ວລ ລາວ-ເຢຍລະມັນ ເປີດຫຼັກສູດການຮຽນການສອນ ສາຂາເມຄາໂຕຣນິກ ສົກຮຽນ 2025-2026

ວິທະຍາໄລ (ວລ) ເຕັກນິກລາວ-ເຢຍລະມັນ ເປີດຫຼັກສູດການຮຽນການສອນ ສາຂາເມຄາໂຕຣນິກ ປະຈຳສົກຮຽນ 2025-2026 ໃນຕອນເຊົ້າວັນທີ 30 ຕຸລາ 2025 ທີ່ວິທະຍາໄລດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ທ່ານ ໂຈວ ລີຫົວ ຮອງເລຂາຄະນະພັກ ວິທະຍາໄລພົນລະເຮືອນ ຊາງຊາ ສປ ຈີນ ພ້ອມດ້ວຍແຂກຖືກເຊີນ, ຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ພາຍໃນວິທະຍາໄລຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ສຸລິຍາ ປ່າໄຊ ໄດ້ກ່າວມີຄຳເຫັນວ່າ: ກ່ອນໜ້ານີ້ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ວິທະຍາໄລ ພົນລະເຮືອນ ຊາງຊາ ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ພາຍໃຕ້ໂຄງການຮ່ວມມືວິຊາການ ລາວ-ຈີນ (CHUYI ACADEMY). ຊຶ່ງເປົ້າໝາຍການຮ່ວມມືສອງຝ່າຍແມ່ນແນໃສ່ການຈັດການຮຽນການສອນ ຫຼັກສູດເມຄາໂຕຣນິກ ໃນຮູບແບບ 2+1; ຝຶກອົບຮົມຄູ; ຮຽບຮຽງປື້ມຕໍາລາທີ່ກ່ຽວຂ້ອງກັບຫຼັກສູດເມຄາໂຕຣນິກ ແລະ ສະໜອງຊຸດຝຶກອົບຮົມ ໂດຍການສະໜັບສະໜູນຂອງວິທະຍາໄລ ພົນລະເຮືອນ ຊາງຊາ. ຈາກນັ້ນໄດ້ດໍາເນີນກິດຈະກໍາຂອງການຮ່ວມມືຕະຫຼອດມາ ເຊັ່ນ: ໃນປີ 2024 ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ສົ່ງຄູໄປຝຶກ ຢູ່ວິທະຍາໄລພົນລະເຮືອນ ຊາງຊາ ຊຸດທີ 1 ຈໍານວນ 4 ທ່ານ ໃນ 4 ຫົວຂໍ້ ຕິດພັນກັນ 4 ໂມດູນ ທີ່ຈະຕ້ອງສອນໃນສົກຮຽນ 2024-2025 ພ້ອມທັງວິທະຍາໄລພົນລະເຮືອນຊາງຊາ ໄດ້ສົ່ງຄູມາຝຶກວິຊາສະເພາະ ແລະ ພາສາຈີນ ຈໍານວນ 2 ຄັ້ງ ລວມຄູ 4 ທ່ານ; ປີ 2025 ສໍາເລັດການສົ່ງຄູໄປຝຶກອົບຮົມ ອີກ 4 ໂມດູນ ທີ່ຕ້ອງການສອນໃນ ສົກຮຽນ 2025-2026 ແລະ ວິທະຍາໄລ ພົນລະເຮືອນຊາງຊາ ໄດ້ສົ່ງຄູມາຝຶກວິຊາສະເພາະ ແລະ ພາສາຈີນ ຈໍານວນ 1 ຄັ້ງ ລວມຄູ 2 ທ່ານ ທີ່ກໍາລັງປະຕິບັດຢູ່ໃນປັດຈຸບັນ ແລະ ຄູ ສອງທ່ານ ກໍໄດ້ເຂົ້າຮ່ວມພິທີຂອງພວກເຮົາໃນຄັ້ງນີ້; ການຮຽບຮຽງປື້ມຕໍາລາ ແມ່ນໄດ້ສໍາເລັດແລ້ວ 7 ໂມດູນ ທີ່ສາມາດນໍາໃຊ້ເຂົ້າໃນການຈັດການຮຽນການສອນໃນປັດຈຸບັນ; ວິທະຍາໄລພົນລະເຮືອນ ຊາງຊາ ໄດ້ສະໜອງຊຸດທົດລອງແຜງຄວບຄຸມ PLC ຈໍານວນ 5 ຊຸດ ພ້ອມຊຸດສາຍໄຟ ແລະ ຊຸດຝຶກເມຄາໂຕຣນິກທີຮັບໃຊ້ການຮຽນການສອນໃນເທີມຕໍ່ໄປຈໍານວນໜຶ່ງ.
ທ່ານຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ກ່າວອີກວ່າ: ສໍາລັບໃນສົກຮຽນ 2025-2026 ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ເລີ່ມລົງແນະແນວ ໃຫ້ນັກຮຽນຈົບຊັ້ນ ມ.7 ໃນທົ່ວປະເທດ ຢູ່ໃນລະຫວ່າງວັນທີ 4 ກໍລະກົດ ຫາ ວັນທີ 30 ສິງຫາ ໂດຍແບ່ງເປັນ 3 ທີມ (ນະຄອນຫຼວງວຽງຈັນ, ພາກເໜືອ ແລະ ພາກໃຕ້) ພາຍໃຕ້ການສະໜັບສະໜູນຂອງ ວິທະຍາໄລພົນລະເຮືອນ ຊາງຊາ. ຈາກນັ້ນ ພວກເຮົາໄດ້ຮັບສະໝັກນັກສຶກສາ ເລີ່ມຕັ້ງແຕ່ວັນທີ 7 ກໍລະກົດ 2025 ເປັນຕົ້ນມາ ມີຈໍານວນນັກຮຽນທີ່ມາລົງທະບຽນຕາມແຜນທັງໝົດ 47 ຄົນ ມາຮຽນຕົວຈິງ 34 ຄົນ, ຍິງ 3 ຄົນ ແລະ ໄດ້ເລີ່ມຈັດການຮຽນການສອນມາແລ້ວ ຕັ້ງແຕ່ວັນທີ 15 ກັນຍາ 2025 ເປັນຕົ້ນມາ. ສ່ວນກຸ່ມນັກຮຽນປີທີ 2 ແມ່ນໄດ້ເລີ່ມການຮຽນການສອນ ຕັ້ງແຕ່ວັນທີ 8 ກັນຍາ 2025 ນັກຮຽນກຸ່ມນີ້ເບື້ອງຕົ້ນມີ ນັກຮຽນ 28 ຄົນ ມາຮອດປັດຈຸບັນ ຍັງເຫຼືອ 26 ຄົນ, ຍິງ 1 ຄົນ. ທັງນີ້, ຕະຫຼອດໄລຍະຜ່ານມາ ທັງ 2 ວິທະຍາໄລຂອງພວກເຮົາ ມີຄວາມມຸ້ງໝັ້ນ ໃນການຈັດຕັ້ງປະຕິບັດການຮຽນການສອນ ສາຂາວິຊາເມຄາໂຕຣນິກຮ່ວມກັນ ແລະ ຫວັງຢ່າງຍິ່ງວ່າ ຫຼັງຈາກນີ້ອີກ 2 ປີ ຈະມີນັກວິຊາການທີ່ມີທັກສະດ້ານເມຄາໂຕຣນິກ ຕາມຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ ໃນສາຂາອາຊີບດັ່ງກ່າວ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ



















