່າ ແລະ ມີພະລັງຊີວິດຫຼາຍກວ່າເກົ່າ.

ຮຽບຮຽງໂດຍ: ບຸນທະວີ ນະວົງສາ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ