Skip to main content

ໂຮງຮຽນປະຖົມມິດຕະພາບແຂວງສາລະວັນ ໂຄງການຊ່ວຍເຫຼືອຈາກນະຄອນດານັງ ຄືບໜ້າ 60%

01/11/2025

ຄະນະຜູ້ແທນນະຄອນດານັງ ແຫ່ງ ສສ ຫວຽດນາມ ໄດ້ເຄື່ອນໄຫວຕິດຕາມໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບແຂວງສາລະວັນ ຢູ່ເມືອງຄົງເຊໂດນ ແຂວງສາລະວັນ ໃນວັນທີ 30 ຕຸລາ 2025 ນີ້ ເນື່ອງໃນໂອກາດທີ່ລົງມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງສາລະວັນ ນໍາພາໂດຍ ທ່ານ ຫງວຽນ ດິ່ງ ຫວິ໊ງ ຮອງເລຂາຜູ້ປະຈຳການພັກ ນະຄອນດານັງ ພ້ອມຄະນະ ຊຶ່ງໃຫ້ການຕ້ອນຮັບຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ມີບັນດາຄະນະນໍາຂອງແຂວງ, ພະແນກການ, ອົງການທຽບເທົ່າທີ່ກ່ຽວຂ້ອງແຂວງ ແລະ ເມືອງ, ສະມາຄົມຫວຽດນາມ ປະຈຳເມືອງຄົງເຊໂດນ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.

ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບຂອງສະມາຄົມຫວຽດນາມແຫ່ງນີ້ ໄດ້ວາງສີລາເລີກໃນວັນທີ 2 ເມສາ ແລະ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 24 ພຶດສະພາ 2025 ເປັນອາຄານຖາວອນ ເບຕົງເສີມເຫຼັກ, 2 ຊັ້ນ, ມີ 5 ຫ້ອງຮຽນ, 2 ຫ້ອງເຮັດວຽກ, ຫ້ອງນ້ຳ, ກໍ່ສ້າງກຳແພງຮົ້ວ, ປະຕູທາງດ້ານໜ້າຂອງໂຄງການທີ່ມີຄວາມຍາວ 52,9 ແມັດ, ກໍ່ສ້າງກຳແພງຮົ້ວຊົ່ວຄາວດ້ານຫຼັງ ແລະ 2 ດ້ານຂ້າງ ເຮັດດ້ວຍເສົາຄອນກຣີດ ແລະ ຕາຂ່າຍລວດໜາມ, ເດີ່ນໂຮງຮຽນເທຄອນກຣີດພື້ນ, ເຟີນີເຈີຄົບຊຸດ ແລະ ອຸປະກອນການຮຽນການສອນ ລວມມູນຄ່າການກໍ່ສ້າງທັງໝົດ 7 ຕື້ດົ້ງ (ສະກຸນເງິນຫວຽດນາມ) ໂດຍແມ່ນການສະໜັບສະໜູນທຶນຮອນຈາກ ນະຄອນດານັງ. ມາຮອດປັດຈຸບັນສຳເລັດແລ້ວ 60% ແລະ ຄາດໃຫ້ສຳເລັດ 100% ໃນກາງເດືອນທັນວາ 2025. ໃນຕໍ່ໜ້າ, ກໍຍັງມີແຜນສືບຕໍ່ຂະຫຍາຍອາຄານຮຽນ, ສະຖານທີ່ຈອດລົດ, ປະຕູທາງເຂົ້າ ແລະ ການປະດັບປະດາຕ່າງໆຕື່ມອີກ ຍົກລະດັບ ເປັນໂຮງຮຽນປະຖົມ ແລະ ມັດທະຍົມ ມິດຕະພາບ ເມືອງຄົງເຊໂດນ ແຂວງສາລະວັນ ໃນອະນາຄົດ.

ຈາກນັ້ນ, ຕາງໜ້າຄະນະຜູ້ແທນທັງສອງຝ່າຍ ໂດຍມີ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ແລະ ທ່ານ ຫງວຽນ ດິ່ງ ຫວິ໊ງ ຮອງເລຂາ ຜູ້ປະຈຳການພັກ ນະຄອນດານັງ ກໍໄດ້ມີຄໍາເຫັນແລກປ່ຽນ, ໃຫ້ຄຳຄິດເຫັນ ກ່ຽວກັບຄວາມມຸ້ງມາດປາດຖະໜາໃນການກໍ່ສ້າງໂຮງຮຽນແຫ່ງນີ້ ເປັນເງື່ອນໄຂອັນດີ ຍົກລະດັບດ້ານພື້ນຖານໂຄງລ່າງຂອງການສຶກສາ, ມີມາດຕະຖານ ແລະ ກ້າວໄປສູ່ຄຸນນະພາບ ແລະ ກາຍເປັນສັນຍາລັກແຫ່ງການພົວພັນຮ່ວມມືອັນສະໜິດແໜ້ນ ລະຫວ່າງສອງພັກສອງລັດ ເວົ້າສະເພາະກໍຄື ສາລະວັນ-ນະຄອນດານັງ, ນະຄອນດານັງ-ສາລະວັນ ນັບມື້ນັບມີການການຮ່ວມມື ທີ່ຍືນຍົງຕະຫຼອດໄປ.

 

ຂ່າວ: ວິໄລວອນ ສິດທິໄຊ

ພາບ: ແຫຼັງຄຳ ບຸດນາໂຄກ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ