Skip to main content

ຫຼາຍພາກສ່ວນ ມອບເງິນອຸປະຖໍາສົ່ງທັບນັກກິລາແຂວງຄຳມ່ວນ ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII

ໃນວັນທີ 17 ຕຸລາ 2025 ຢູ່ທີ່ສະໜາມກິລາແຂວງຄຳມ່ວນ ບັນດານັກທຸລະກິດ, ຜູ້ປະກອບການ, ບໍລິສັດ ຈາກຫຼາຍພາກສ່ວນ ໄດ້ມອບເງິນອຸປະຖໍາ ລວມເປັນຈຳນວນເງິນທັງໝົດ 2 ຕື້ກວ່າກີບ ເພື່ອປະກອບສ່ວນສົ່ງທັບນັກກິລາເຂົ້າຮ່ວມໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ທີ່ຈະຈັດຂຶ້ນໃນກາງເດືອນພະຈິກນີ້. ສຳລັບແຂວງຄຳມ່ວນ ຄາດວ່າຈະສົ່ງກິລາເຂົ້າຮ່ວມແຂ່ງຂັນທັງໝົດ 29 ປະເພດກິລາຄື: ມວຍສາກົນ, ກະຕໍ້, ຍິງປືນ, ບານເຕະ, ຍິງທະນູ, ປັນຈັກສີລັດ, ໝາກເສິກ, ເປຕັງ, ບານສົ່ງ, ຢູໂດ, ມວຍປໍ້າ, ລອຍນໍ້າ, ດອກປີກໄກ່, ສະນຸກເກີ, ເຕັ້ນ, ເທັນນິດ, ປິ່ງປ່ອງ, ລົດຖີບ, ວູຊູ, ເທຄວັນໂດ, ມວຍລາວ, ດຶງເຊືອກ, ອີ-ສະປອດ, ແລ່ນ-ລານ, ໝາກແລ້, ເຮືອຊ່ວງ, ກາຣາເຕໂດ, ກັອບ...

Continue reading

“ມັດ ຖິ່ນມະນາວ” ສາວຈອມພະລັງ ຕັ້ງເປົ້າຄວ້າ 2 ຫຼຽນຄຳ ໃຫ້ເຈົ້າພາບ ນະຄອນຫຼວງວຽງຈັນ

ນາງ ມັດ ຖິ່ນມະນາວ ສາວນັກກິລາແລ່ນ-ລານຈອມພະລັງເຈົ້າຂອງ 2 ຫຼຽນຄຳ “ຊຽງຂວາງ ເກມ 2022” ພ້ອມຈະສ້າງຜົນງານໄລ່ລ່າ 2 ຫຼຽນຄຳ ໃຫ້ເຈົ້າພາບ ນະຄອນຫຼວງວຽງຈັນ ໃນການແຂ່ງຂັນກິລາຊັດຫຼາວ ແລະ ແກວ່ງຄ້ອນ ປະເພດລານຍິງ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025. ນາງ ມັດ ຖິ່ນມະນາວ ສາວນັກກິລາປະເພດລານຍິງຂອງ ເຈົ້າພາບ ນະຄອນຫຼວງວຽງຈັນ ສືບຕໍ່ຝຶກຊ້ອມຢ່າງເປັນປົກກະຕິ ທີ່ສະຖາບັນກິລາ-ກາຍະກຳ ເຂດບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນມວນສຶກສາ, ວິທະຍາສາດ ແລະ ກິລາ ເມື່ອບໍ່ດົນມານີ້ ວ່າ: ນ້ອງຮູ້ສຶກເປັນກຽດຢ່າງສູງທີ່ໄດ້ສືບຕໍ່ຮັບໃຊ້ບ້ານເກີດເມືອງນອນ...

Continue reading

ຄະນະນຳຟຸດຊໍ ແຂວງວຽງຈັນ ພ້ອມຈະໃຫ້ເງິນໂບນັດກ້ອນໃຫຍ່ ຫາກສາມາດປ້ອງກັນແຊ໋ມຫຼຽນຄຳ ງານກິລາແຫ່ງຊາດ ສະໄໝທີ 2

ຄະນະນຳພາທັບນັກກິລາຟຸດຊໍແຂວງວຽງຈັນ ພ້ອມຈະໃຫ້ການສະໜັບສະໜູນເງິນໂບນັດກ້ອນໃຫຍ່ ເພື່ອເປັນການກະຕຸກຊຸກຍູ້ສົ່ງເສີມນໍ້າໃຈຮັກບ້ານເກີດເມືອງນອນ ໃຫ້ທັບນັກກິລາຟຸດຊໍລູກຫຼານຊາວແຂວງວຽງຈັນ ສ້າງຜົນງານປ້ອງກັນແຊ໋ມຫຼຽນຄຳ ສະໄໝທີ 2 ຕິດຕໍ່ກັນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈະຈັດຂຶ້ນ ລະຫວ່າງວັນທີ 15-25 ພະຈິກ 2025ນີ້. ໃນໂອກາດທັບນັກກິລາຟຸດຊໍແຂວງວຽງຈັນ ແຊ໋ມຫຼຽນຄຳ ອຸດົມໄຊ ເກມ 2014 ໄດ້ລົງຝືກຊ້ອມຢ່າງເປັນປົກກະຕິທີ່ສະໂມສອນກິລາໃນຮົ່ມ ສະຫະພັນບານເຕະແຫ່ງຊາດ (ຫ້ວຍຫົງ) ໃນວັນທີ 17 ຕຸລາ 2025, ທ່ານ ພິທັກ ແສນທຳມະວົງ ຜູ້ຈັດການທີມທັບນັກກິລາຟຸດຊໍ ແຂວງວຽງຈັນ ກໍໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຮູ້ສຶກຕື່ນເຕັ້ນ...

Continue reading

ສຕ.ນວ ປຶກສາຫາລື ກຽມຄວາມພ້ອມຮອບດ້ານ ເຂົ້າຮ່ວມລ່າຫຼຽນຄຳ “ນະຄອນຫຼວງວຽງຈັນ ເກມ 2025”

ຄະນະບໍລິຫານງານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຫຼື ສຕ.ນວ ຈັດກອງປະຊຸມເພື່ອປືກສາຫາລື ກ່ຽວກັບບັນຫາທີ່ຈຳເປັນ ແລະ ຮີບດ່ວນ ພ້ອມທັງປັບປຸງຂໍ້ຕົກລົງແຕ່ງຕັ້ງຄະນະບໍລິຫານງານຄືນໃໝ່ ເນື່ອງຈາກທ່ານປະທານ ສຕ.ນວ ຜູ້ເກົ່າ ມີບັນຫາທາງດ້ານສຸຂະພາບ ຈຶ່ງບໍ່ສາມາດນຳພາ-ຊີ້ນຳວຽກງານໄດ້ ທັງນີ້ກໍເພື່ອແນໃສ່ໃຫ້ຄະນະບໍລິຫານ ສຕ.ນວ ສາມາດກະກຽມຄວາມພ້ອມໃຫ້ແກ່ທັບນັກກິລາເຈົ້າພາບ ເຂົ້າຮ່ວມລ່າຫຼຽນຄຳ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈະເປີດສາກຂຶ້ນໃນກາງເດືອນພະຈິກນີ້. ກອງປະຊຸມເພື່ອປືກສາຫາລືຄັ້ງນີ້ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ຕຸລາ 2025 ທີ່ຫ້ອງການບໍລິສັດ ລ້ານຊ້າງ ເຊັນເຕີ ບ້ານດອນກອຍ ເມືອງສີສັດຕະນາກ...

Continue reading

ສ. ຣັດເຊຍ ຊ່ວຍເຫຼືອດ້ານອາຫານ ໃຫ້ແກ່ ສສກ ເພື່ອນໍາໃຊ້ເຂົ້າໃນໂຄງການອາຫານທ່ຽງໃນໂຮງຮຽນ ຢູ່ ແຂວງອຸດົມໄຊ

ສະຫະພັນຣັດເຊຍ ຫຼື ສ.ຣັດເຊຍ ຊ່ວຍເຫຼືອດ້ານອາຫານ ໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອນໍາໃຊ້ເຂົ້າໃນໂຄງການອາຫານທ່ຽງໃນໂຮງຮຽນຂອງ 6 ເມືອງ ແຂວງອຸດົມໄຊ ໂດຍຜ່ານອົງການອາຫານໂລກ ປະຈຳ ສປປ ລາວ ພາຍໃຕ້ໂຄງການອາຫານທ່ຽງໃນໂຮງຮຽນ. ເມື່ອວັນທີ 15 ຕຸລາ 2025 ທີ່ສາງເຄື່ອງອຸປະໂພກ ແລະ ບໍລິໂພກ (ຫຼັກ 17) ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບການຊ່ວຍເຫຼືອອາຫານຈາກສະຫະພັນຣັດເຊຍ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ  ສຳລັບນັກຮຽນລາວ, ເປັນກຽດກ່າວມອບໂດຍ ທ່ານ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ກ່າວຮັບແມ່ນ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ...

Continue reading

ສສກ ແລະ ສະຫະພາບເອີຣົບ ປຶກສາຫາລືວຽກງານໃນຂົງເຂດການສຶກສາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ສະຫະພາບເອີຣົບ ພົບປະຫາລືສືບຕໍ່ຮ່ວມມືໃນຂົງເຂດຕ່າງໆຂອງຂະແໜງການສຶກສາ ທີ່ເຫັນວ່າຄວນສືບຕໍ່ຮ່ວມມື ແລະ ຊຸກຍູ້ໃຫ້ໄດ້ຮັບການພັດທະນາໃຫ້ສູງຂຶ້ນ ເປັນຕົ້ນແມ່ນ ວຽກງານອາຊີວະສຶກສາ, ການສຶກສາຊັ້ນສູງ ແລະ ການຄົ້ນຄວ້າວິທະຍາສາດ, ການພັດທະນາຄູ, ຫຼັກສູດການຮຽນການສອນ ຕະຫຼອດຮອດການສົ່ງເສີມການຮ່ວມມືລະຫວ່າງພັກ-ລັດໃຫ້ພັດທະນາຂຶ້ນເທື່ອລະກ້າວ. ໃນວັນທີ 16 ຕຸລາ 2025 ທີ່ສໍານັກງານກະຊວງວສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະ ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ມີຫົວໜ້າກົມ...

Continue reading

ສສກ-ຮົງກາລີ ຫາລືສືບຕໍ່ຮ່ວມມືດ້ານການສຶກສາ ເພີ່ມທະວີສາຍພົວພັນລະຫວ່າງສອງຝ່າຍໃຫ້ແໜ້ນແຟ້ນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານຮົງກາລີ ຫາລືສືບຕໍ່ຮ່ວມມືດ້ານການສຶກສາ ເພື່ອເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງສອງຝ່າຍໃຫ່ນັບມື້ແໜ້ນແຟ້ນຫຍິ່ງຂຶ້ນ ແນໃສ່ເຮັດໃຫ້ວຽກງານການສຶກສາຂອງລາວໃຫ້ນັບມື້ກ້າວໜ້າຂຶ້ນ. ເມື່ອວັນທີ 16 ຕຸລາ 2025 ທີ່ສໍານັກງານກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລາດໂລ ຕາກັກ ເອກອັກຄະລັດຖະທູດຮົງກາລີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ມີຄະນະຮັບຜິດຊອບເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານທູດຮົງກາລີ ພ້ອມດ້ວຍຄະນະ ທີ່ໄດ້ມາຮ່ວມເຮັດວຽກ ແລະ ຢ້ຽມຢາມກະຊວງສຶກສາທິການ...

Continue reading

ສອງອ້າຍນ້ອງຄູ່ແຝດ “ບົດວິໄລທອງ” ນັກກິລາແລ່ນ-ລານ ພ້ອມຈະສ້າງຜົນງານຄວ້າ 5 ຫຼຽນຄຳ ໃຫ້ ປກຊ “ນະຄອນຫຼວງວຽງຈັນ ເກມ 2025”

ສອງອ້າຍນ້ອງຄູ່ແຝດ ນັກກິລາແລ່ນ-ລານສາຍເລືອດໃໝ່ຂອງວົງການກິລາແລ່ນ-ລານລາວ ກໍຄື ສິບເອກ ສົມສະໜຸກ ບົດວິໄລທອງ ແລະ ສິບເອກ ສີພາສຸກ ບົດວິໄລທອງ ທັງສອງພ້ອມຈະສ້າງຜົນງານຄວ້າ 5 ຫຼຽນຄຳ ໃຫ້ທັບນັກກິລາແລ່ນ-ລານ ກະຊວງປ້ອງກັນປະເທດ ຫຼື ປກຊ ໃນການແຂ່ງຂັນກິລາແລ່ນ-ລານງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025.   ເມື່ອບໍ່ດົນມານີ້ ທີ່ສະໜາມກິລາສະຖາບັນກິລາ-ກາຍະກຳ ເຂດບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີມງານສື່ມວນຊົນໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ໄດ້ລົງຕິດຕາມການກຽມຄວາມພ້ອມຂອງທັບນັກກິລາແລ່ນ-ລານ ປກຊ ຊຶ່ງມີ ສິບເອກ ສົມສະໜຸກ ບົດວິໄລທອງ ແລະ ສິບເອກ ສີພາສຸກ...

Continue reading