ໂຮງຮຽນປະຖົມມິດຕະພາບແຂວງສາລະວັນ ໂຄງການຊ່ວຍເຫຼືອຈາກນະຄອນດານັງ ຄືບໜ້າ 60%
ຄະນະຜູ້ແທນນະຄອນດານັງ ແຫ່ງ ສສ ຫວຽດນາມ ໄດ້ເຄື່ອນໄຫວຕິດຕາມໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບແຂວງສາລະວັນ ຢູ່ເມືອງຄົງເຊໂດນ ແຂວງສາລະວັນ ໃນວັນທີ 30 ຕຸລາ 2025 ນີ້ ເນື່ອງໃນໂອກາດທີ່ລົງມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງສາລະວັນ ນໍາພາໂດຍ ທ່ານ ຫງວຽນ ດິ່ງ ຫວິ໊ງ ຮອງເລຂາຜູ້ປະຈຳການພັກ ນະຄອນດານັງ ພ້ອມຄະນະ ຊຶ່ງໃຫ້ການຕ້ອນຮັບຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ມີບັນດາຄະນະນໍາຂອງແຂວງ, ພະແນກການ, ອົງການທຽບເທົ່າທີ່ກ່ຽວຂ້ອງແຂວງ ແລະ ເມືອງ, ສະມາຄົມຫວຽດນາມ ປະຈຳເມືອງຄົງເຊໂດນ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນ...








