Skip to main content

ສ. ຣັດເຊຍ ຊ່ວຍເຫຼືອດ້ານອາຫານ ໃຫ້ແກ່ ສສກ ເພື່ອນໍາໃຊ້ເຂົ້າໃນໂຄງການອາຫານທ່ຽງໃນໂຮງຮຽນ ຢູ່ ແຂວງອຸດົມໄຊ

20/10/2025

ສະຫະພັນຣັດເຊຍ ຫຼື ສ.ຣັດເຊຍ ຊ່ວຍເຫຼືອດ້ານອາຫານ ໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອນໍາໃຊ້ເຂົ້າໃນໂຄງການອາຫານທ່ຽງໃນໂຮງຮຽນຂອງ 6 ເມືອງ ແຂວງອຸດົມໄຊ ໂດຍຜ່ານອົງການອາຫານໂລກ ປະຈຳ ສປປ ລາວ ພາຍໃຕ້ໂຄງການອາຫານທ່ຽງໃນໂຮງຮຽນ.

ເມື່ອວັນທີ 15 ຕຸລາ 2025 ທີ່ສາງເຄື່ອງອຸປະໂພກ ແລະ ບໍລິໂພກ (ຫຼັກ 17) ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບການຊ່ວຍເຫຼືອອາຫານຈາກສະຫະພັນຣັດເຊຍ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ  ສຳລັບນັກຮຽນລາວ, ເປັນກຽດກ່າວມອບໂດຍ ທ່ານ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ກ່າວຮັບແມ່ນ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີແຂກທີ່ຖືກເຊີນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ການຊ່ວຍເຫຼືອຄັ້ງນີ້, ແມ່ນໄດ້ຮັບການຊ່ວຍເຫຼືອຈາກສະຫະພັນຣັດເຊຍ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ກໍຄື ຊ່ວຍເຫຼືອນັກຮຽນລາວ ໂດຍຜ່ານອົງການອາຫານໂລກ ປະຈຳ ສປປ ລາວ, ໂດຍເຄື່ອງຊ່ວຍເຫຼືອ ປະກອບມີ: ນໍ້າມັນພືດ ຈໍານວນ 23 ໂຕນ ແລະ ປາກະປ໋ອງ ຈໍານວນ 99 ໂຕນ ເພື່ອນໍາໃຊ້ເຂົ້າໃນການປຸງແຕ່ງອາຫານພາຍໃຕ້ໂຄງການອາຫານທ່ຽງໃນໂຮງຮຽນ, ຊຶ່ງເປັນອາຫານທີ່ມີຄຸນຄ່າທາງໂພຊະນາການໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ ໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກຂອງ ສປປ ລາວ.  ນັບແຕ່ປີ 2018 ເປັນຕົ້ນມາ, ສ. ຣັດເຊຍ ໄດ້ຮ່ວມກັບອົງການອາຫານໂລກ ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ກໍຄືວຽກງານອາຫານທ່ຽງໃນໂຮງຮຽນ ເພື່ອປະກອບສ່ວນເຂົ້າໃນການຍົກສູງການສຶກສາ ໃຫ້ມີຄຸນນະພາບ ແລະ ເທົ່າທຽມ ຢູ່ໃນຕົວເມືອງ ກໍຄື ຊົນນະບົດຫ່າງໄກສອກຫຼີກ.

ໃນພິທີດັ່ງກ່າວ, ທ່ານ ວະລາດີເມຍ ກາລີນິນ ໄດ້ກ່າວເຖິງຄວາມສຳຄັນຂອງການສົ່ງເສີມໂພຊະນາການໃຫ້ນັກຮຽນ ເພື່ອສົ່ງເສີມສຸຂະພາບ ແລະ ການຮຽນຮູ້ໃຫ້ດີຂຶ້ນ, ການຊ່ວຍເຫຼືອອາຫານໃນຄັ້ງນີ້ ຖືເປັນການປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ທີ່ ສ. ຣັດເຊຍ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ມາຢ່າງຕໍ່ເນື່ອງ ແລະ ຖືເປັນຂີດໝາຍສຳຄັນໃນການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດລາວ-ຣັດເຊຍ ຄົບຮອບ 65 ປີ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນຕື່ມອີກວ່າ ສ. ຣັດເຊຍ ຈະສືບຕໍ່ສະໜັບສະໜູນລັດຖະບານ ແລະ ປະຊາຊົນລາວ ໃນສະພາບການເສດຖະກິດປັດຈຸບັນໃຫ້ດີຂຶ້ນເທື່ອລະກ້າວ.

ຂະນະດຽວກັນນັ້ນ, ຜູ້ຕາງໜ້າອົງການອາຫານໂລກ ປະຈໍາ ສປປ ລາວ ໄດ້ຍົກໃຫ້ເຫັນວ່າ: ການປະກອບສ່ວນຂອງ ສ. ຣັດເຊຍ ໃນຄັ້ງນີ້ ຈະເປັນປະໂຫຍດໃຫ້ນັກຮຽນຊັ້ນປະຖົມສຶກສາ ຂອງ ສປປ ລາວ ທີ່ຢູ່ເຂດຫ່າງໄກສອກຫຼີກ ໃຫ້ໄດ້ຮັບອາຫານທີ່ມີໂພສະນາການ ພ້ອມທັງຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນລັດຖະບານ ໃນການຈັດຕັ້ງປະຕິບັດວຽກງານອາຫານທ່ຽງໃນໂຮງຮຽນໃຫ້ມີຄວາມຍືນຍົງ.

ໂອກາດດຽວກັນນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງລັດຖະບານ ສ. ຣັດເຊຍ ທີ່ໃຫ້ການຊ່ວຍເຫຼືອຢ່າງຕໍ່ເນື່ອງຜ່ານອົງການອາຫານໂລກ ຊຶ່ງສະທ້ອນໃຫ້ເຫັນເຖິງມິດຕະພາບ ແລະ ການຮ່ວມມືອັນແໜ້ນແຟ້ນລະຫວ່າງ ສອງລັດຖະບານ ແລະ ປະຊາຊົນຂອງສອງປະເທດປະເທດ. ໂດຍການຊ່ວຍເຫຼືອດັ່ງກ່າວ ຈະຊ່ວຍປັບປຸງດ້ານສຸຂະພາບ, ໂພຊະນາການ ແລະ ການຮຽນຮູ້ຂອງນັກຮຽນໃນເຂດຊົນນະບົດ, ພ້ອມທັງເສີມສ້າງຄວາມພະຍາຍາມຂອງທັງສອງລັດຖະບານ ໃນການຮັບປະກັນວ່າເດັກນ້ອຍທຸກຄົນໄດ້ຮັບການສຶກສາທີ່ມີຄຸນນະພາບ ແລະ ໂພຊະນາການທີ່ດີ, ຊຶ່ງອາຫານທີ່ໄດ້ຮັບໃນຄັ້ງນີ້ ຈະແຈກຢາຍໃຫ້ນ້ອງນັກຮຽນ 40.000 ຄົນ ໂດຍສະເພາະ ໃນ 385 ໂຮງຮຽນ ໃນ 06 ເມືອງ ຂອງແຂວງອຸດົມໄຊ ເພື່ອນໍາໄປປຸງແຕ່ງເປັນອາຫານທ່ຽງໃຫ້ນັກຮຽນຢ່າງທົ່ວເຖິງ ແລະ ມີປະສິດທິພາບ.

 

ຂ່າວໂດຍ: ບົວລະພາ

ພາບ-ຂໍ້ມູນ: ກົມຮ່ວມມືກັບຕ່າງປະເທດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ