ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ
21/10/2026

ໃນຕອນເຊົ້າວັນທີ 21 ຕຸລາ 2026 ໄດ້ມີພິທີເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ ຢູ່ທີ່ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ແລະ ເປີດປ້າຍຂອງທ່ານ ປອ ສາຍສະໝອນ ງາມສີ ວ່າການແທນການຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີຄະນະຜູ້ອໍານວຍການ, ຜູ້ອໍານວຍການວິທະຍາໄລເຕັກກະສິກໍາ, ວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງວຽງນຈັນ, ຜູ້ອໍານວຍການບໍລິສັດຄູໂບຕ້າລາວ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານວິຊາການ ແລະ ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ສຸລິຍາ ປ່າໄຊ ໄດ້ກ່າວໃຫ້ຮູ້ກ່ຽວກັບຄວາມເປັນມາ, ຈຸດປະສົງ ແລະ ຂັ້ນຕອນການພັດທະນາວິທະຍາໄລດັ່ງກ່າວ, ເຊິ່ງວິທະຍາໄລເຕັກນິກລາວ-ເຢຍລະມັນ ມີ 2 ວິທະຍາເຂດຄື ສໍາໜັກງານໃຫຍ່ ຕັ້ງຢູ່ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ມີເນື້ອທີ່ 26.180 ຕາແມັດ ແລະ ວິທະຍາເຂດທີ 2 ຕັ້ງຢູ່ ບ້ານຊຽງດາ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ ຖືກສ້າງຕັ້ງຂຶ້ນໃນປີ 2015 ມີເນື້ອທີ່ 20.000 ຕາແມັດ ວິທະຍາເຂດແຫ່ງນີ້ ໄດ້ຮັບການສະໜັບສະໜູນຈາກ ທະນະຄານພັດທະນາ ເຢຍລະມັນ (KFW) ຈໍານວນເງິນ 1.100.000 ເອີໂຣ ແລະ ທຶນຂອງລັດຖະບານ ສປປລາວ ຈໍານວນ 15 ຕື້ກີບ ເປົ້າໝາຍສ້າງຕັ້ງຂຶ້ນເພື່ອຮອງຮັບສາຂາ ພາກວິຊາ ກົນຈັກໜັກ ແລະ ກົນຈັກກະສິກຳ ພື້ນຖານໂຄງລ່າງປະກອບດ້ວຍ ໂຮງຊ່າງກົນຈັກໜັກ 1 ຫຼັງ, ໂຮງຊ່າງກົນຈັກກະສິກຳ 1 ຫຼັງ, ອາຄານທິດສະດີ 2 ຊັ້ນ 1 ຫຼັງ, ໂຮງຊ່າງສໍາລັບການຮ່ວມມືກັບພາກເອກະຊົນ 1 ຫຼັງ ແລະ ຫໍພັກຍິງ 1 ຫຼັງ ແລະ ຫໍພັກ ຊາຍ 1 ຫຼັງ (ທັງ 2 ຫຼັງຮັບຮອງນັກຮຽນ-ນັກສຶກສາໄດ້ 300 ຄົນຕໍ່ປີ. ປັດຈຸບັນວິທະຍາໄລແຫ່ງນີ້ ມີພະນັກງານຄູ-ອາຈານ ທັງໝົດ 73 ຄົນ, ຍິງ 28 ຄົນ, ພະນັກງານ ບໍລິຫານ 09 ຄົນ, ຍິງ 08 ຄົນ, ຄູສອນ 64 ຄົນ, ຍິງ 20 ຄົນ ມີນັກຮຽນທັງໝົດ 1687 ຄົນ, ຍິງ 69 ຄົນ, ນັກຮຽນປີທີ 1 ມີ 986 ຄົນ ຍິງ 32 ຄົນ (ໄລຍະຍາວ 908, ຍິງ 32 ຄົນ, ນັກຮຽນໄລຍະ ສັ້ນ 78 ຄົນ). ໃນປີນີ້ ພາກວິຊາກົນຈັກໜັກ-ກົນຈັກກະສິກຳ ມີ ພະນັກງານ 6 ທ່ານ, ມີນັກຮຽນ-ນັກສຶກສາ ທັງໝົດ 234 ຄົນ ຍິງ 1 ຄົນ, ປີທີ 1 ມີນັກຮຽນ 130 ຄົນ.
ພາຍຫຼັງຈາກວິທະຍາເຂດແຫ່ງນີ້ໄດ້ສ້າງສໍາເລັດ ກໍໄດ້ຍ້າຍພາກວິຊາ ກົນຈັກໜັກ-ກົນຈັກກະສິກຳມາຈັດຕັ້ງການຮຽນ-ການສອນ ຢູ່ທີ່ນີ້ ນັບຈາກນັ້ນມາ ແຕ່ຍ້ອນຂາດດ້ານງົບປະມານແດ່ ເຮັດໃຫ້ແກ່ຍາວ ແລະ ມາຮອດປີນີ້ ຄະນະອໍານວຍການ ຈຶ່ງຕັດສິນໃຈຂຶ້ນງົບປະມານເພື່ອເຮັດປ້າຍ ແລະ ໄດ້ເຮັດສໍາເລັດແລ້ວ.
ໃນພິທີໄດ້ມີການຕັດແຖບຜ້າເປີດປ້າຍ ແລະ ລັ່ນຄ້ອງໄຊ 9 ບາດ ເພື່ອເປັນການເລີ່ມຕົ້ນອັນເປັນມຸງຄຸນ, ເປີດຮັບໂຊກລາບ, ຄວາມສາມັກຄີ, ສື່ສຽງອັນດີງາມ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມໝັ້ນຄົງຖາວອນຂອງວິທະຍາໄລເຕັກນິກລາວ-ເຢຍລະມັນອີກດ້ວຍ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ















