ວຕສ ສຳມະນາແລກປ່ຽນຄວາມຮູ້ປະສົບການ ຜົນງານການຄົ້ນຄວ້າດ້ານວິທະຍາສາດ ທໍລະນີສາດ ແລະ ເຕັກໂນໂລຊີບໍ່ແຮ່

ວິທະຍາໄລເຕັກນິກ ສັບພະວິຊາ ຫຼື ວຕສ ເປີດເວທີສຳມະນາໃນການແລກປ່ຽນຄວາມຮູ້, ປະສົບການ ແລະ ຜົນງານການຄົ້ນຄວ້າໃໝ່ໆ ທາງດ້ານວິທະຍາສາດ, ທໍລະນີສາດ ແລະ ເຕັກໂນໂລຊີບໍ່ແຮ່ ໂດຍສະເພາະເນັ້ນກ່ຽວກັບທ່າອ່ຽງການພັດທະນາ ແລະ ຄວາມທ້າທາຍຕ່າງໆ ໃນການຄຸ້ມຄອງ, ສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ໃຫ້ມີຄວາມຍືນຍົງ ແລະ ສອດຄ່ອງກັບນະໂຍບາຍສີຂຽວ ຂອງພັກ-ລັດຖະບານ ທີ່ວາງອອກໃຫ້ປາກົດຜົນເປັນຈິງ.
ກອງປະຊຸມສຳມະນາວຽກງານດັ່ງກ່າວ ຈັດຂຶ້ນ ໃນວັນທີ 31 ຕຸລາ 2025 ທີ່ສະໂມສອນໃຫຍ່ ວຕສ ເຂດບ້ານໂສກປ່າຫຼວງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິວັນ ຄຳພາວົງ ຜູ້ອຳນວຍການວິທະຍາໄລເຕັກນິກ ສັບພະວິຊາ, ທ່ານ ສູນທອນ ລາວໂລ ຮອງຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ກະຊວງອຸດສາຫະກຳ, ການຄ້າ ແລະ ພະລັງງານ ແລະ ທ່ານ ແກ້ວສະຫງວນ ວິນນະລາດ ຮອງສະຖາບັນອຸດສາຫະກຳ, ການຄ້າ ແລະ ພະລັງງານ, ນັກວິທະຍາສາດ, ນັກວິຊາການ, ອະດີດນັກສຶກສາ, ແຂກຖືກເຊີນນັກສຶກສາ ຈາກ ວຕສ ແລະ ນັກຮຽນສາມັນ ຈາກ ຮຮ ສະຖາພອນ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ສຸລິວັນ ຄຳພາວົງ ກໍໄດ້ກ່າວວ່າ: ດັ່ງທີ່ພວກເຮົາຊາບດີແລ້ວວ່າ ວຽກງານທໍລະນີສາດ ແລະ ບໍ່ແຮ່ ແມ່ນມີບົດບາດສຳຄັນທີ່ສຸດໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ, ຊັບພະຍາກອນແຮ່ທາດ ເປັນພື້ນຖານສຳຄັນໃນການພັດທະນາອຸດສາຫະກຳ, ການຄ້າ ແລະ ການສ້າງລາຍຮັບແຫ່ງຊາດ. ດັ່ງນັ້ນ, ວຽກງານທໍລະນີສາດ ແລະ ບໍ່ແຮ່ ຈຶ່ງເປັນວຽກງານສຳຄັນຫຼາຍທີ່ສຸດ ຊຶ່ງການຈັດເວທີນີ້ຂຶ້ນມາ ກໍເພື່ອເປັນເວທີໃຫ້ທຸກຄົນໄດ້ມີການແລກປ່ຽນຄວາມຮູ້, ປະສົບການ ແລະ ຜົນງານການຄົ້ນຄວ້າໃໝ່ໆ ທາງດ້ານວິທະຍາສາດ, ທໍລະນີສາດ ແລະ ເຕັກໂນໂລຊີບໍ່ແຮ່ ກ່ຽວກັບທ່າອ່ຽງການພັດທະນາ ແລະ ຄວາມທ້າທາຍຕ່າງໆ ໃນການຄຸ້ມຄອງ, ສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ໃຫ້ມີຄວາມຍືນຍົງ ແລະ ສອດຄ່ອງກັບນະໂຍບາຍສີຂຽວ ຂອງພັກ ແລະ ລັດຖະບານຂອງພວກເຮົາ ພ້ອມທັງເປັນການສ້າງເຄືອຂ່າຍ ການຮ່ວມມື ລະຫວ່າງ ນັກວິຊາການ, ນັກຄົ້ນຄວ້າ, ພາກລັດ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ.
ສຳລັບເວທີສຳມະນາໃນຄັ້ງນີ້ ຍັງໄດ້ຮັບຟັງການບັນຍາຍວິຊາການທີ່ໜ້າສົນໃຈຈາກຜູ້ຊ່ຽວຊານຫຼາຍທ່ານ ກ່ຽວກັບການນຳໃຊ້ເທັກໂນໂລຢີ ອັນໃໝ່ເຂົ້າໃນວຽກງານທໍລະນີສາດ, ວຽກງານສຳຫຼວດແຮ່ທາດ, ແນວທາງການຄຸ້ມຄອງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ອື່ນໆ ສິ່ງສຳຄັນທີ່ສຸດ ເວທີສຳມະນາຄັ້ງນີ້ ຍັງເປັນການປະກອບສ່ວນອັນ ສຳຄັນ ເຂົ້າໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ, ຍົກລະດັບຄວາມສາມາດໃນການຄົ້ນຄວ້າ-ພັດທະນາ, ແລະ ຊຸກຍູ້ການນຳໃຊ້ວິທະຍາສາດເຂົ້າໃນການພັດທະນາຂະແໜງການທໍລະນີສາດ-ບໍ່ແຮ່ ຢ່າງມີປະສິດທິພາບ ແລະ ປະສິດທີຜົນອີກດ້ວຍ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ















