Skip to main content

ສກຂ ສາລະວັນ ສຳເລັດການຝຶກອົບຮົມພາສາຫວຽດນາມ ລະດັບພື້ນຖານ ສົກຮຽນ 2025-2026

ໃນຕອນເຊົ້າວັນທີ 31 ຕຸລາ 2025 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ສາລະວັນ ໄດ້ຈັດພິທີສະຫຼຸບການຝຶກອົບຮົມພາສາຫວຽດນາມ ລະດັບພື້ນຖານ ສົກຮຽນ 2025-2026 ໂດຍການເປັນປະທານຂອງທ່ານ ໄພວັນ ແສງອຳພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ວິພາວັນ ສຸດທິຈັກ ຫົວໜ້າສູນພາສາຫວຽດນາມ ພ້ອມດ້ວຍຄູ-ອາຈານສອນພາສາຫວຽດນາມ, ຫົວໜ້າ-ຮອງຫົວໜ້າຂະແໜງພາຍໃນພະແນກ, ສູນການສຶກສານອກໂຮງຮຽນ ແລະ ນັກສຶກສາເຂົ້າຮ່ວມ. ໃນພິທີ, ທ່ານ ນາງ ວິພາວັນ ສຸດທິຈັກ ຫົວໜ້າສູນພາສາຫວຽດນາມ ກໍໄດ້ຜ່ານບົດສະຫຼຸບການຝຶກອົບຮົມພາສາຫວຽດນາມສໍາລັບນັກຮຽນທີ່ຈົບ ມ.7 ແລະ...

Continue reading

ໂຮງຮຽນປະຖົມມິດຕະພາບແຂວງສາລະວັນ ໂຄງການຊ່ວຍເຫຼືອຈາກນະຄອນດານັງ ຄືບໜ້າ 60%

ຄະນະຜູ້ແທນນະຄອນດານັງ ແຫ່ງ ສສ ຫວຽດນາມ ໄດ້ເຄື່ອນໄຫວຕິດຕາມໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບແຂວງສາລະວັນ ຢູ່ເມືອງຄົງເຊໂດນ ແຂວງສາລະວັນ ໃນວັນທີ 30 ຕຸລາ 2025 ນີ້ ເນື່ອງໃນໂອກາດທີ່ລົງມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງສາລະວັນ ນໍາພາໂດຍ ທ່ານ ຫງວຽນ ດິ່ງ ຫວິ໊ງ ຮອງເລຂາຜູ້ປະຈຳການພັກ ນະຄອນດານັງ ພ້ອມຄະນະ ຊຶ່ງໃຫ້ການຕ້ອນຮັບຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ມີບັນດາຄະນະນໍາຂອງແຂວງ, ພະແນກການ, ອົງການທຽບເທົ່າທີ່ກ່ຽວຂ້ອງແຂວງ ແລະ ເມືອງ, ສະມາຄົມຫວຽດນາມ ປະຈຳເມືອງຄົງເຊໂດນ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນ...

Continue reading

ກຳມະການເສດຖະກິດ ແລະ ລະດົມທຶນ ພ້ອມຮັບໃຊ້ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ໃຫ້ສຳເລັດຕາມຄາດໝາຍ

ທ່ານ ວຽງສາລີ ອິນທະພົມ ຮອງຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ທັງເປັນຮອງຫົວໜ້າກໍາມະການເສດຖະກິດ ແລະ ລະດົມດົມທຶນ ຮັບໃຊ້ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສືມວນຊົນວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານເສດຖະກິດ ແລະ ລະດົມທຶນ ຖືກຈັດຕັ້ງຢ່າງມີປະສິດທິພາບ ແລະ ໄດ້ແບ່ງຄວາມຄວາມຮັບຜິດຊອບໃຫ້ບຸກຄົນເປັນເຈົ້າການໃນການຈັດຕັ້ງປະຕິບັດ ກໍາມະການເສດຖະກິດ ແລະ ລະດົມທຶນ ແມ່ນໄດ້ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງອະນຸກໍາມະການ ຊ່ວຍວຽກກໍາມະການເສດຖະກິດ ແລະ ລະດົມທຶນ ໂດຍໄດ້ແບ່ງຄວາມຮັບຜິດຊອບອອກເປັນ 3 ອະນຸກໍາມະການ ຄື: ອະນຸກໍາມະການບໍລິຫານ, ອະນຸກໍາມະການງົບປະມານ ແລະ ການເງິນ ແລະ ອະນຸກໍາມະການ ການຕະຫຼາດ...

Continue reading

ວຕສ ສຳມະນາແລກປ່ຽນຄວາມຮູ້ປະສົບການ ຜົນງານການຄົ້ນຄວ້າດ້ານວິທະຍາສາດ ທໍລະນີສາດ ແລະ ເຕັກໂນໂລຊີບໍ່ແຮ່

ວິທະຍາໄລເຕັກນິກ ສັບພະວິຊາ ຫຼື ວຕສ ເປີດເວທີສຳມະນາໃນການແລກປ່ຽນຄວາມຮູ້, ປະສົບການ ແລະ ຜົນງານການຄົ້ນຄວ້າໃໝ່ໆ ທາງດ້ານວິທະຍາສາດ, ທໍລະນີສາດ ແລະ ເຕັກໂນໂລຊີບໍ່ແຮ່ ໂດຍສະເພາະເນັ້ນກ່ຽວກັບທ່າອ່ຽງການພັດທະນາ ແລະ ຄວາມທ້າທາຍຕ່າງໆ ໃນການຄຸ້ມຄອງ, ສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ໃຫ້ມີຄວາມຍືນຍົງ ແລະ ສອດຄ່ອງກັບນະໂຍບາຍສີຂຽວ ຂອງພັກ-ລັດຖະບານ ທີ່ວາງອອກໃຫ້ປາກົດຜົນເປັນຈິງ. ກອງປະຊຸມສຳມະນາວຽກງານດັ່ງກ່າວ ຈັດຂຶ້ນ ໃນວັນທີ 31 ຕຸລາ 2025 ທີ່ສະໂມສອນໃຫຍ່ ວຕສ ເຂດບ້ານໂສກປ່າຫຼວງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ປອ ສາຍສະໝອນ ງາມສີ...

Continue reading

ວລ ລາວ-ເຢຍລະມັນ ເປີດຫຼັກສູດການຮຽນການສອນ ສາຂາເມຄາໂຕຣນິກ ສົກຮຽນ 2025-2026

ວິທະຍາໄລ (ວລ) ເຕັກນິກລາວ-ເຢຍລະມັນ ເປີດຫຼັກສູດການຮຽນການສອນ ສາຂາເມຄາໂຕຣນິກ ປະຈຳສົກຮຽນ 2025-2026 ໃນຕອນເຊົ້າວັນທີ 30 ຕຸລາ 2025 ທີ່ວິທະຍາໄລດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ທ່ານ ໂຈວ ລີຫົວ ຮອງເລຂາຄະນະພັກ ວິທະຍາໄລພົນລະເຮືອນ ຊາງຊາ ສປ ຈີນ ພ້ອມດ້ວຍແຂກຖືກເຊີນ, ຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ພາຍໃນວິທະຍາໄລຢ່າງພ້ອມພຽງ. ທ່ານ ປອ ສາຍສະໝອນ...

Continue reading

ຫົວໜ້າກົມໂຄສະນາອົບຮົມ ປກສ ລົງຕິດຕາມຊຸກຍູ້ການຝຶກຊ້ອມຂອງນັກກິລາປັນຈັກສີລັດ

ໃນວັນທີ 31 ຕຸລາ 2025, ທ່ານ ພັອ ປອ ສົມພັນ ສີວົງໄຊ ຫົວໜ້າກົມໂຄສະນາອົບຮົມ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກໍາລັງໃຈຕໍ່ທັບນັກກິລາຕີມວຍປັນຈັກສີລັດ ກະຊວງ ປກສ ທີ່ຈະເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ xII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຊຶ່ງໄດ້ຝຶກຊ້ອມ ຢູ່ສະໜາມຝຶກຊ້ອມ ກົມໂຄສະນາອົບຮົມ ປກສ. ໂອກາດນີ້, ຄະນະຄູຝຶກ ໄດ້ລາຍງານໂດຍຫຍໍ້ກ່ຽວ ກັບສະພາບຄວາມພ້ອມ ຂອງນັກກິລາຕີມວຍປັນຈັກສີລັດ ເປັນຕົ້ນ ດ້ານເຕັກນິກ, ທັກສະ, ຄວາມວ່ອງໄວ, ສະພາບຮ່າງກາຍຂອງນັກກິລາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ອື່ນໆ. ທ່ານ ພັອ ປອ...

Continue reading

ສສກ ດຳເນີນກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານພັກ ຄັ້ງທີ II ສະໄໝທີ X ພ້ອມຫາລືບັນຫາສຳຄັນປິ່ນອ້ອມ

       ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານພັກ ຄັ້ງທີ II ສະໄໝທີ X ເມື່ອວັນທີ 28 ຕຸລາ 2025 ໂດຍການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ       ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ,...

Continue reading

ສຳເລັດການຖ່າຍທຳວີດີໂອເລື່ອງທີ 3 ແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ສຳເລັດການຖ່າຍທຳເລື່ອງທີ 3 ຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດຄັ້ງໃໝ່ ນຳພາໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຊຶ່ງແຜນໂຄສະນາດັ່ງກ່າວ ມີຈຸດປະສົງເພື່ອສ້າງແຮງບັນດານໃຈໃຫ້ຊຸມຊົນ ແລະ ປ່ຽນແປງທັດສະນະຄະຕິຕໍ່ການສຶກສາໃນທົ່ວປະເທດລາວ. ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຕາງໜ້າໃຫ້ຄະນະອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວເຖິງເປົ້າໝາຍຂອງແຜນໂຄສະນາດັ່ງກ່າວ ວ່າ:...

Continue reading