Skip to main content

ກວຮ ຮ່ວມກັບ 3 ພາກສ່ວນ ຫາລືນະໂຍບາຍ ແລະ ເພີ່ມທະວີການພັດທະນາການສຶກສາກ່ອນໄວຮຽນ

20/10/2026
ໃນວັນທີ 16 ຕຸລາ 2026, ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໄດ້ມີກອງປະຊຸມ ປຶກສາຫາລືນະໂຍບາຍ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍກົມການສຶກສາກ່ອນໄວຮຽນ, ສູນກາງສະຫະພັນແມ່ຍິງລາວ, ອົງການ UNICEF ປະຈຳ ສປປລາວ ແລະ ສະຖານເອກອັກຄະລັດຖະທູດ ອົດສຕຣາລີ ປະຈຳ ສປປ ລາວ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຈອມແພງ ວົງສາ ຫົວໜ້າກົມສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ວຽງມະລີ ດາລາກອນ ຮັກສາການຫົວໜ້າກົມພັດທະນາ ແລະ ຂະບວນການ ສູນກາງສະຫະພັນແມ່ຍິງລາວ, ທ່ານ ໄມໂຄ ຄາຣີ (Michael Currie), ເລຂາເອກ ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ມາກາລີ ໂຣເມເດັນ (Magali Romedenne) ຮອງຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ມີບັນດາຄະນະກົມ, ຄະນະພະແນກ ພາຍໃນກະຊວງສຶກສາທິການ ແລະ ກິລາ, ສູນກາງສະຫະພັນແມ່ຍິງລາວ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 40 ກວ່າທ່ານ.
ກອງປະຊຸມຄັ້ງນີ້, ມີຈຸດປະສົງເພື່ອ ນໍາສະເໜີ ແລະ ປຶກສາຫາລື ກ່ຽວກັບຜົນໄດ້ຮັບ ພ້ອມທັງຂໍ້ສະເໜີແນະຈາກ 2 ແຜນງານ ເຊິ່ງຈັດຕັ້ງປະຕິບັດໂດຍ ກະຊວງສຶກສາທິການ ແລະ ກິລາ ແລະ ສູນກາງ ສະຫະພັນແມ່ຍິງລາວ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ UNICEF ແລະ ລັດຖະບານອົດສຕຣາລີ ພາຍໃຕ້ໂຄງການພັດທະນາເດັກ ກ່ອນໄວຮຽນ ຜ່ານແຜນງານ “ການຮຽນຮູ້ສໍາລັບເດັກທຸກຄົນ” ທີ່ ສະໜັບສະໜູນເດັກລາວໃຫ້ມີຄວາມພ້ອມເຂົ້າໂຮງຮຽນ ແລະ ສືບຕໍ່ຮຽນຢູ່ໂຮງຮຽນ ແລະ ຫົວຂໍ້ “ຄອບຄົວຜາສຸກພ້ອມກັນພັດທະນາ” ຜ່ານແຜນງານ “ຮັກລູກໃຫ້ໃສ່ໃຈ”. ນອກຈາກນີ້, ຍັງເປັນການສະເຫຼີມ ສະຫຼອງການເປັນຄູ່ຮ່ວມຍຸດທະສາດອັນແໜ້ນແຟ້ນ ລະຫວ່າງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ໂດຍຜ່ານອົງການ UNICEF ແລະ ໃນການ ສະໜັບສະໜູນ ວຽກງານການສຶກສາກ່ອນໄວຮຽນ ແລະ ວຽກງານການ ພັດທະນາເດັກກ່ອນໄວຮຽນ ເພື່ອໃຫ້ເດັກນ້ອຍລາວມີພັດທະນາການທີ່ດີ ແລະ ພ້ອມທີ່ຈະກ້າວເຂົ້າສູ່ການຮຽນໃນຊັ້ນປະຖົມສຶກສາຢ່າງມີຄຸນນະພາບ.
ໂອກາດດັ່ງກ່າວ, ທ່ານ ນາງ ຈອມແພງ ວົງສາ ໄດ້ກ່າວວ່າ: “ວຽກງານພັດທະນາການສຶກສາກ່ອນໄວຮຽນ ແມ່ນຈຸດເລີ່ມຕົ້ນ ແລະ ເປັນຮາກຖານອັນສໍາຄັນທີ່ສຸດ ໃນການກໍານົດທິດທາງ ແລະ ຄຸນນະພາບຂອງການສ້າງຊັບພະຍາກອນມະນຸດໃຫ້ປະເທດຊາດ” ໂດຍທ່ານໄດ້ຍົກໃຫ້ເຫັນຜົນໄດ້ຮັບ ຂອງແຜນຍຸດທະສາດ 5 ປີ ຄັ້ງທີ 10 (2026-2030) ທີ່ມຸ່ງເນັ້ນ ໃຫ້ເດັກນ້ອຍທຸກຄົນ ລວມທັງເດັກຊົນເຜົ່າ ແລະ ເດັກທີ່ດ້ອຍໂອກາດ ມີຄວາມພ້ອມທີ່ຈະເຂົ້າຮຽນ ແລະ ມີພັດທະນາການ ທັງ 5 ດ້ານ ກ່ອນເຂົ້າຮຽນຊັ້ນປະຖົມ ເມື່ອອາຍຸ 6 ປີ. ພ້ອມດຽວກັນ, ທ່ານ ຍັງໄດ້ເນັ້ນເຖິງຄວາມສໍາຄັນຂອງການ “ເບິ່ງໄປຂ້າງໜ້າຮ່ວມກັນ” ໂດຍ ການສ້າງກົນໄກການປະສານງານ ແລະ ການບູລະນາການຮ່ວມກັນຢ່າງ ສະໜິດແໜ້ນ ລະຫວ່າງ ຜູ້ວາງນະໂຍບາຍ, ຜູ້ປະຕິບັດຕົວຈິງ ແລະ ຜູ້ ສະໜັບສະໜູນດ້ານວິຊາການ-ງົບປະມານ ເພື່ອຫັນເອົາຂໍ້ສະ ເໜີແນະໄປ ສູ່ການປະຕິບັດຕົວຈິງຢ່າງມີຄວາມຍືນຍົງ. ໃນວາລະກອງປະຊຸມ, ຜູ້ ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີຜົນໄດ້ຮັບຫຼັກ ແລະ ພ້ອມທັງປຶກສາຫາລືກັນໃນຫົວຂໍ້ຕ່າງໆທີ່ກ່ຽວຂ້ອງອີກດ້ວຍ.
ພາບ-ຂ່າວ:ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ