ກົມສ້າງຄູ ສສກ ປຶກສາຫາລືສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ

ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍການສຶກສາຄູ ເມື່ອວັນທີ 30 ຕຸລາ 2025 ທີ່ຕຶກໄອຊີທີ ສສກ, ໃຕ້ການເປັນປະທານຮ່ວມຂອງ ທ່ານ ຮສ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວາເນັດຊ້າ ເຮັກກາທີ້ (Vanessa Hegarty) ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ມີທ່ານ ນີນີ ຕອງ ຫົວໜ້າທີມຝ່າຍການປະສານງານດ້ານ SDG4, ການວາງແຜນ ແລະ ນະໂຍບາຍການສຶກສາ ແລະ ຄຸນນະພາບການສຶກສາ ຫ້ອງການພາກພື້ນຂອງ ອຸຍແນັດໂກ ປະຈຳບາງກອກ ພ້ອມດ້ວຍບັນດາຫົວໜ້າກົມ/ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ-ຮອງຜູ້ອຳນວຍການສະຖາບັນ, ຕາງໜ້າຈາກມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລຄູດົງຄຳຊ້າງ, ວິທະຍາໄລຄູສົງອົງຕື້, ຄູ່ຮ່ວມພັດທະນາ ແລະ ຄະນະຈາກວິທະຍາໄລຄູທຸກແຫ່ງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ.
ໂອກາດນີ້, ທ່ານ ຮສ ນາງ ວົງເດືອນ ໂອໃສ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະຊຸມ ຄັ້ງສຸດທ້າຍ ສໍາລັບປີ 2025 ແລະ ເປັນຄັ້ງທີ 9 ນັບແຕ່ມີການຈັດຕັ້ງໜ່ວຍງານວິຊາການຂະແໜງການຍ່ອຍການສຶກສາຄູ ໃນປີ 2023 ໂດຍແມ່ນສະຖານທູດອົດສະຕຣາລີ ແລະ ອຸຍແນັດໂກ ບາງກອກ ໃຫ້ການສະໜັບສະໜູນທາງດ້ານງົບປະມານ ແລະ ວິຊາການ ເຂົ້າໃນວຽກງານພັດທະນາການສຶກສາຄູ ໃນ ສປປ ລາວ ຕະຫຼອດໄລຍະຜ່ານມາ ຈົນເຖິງປັດຈຸບັນ ກໍຄືໃນຕໍ່ໜ້າ ຊຶ່ງເປົ້າໝາຍລວມ ຂອງໜ່ວຍງານຂະແໜງການຍ່ອຍການສຶກສາຄູນີ້ ແມ່ນເພື່ອສະໜັບສະໜູນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເປົ້າໝາຍທີ 4: “ຮັບປະກັນການສຶກສາທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ເທົ່າທຽມກັນ ແລະ ສົ່ງເສີມໂອກາດດ້ານການຮຽນຮູ້ຕະຫຼອດຊີວິດສຳລັບທຸກຄົນ” ໂດຍເນັ້ນໃສ່ຄາດໝາຍທີ 4 ເພື່ອເພີ່ມທະວີການສະໜອງຄູສອນທີ່ມີຄຸນນະພາບ ນັບທັງຜ່ານການຮ່ວມມືສາກົນໃນການຝຶກອົບຮົມ ແລະ ບຳລຸງຄູ; ຄຽງຄູ່ກັນນັ້ນກໍເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ແຕ່ລະໄລຍະໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ໂດຍສະເພາະແຜນພັດທະນາຂອງຂະແໜງການຍ່ອຍການສຶກສາຄູ ໃຫ້ມີຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ກອງປະຊຸມດັ່ງກ່າວ ມີຄວາມໝາຍຄວາມສໍາຄັນ ໃນການສ້າງຄວາມເຂັ້ມແຂງໃນການວາງແຜນ, ຕິດຕາມ ແລະ ປະສານງານລະຫວ່າງບັນດາກົມຕ່າງໆ ແລະ ຄູ່ຮ່ວມພັດທະນາ ເພື່ອໃຫ້ສາມາດພັດທະນາ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນງານໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອປັບປຸງຄຸນນະພາບການສຶກສາຄູ, ການຝຶກອົບຮົມ ແລະ ການພັດທະນາວິຊາຊີບໃນທຸກລະດັບຂອງຂະແໜງການສຶກສາ ພ້ອມທັງຕິດຕາມການຈັດຕັ້ງປະຕິບັດແຜນຂອງຂະແໜງການຍ່ອຍການສຶກສາຄູ 2021-2025, ລະບຸສິ່ງທ້າທາຍ ແລະ ສະເໜີແນະວິທີແກ້ໄຂ ຊຶ່ງເຫຼືອເວລາ ອີກປະມານ 2 ເດືອນ ເທົ່ານັ້ນໃນການປະຕິບັດແຜນດັ່ງກ່າວ.
ໃນການຈັດຕັ້ງປະຕິບັດວຽກງານຂອງກົມສ້າງຄູໃນໄລຍະເດືອນກໍລະກົດ ຫາ ເດືອນກັນຍາ 2025 ເຫັນວ່າ ກົມສ້າງຄູ ໄດ້ມີຄວາມເອົາໃຈໃສ່ຈັດຕັ້ງປະຕິບັດຫຼາຍກິດຈະກໍາທີ່ມີຄວາມຄືບໜ້າໃນຫຼາຍດ້ານ ເຊັ່ນ: ສໍາເລັດການຈັດເວທີສົນທະນາການສຶກສາຄູ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: ການຫັນປ່ຽນການສຶກສາຄູ ເພື່ອກຽມຄວາມພ້ອມສໍາລັບການສຶກສາໃນອະນາຄົດ; ສໍາເລັດການລົງຕິດຕາມ, ຊຸກຍູ້ ແລະ ປະເມີນຄູໃນການຈັດຕັ້ງປະຕິບັດມາດຕະຖານການສອນ ສໍາລັບຄູໃນສະຖານການສ້າງຄູ; ສໍາເລັດປຶກສາຫາລື ກຳນົດຮ່າງເນື້ອໃນ ແລະ ພັດທະນາກົນໄກ ການກໍ່ສ້າງຄູໃຫ້ສອດຄ່ອງກັບແຜນຄວາມຕ້ອງການຄູ ແລະ ສໍາເລັດການຝຶກອົບຮົມກ່ຽວກັບການຄຸ້ມຄອງບໍລິຫານການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ຫ້ອງການ ສກມ ສໍາລັບເມືອງເປົ້າໝາຍຂອງແຜນງານບີຄວາ; ສຳເລັດການຝຶກອົບຮົມການພັດທະນາວິຊາຊີບຄູແບບຕໍ່ເນື່ອງດ້ານຄະນິດສາດ ສໍາລັບຊັ້ນປະຖົມສຶກສາ ເພື່ອໃຫ້ຄູຝຶກທັງ 8 ວິທະຍາໄລຄູ ມີຄວາມຮູ້ທາງດ້ານວິຊາສະເພາະ ແລະ ທັກສະການສອນຄະນິດສາດຊັ້ນປະຖົມ; ໂຄງການ (iTEAM2).
ນອກນັ້ນ ກໍຍັງສໍາເລັດການຝຶກອົບຮົມການພັດທະນາທັກສະການອຳນວຍຄວາມສະດວກໃຫ້ແກ່ຄູສອນຢູ່ໂຮງຮຽນສາທິດຂອງວິທະຍາໄລຄູ 4 ແຫ່ງຄື: ວິທະຍາໄລຄູຫຼວງພະບາງ, ດົງຄຳຊ້າງ, ສະຫວັນນະເຂດ ແລະ ປາກເຊ; ໂຄງການ (iTEAM2) ສໍາເລັດການລົງເກັບຂໍ້ມູນພະນັກງານ-ນັກຮົບໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ III ປະຈໍາສົກຮຽນ 2025-2026 ແລະ ສໍາເລັດການຝຶກອົບຮົມວິຊາຄູຊັ້ນປະຖົມສຶກສາ ໃຫ້ແກ່ພະນັກງານ-ນັກຮົບໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ III; ສໍາເລັດການສ້າງແຜນກິດຈະກໍາ (Roadmap) ປະຈໍາປີ 2026 ຂອງການສືບຕໍ່ຂະຫຍາຍການສ້າງຄວາມເຂັ້ມແຂງທາງດ້ານ GRP ໃນສະຖານການສ້າງຄູ ແລະ ການສອດແຊກ GRP ເຂົ້າໃນຫຼັກສູດສ້າງຄູ; ສໍາເລັດປຶກສາຫາລືກ່ຽວກັບການພັດທະນາກອບສະມັດຖະພາບດ້ານປັນຍາປະດິດ (AI) ສໍາລັບຄູ ໃນ ສປປ ລາວ; ສໍາເລັດກອງປະຊຸມດັດປັບກອບສະມັດຖະພາບດ້ານປັນຍາປະດິດ (AI) ເຂົ້າໃນມາດຕະຖານສະມັດຖະພາບດ້ານ ICT ສໍາລັບຄູ ໃນ ສປປ ລາວ; (ຄັ້ງທີ 1) ແລະ ສໍາເລັດການຖອດຖອນບົດຮຽນການນຳໃຊ້ເຄື່ອງມືຕິດຕາມ ແລະ ປະເມີນຄູສອນທີ່ໄດ້ຮັບການຝຶກອົບຮົມການສອນວິຊາພາສາລາວ ແລະ ຄະນິດສາດ ຊັ້ນປະຖົມສຶກສາ ປີທີ 1, 2, 3 ຢູ່ 40 ເມືອງເປົ້າໝາຍຂອງໂຄງການ GPE III.
ໃນກອງປະຊຸມໄດ້ມີການຮັບຟັງການນໍາສະເໜີລາຍລະອຽດ ຜົນສຳເລັດໃນການປະຕິບັດໄລຍະຜ່ານມາ (ໄຕມາດທີ 3) ແລະ ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ (ໄຕມາດທີ 4), ຜົນການວິໄຈຄວາມຕ້ອງການໃນການພັດທະນາວິຊາຊີບຄູແບບຕໍ່ເນື່ອງສໍາລັບຄູໃນວິທະຍາໄລຄູ; ລາຍງານການຈັດຕັ້ງປະຕິບັດມະຕິ 9 ວ່າດ້ວຍນະໂຍບາຍ ແລະ ມາດຕະການແກ້ໄຂການຂາດແຄນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ສະບັບເລກທີ 09/ລບ, ລົງວັນທີ 17 ກໍລະກົດ 2023: ການແກ້ໄຂບັນຫາການຂາດແຄນຄູໂດຍການລະດົມເອົາທະຫານມາສອນຊ່ວຍຕາມເຂດຊາຍແດນທີ່ຂາດແຄນຄູ, ແລະ ການບັນຈຸຄູອາສາເຂົ້າເປັນທະຫານ ໂດຍປະຕິບັດໜ້າທີ່ການສອນໃນຊັ້ນປະຖົມສຶກສາ; ພ້ອມນັ້ນ ບັນດາທ່ານ ຈະໄດ້ຮັບຟັງການລາຍງານຜົນການປະເມີນການຕິດຕາມການຈັດການຮຽນການສອນຂອງຄູ ປ.1, ປ.2 ແລະ ປ.3 ໃນ 40 ເມືອງເປົ້າໝາຍ ພາຍຫຼັງທີ່ໄດ້ຮັບການຝຶກອົບຮົມ ລວມທັງສົນທະນາແລກ ປ່ຽນ ແລະ ຖອດຖອນບົດຮຽນຮ່ວມກັນ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານຂອງຂະແໜງການຍ່ອຍການສຶກສາຄູ ບັນລຸໄປຕາມຄາດໝາຍ ແລະ ສອດຄ່ອງກັບແນວທາງນະໂຍບາຍທີ່ວາງອອກ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ















