Skip to main content

ສກຂ ສາລະວັນ ສຳເລັດການຝຶກອົບຮົມພາສາຫວຽດນາມ ລະດັບພື້ນຖານ ສົກຮຽນ 2025-2026

01/11/2025

ໃນຕອນເຊົ້າວັນທີ 31 ຕຸລາ 2025 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ສາລະວັນ ໄດ້ຈັດພິທີສະຫຼຸບການຝຶກອົບຮົມພາສາຫວຽດນາມ ລະດັບພື້ນຖານ ສົກຮຽນ 2025-2026 ໂດຍການເປັນປະທານຂອງທ່ານ ໄພວັນ ແສງອຳພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ວິພາວັນ ສຸດທິຈັກ ຫົວໜ້າສູນພາສາຫວຽດນາມ ພ້ອມດ້ວຍຄູ-ອາຈານສອນພາສາຫວຽດນາມ, ຫົວໜ້າ-ຮອງຫົວໜ້າຂະແໜງພາຍໃນພະແນກ, ສູນການສຶກສານອກໂຮງຮຽນ ແລະ ນັກສຶກສາເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ວິພາວັນ ສຸດທິຈັກ ຫົວໜ້າສູນພາສາຫວຽດນາມ ກໍໄດ້ຜ່ານບົດສະຫຼຸບການຝຶກອົບຮົມພາສາຫວຽດນາມສໍາລັບນັກຮຽນທີ່ຈົບ ມ.7 ແລະ ພະນັກງານກຽມໄປສຶກສາຕໍ່ທີ່ ສສ ຫວຽດນາມ ປະຈໍາສົກຮຽນ 2025-2026 ແລະ ແຜນການຝຶກອົບຮົມພາສາຫວຽດນາມ ປະຈໍາສົກຮຽນ 2026-2027 ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 3 ກັນຍາ 2025 ຫາວັນທີ 28 ຕຸລາ 2025 ເຫັນວ່າມີຜົນສໍາເລັດຕາມຫຼັກສູດການຮຽນການສອນ ໃນລະດັບພື້ນຖານຈໍານວນຊົ່ວໂມງທັງໝົດ 275 ຊົ່ວໂມງ, ມີ 4 ທັກສະຄື: ການຂຽນ, ຟັງ, ການອ່ານ ແລະ ເວົ້າ, ສິ່ງທີ່ຂາດບໍ່ໄດ້ ແລະນອນໃນ 5 ຫຼັກມູນການສຶກສາຄື: ແຮງງານສຶກສາ ແລະ ໜຶ່ງໃນ 3 ຂໍ້ແຂ່ງຂັນເປັນຕົ້ນ: ສ້າງສິ່ງແວດລ້ອມທີ່ດີໃນໂຮງຮຽນ, ຕີລາຄາການຮຽນໃນລະດັບດີຫຼາຍ ມີ 22 ຄົນ, ຍິງ 14 ຄົນເທົ່າກັບ 40.74 %, ຮຽນໃນລະດັບດີ ມີ 20 ຄົນ, ຍິງ 16 ຄົນ, ເທົ່າກັບ 37.04 %, ຮຽນໃນລະດັບດີພໍໃຊ້ ມີ 7 ຄົນ, ຍິງ 2 ຄົນ, ເທົ່າກັບ 12.96 %, ຮຽນໃນລະດັບພໍໃຊ້ໄດ້ ມີ 5 ຄົນ, ຍິງ 2 ຄົນ, ເທົ່າກັບ 9.26%.

ສຳລັບທິດທາງແຜນການໃນຕໍ່ໜ້າ ແມ່ນຈະໄດ້ບໍາລຸງພາສາຫວຽດນາມລະດັບພື້ນຖານ ໄລຍະ 2 ເດືອນໃຫ້ແກ່ພະນັກງານຫ້ອງວ່າການປົກຄອງແຂວງ, ຝຶກອົບຮົມພາສາຫວຽດນາມພາກປົກະຕິ ລະບົບ 9 ເດືອນ ລະດັບ C ໃຫ້ພະນັກງານ 1 ຊຸດຮຽນ, ຝຶກອົບຮົມພາກຄໍ່າ ລະດັບພື້ນຖານໃຫ້ໄດ້ 1 ຊຸດຮຽນ, ຝຶກອົບຮົມພາສາຫວຽດນາມ ລະດັບພື້ນຖານໃຫ້ແກ່ພະນັກງານ ແລະ ນັກຮຽນກຽມໄປສຶກສາຕໍ່ ສສ ຫວຽດນາມ ທັງນີ້ກໍເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ຈັດຕັ້ງປະຕິບັດການຮຽນການສອນໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ທັງເປັນການປັບປຸງຄຸນນະພາບ ແລະ ການກໍ່ສ້າງຄົນໃຫ້ມີຄວາມຮູ້, ມີຄວາມສາມາດທາງດ້ານລະດັບການສຶກສາ ໂດຍປະຕິບັດຕາມ 3 ແຜນງານໃຫຍ່ ຄຶື: ແຜນງານຂະຫຍາຍໂອກາດເຂົ້າຮຽນ, ແຜນງານປັບປຸງຄຸນນະພາບການສຶກສາ ແລະ ຄວາມສອດຄ່ອງ, ແຜນງານບໍລິຫານ ແລະ ຄຸ້ມຄອງການສຶກສາ.

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ