Skip to main content

ລາຄາຄໍາຕະຫຼາດໂລກ ຫຼຸດລົງກ່ອນກອງປະຊຸມທະນາຄານກາງອາເມຣິກາ

01/08/2024

ຂ່າວສານຫວຽດນາມ ລາຍງານວ່າ: ໃນຮອບການຊື້-ຂາຍ ໃນວັນທີ 29 ກໍລະກົດ 2024 ລາຄາຄໍາໃນຕະຫຼາດໂລກ ໄດ້ຫຼຸດລົງ ກ່ອນທີ່ສະກຸນເງິນໂດລາຈະແຂງຄ່າຂຶ້ນ ຍ້ອນວ່ານັກລົງທຶນລໍຖ້າກອງປະຊຸມຂອງທະນາຄານກາງສະຫະລັດອາເມຣິກາ (Fed) ເພື່ອໄດ້ຮັບສັນຍານເພີ່ມເຕີມກ່ຽວກັບການປັບຫຼຸດອັດຕາດອກເບ້ຍ.


ໂດຍສະເພາະລາຄາຄໍາສົ່ງອອກຫຼຸດລົງ 0,1% ເປັນ 2.382.40 ໂດລາ/ອອນ. ຂະນະດຽວກັນ ລາຄາຄຳທີ່ຈະສົ່ງອອກໃນເດືອນສິງຫາ 2024 ໄດ້ຫຼຸດລົງເກືອບຮອດ 0,1% ເປັນ 2.379,9 ໂດລາ/ອອນ.
ທ່ານ ແອັດເວີດ ເມຍ ນັກວິເຄາະຂອງບໍລິສັດບໍລິການທາງດ້ານການເງິນ Marex ກ່າວວ່າ: ຕະຫຼາດໄດ້ຮັບຜົນກະທົບຈາກເງິນໂດລາທີ່ເຂັ້ມແຂງ ແລະ ຂໍ້ມູນສະແດງໃຫ້ເຫັນການຫຼຸດລົງຂອງການບໍລິໂພກຄໍາໃນປະເທດຈີນ. ໃນຮອບຊື້-ຂາຍນີ້, ສະກຸນເງິນໂດລາ ເພີ່ມຂຶ້ນປະມານ 0,3% ຂຶ້ນລະດັບສູງສຸດໃນຮອບ 2 ອາທິດຜ່ານມາ ເມື່ອທຽບໃສ່ກັບບັນດາສະກຸນເງິນອື່ນ ເຮັດໃຫ້ຄຳມີລາຄາແພງຂຶ້ນສຳລັບຜູ້ຖືສະກຸນເງິນອື່ນ.
ການບໍລິໂພກຄໍາ ໃນປະເທດຈີນ ຊຶ່ງແມ່ນຜູ້ບໍລິໂພກຄໍາທີ່ໃຫຍ່ທີ່ສຸດຂອງໂລກໄດ້ຫຼຸດລົງ 5,6% ໃນເຄິ່ງທໍາອິດຂອງປີ 2024 ເນື່ອງຈາກຄວາມຕ້ອງການສໍາລັບເຄື່ອງປະດັບຄໍາຫຼຸດລົງ, ເຖິງແມ່ນວ່າຄວາມຕ້ອງການສໍາລັບຄຳແທ່ງ ແລະ ແບບຫຼຽນ ຈະເພີ່ມຂຶ້ນກໍຕາມ.

ເຖິງຢ່າງໃດກໍຕາມ, ການປະທະກັນຢູ່ຕາເວັນອອກກາງຍັງຄົງເປັນປັດໄຈສະໜັບສະໜູນຄວາມຕ້ອງການຄຳ ຊຶ່ງແມ່ນມາດຕະການປ້ອງກັນຄວາມສ່ຽງດ້ານພູມສາດການເມືອງ.
ຕະຫຼາດກໍາລັງຄາດຫວັງວ່າ Fed ຈະກະກຽມສໍາລັບການຫຼຸດລົງອັດຕາດອກເບ້ຍໃນເດືອນກັນຍາ 2024 ຢູ່ໃນກອງປະຊຸມນະໂຍບາຍດ້ານການເງິນໃນລະຫວ່າງວັນທີ 30-31 ກໍລະກົດນີ້.

ຮຽບຮຽງໂດຍ: ສົງການ ພັນແພງດີ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ