Skip to main content

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະສະຫະພັນ ແລະ ນັກກິລາເພາະກາຍແຫ່ງຊາດລາວ

ໃນວັນທີ 15 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດພົບປະໂອ້ລົມຄະນະສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ບັນດານັກກິລາ ຜູ້ທີ່ມີຜົນງານໂດດເດັ່ນ ໃນການແຂ່ງຂັນກິລາເພາະກາຍ ໃນໄລຍະຜ່ານມາ ໂດຍມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ພ້ອມດ້ວຍບັນດາຄູຝຶກ, ນັກກິລາເພາະກາຍທີມຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ ແລະ ເລຂາທິການສະຫະພັນກິລາເພາະກາຍແຫ່ງຊາດລາວ ຕາງໜ້າໃຫ້ສະຫະພັນ ແລະ...

Continue reading

ບໍລິສັດ ກຸຫຼາບຄຳ ມອບເງິນ 100 ລ້ານກີບ ໃຫ້ແຂວງຫຼວງນໍ້າທາ ສົ່ງຄະນະນັກກິລາເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII

ໃນວັນທີ 13 ຕຸລາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ, ບໍລິສັດກຸຫຼາບຄໍາ ຈໍາກັດຜູ້ດຽວ ມອບເງິນສົດ 100 ລ້ານກີບ ໃຫ້ແຂວງຫຼວງນໍ້າທາ ເພື່ອປະກອບສ່ວນຊຸກຍູ້ວຽກງານກິລາຂອງແຂວງ ທີ່ຈະເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແລະ ການແຂ່ງຂັນກິລາຄົນພິການ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ, ໂດຍການກ່າວຮັບຂອງທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫຼວງນໍ້າທາ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ໂອກາດນີ້,  ທ່ານ ອ່ອນຈັນ ຄຳພາວົງ ໄດ້ສະແດງຄວາມຂອບໃຈມາຍັງບໍລິສັດ ກຸຫຼາບຄຳ ຈໍາກັດຜູ້ດຽວ ທີ່ເຫັນໄດ້ຄວາມສຳຄັນ ແລະ ເປັນຫ່ວງເປັນໄຍໃນຂະບວນການກິລາຂອງແຂວງຫຼວງນໍ້າທາໃນຄັ້ງນີ້ ຂໍອວຍພອນໄຊໃຫ້ທ່ານ...

Continue reading

“ຈັນສະໝອນ ພົມໂສພາ” ຄວ້າຫຼຽນເງິນ ປັນຈັກສີລັດ ປຣີຊີເກມ 2025 ທີ່ປະເທດໄທ

ທ້າວ ຈັນສະໝອນ ພົມໂສພາ ນັກກິລາປັນຈັກສີລັດທີມຊາດລາວ ຍັງກ້າວບໍ່ເຖິງຝັ່ງຝັນ ຫຼັງໃນຮອບຊີງຊະນະເລີດ ຫຼື ຮອບຊີງຫຼຽນຄຳ ເສຍໃຫ້ ທ້າວ ຫວໍ ທຽນ ໄຫ່ (Vo Thien Hai)  ນັກກິລາທີມຊາດຫວຽດນາມ ຄວ້າພຽງຫຼຽນເງິນມາຄ້ອງຄໍ ໃນການແຂ່ງຂັນກິລາປັນຈັກສີລັດ ລາຍການ ປຣີຊີເກມ 2025 ຫຼື PRE SEA GAMES 2025 ທີ່ຫາດໃຫຍ່ ແຂວງສົງຂາ ປະເທດໄທ ລະຫວ່າງວັນທີ 10-15 ຕຸລາ 2025. ທ້າວ ຈັນສະໝອນ ພົມໂສພາ ຂຶ້ນສັງວຽນແຂ່ງຂັນ ໃນຮອບຊີງຫຼຽນຄຳ ໃນວັນທີ 14 ຕຸລາ 2025 ບໍ່ສາມາດຕ້ານຄວາມແຂງແກ່ນຂອງ ທ້າວ ຫວໍ ທຽນ ໄຫ່  ນັກກິລາທີມຊາດຫວຽດນາມໄດ້ ເພາະ ຈັນສະໝອນ ພົມໂສພາ ມີອາການບາດເຈັບທີ່ຕົ້ນຂາ ເສຍໄປ 40-80 ຄະແນນ ສົ່ງຜົນໃຫ້ໄດ້ພຽງຫຼຽນເງິນ ໃຫ້ທັບນັກກິລາປັນຈັກສີລັດທີມຊາດລາວ...

Continue reading

ຄະນະນຳ ສສກ ໃຫ້ກຳລັງໃຈຄະນະນັກກິລາກະຕໍ້ແຂວງຈຳປາສັກ ຊຸດກຽມຮ່ວມງານກິລາແຫ່ງຊາດ ຄັ້ງທີ XII

ໃນຕອນຄ່ຳວັນທີ 14 ຕຸລາ 2025 ທີ່ເຂດບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ລົງຕິດຕາມ ແລະ ໃຫ້ກຳລັງໃຈຄະນະນັກກິລາກະຕໍ້-ຊິນລອນ ແຂວງຈຳປາສັກ ທີ່ເດີນທາງຂຶ້ນມາເປັນຕົວຝຶກຊ້ອມຢູ່ນະຄອນຫຼວງວຽງຈັນ ແລະ ກໍເປັນຄະນະນັກກິລາຈາກຕ່າງແຂວງ ແຂວງທຳອິດ ທີ່ເດີນທາງສູ່ນະຄອນຫຼວງວຽງຈັນ ເພື່ອເກັບຕົວຝຶກຊ້ອມກຽມຄວາມພ້ອມດ້ານຕ່າງໆ ເຊັ່ນ: ພະລະກຳລັງ, ເຕັກນິກ ແລະ ສຳຜັດກັບສະໜາມແຂ່ງຂັນຈິງ ກ່ອນເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025 ຊຶ່ງນຳພາໂດຍ...

Continue reading

ສະຖາບັນພັດທະນາຊັບພະຍາກອນ ລາວ-ຍີ່ປຸ່ນ ມຊ ຈັດງານພົບປະເພື່ອການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈຳປີ 2025

ສະຖາບັນພັດທະນາຊັບພະຍາກອນ ລາວ-ຍີ່ປຸ່ນ (ສລຍ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານພົບປະເພື່ອການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈຳປີ 2025 ເມື່ອວັນທີ 15 ຕຸລາ 2025 ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຫົງທອງ ຈັນທະວົງ ຮອງຫົວໜ້າກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ພອນແກ້ວ ຈັນທະມະລີ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນ ລາວ-ຍີ່ປຸ່ນ ມຊ ພ້ອມດ້ວຍຜູ້ຕາງໜ້າຈາກອົງການໄຈກາ ປະຈຳລາວ, ຕາງໜ້າຈາກສະຖານທູດຍີ່ປຸ່ນປະຈຳລາວ, ຄະນະບໍດີ, ຫົວໜ້າຫ້ອງການ, ຄູອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລພາກເອກະຊົນ, ໂຮງຮຽນມັກທະຍົມສົມບູນຕອນປາຍ ແລະ ຜູ້ິຕາງໜ້າຈາກ 6 ມະຫາວິທະຍາໄລຍີ່ປຸ່ນເຂົ້າຮ່ວມ. ...

Continue reading

ສສກ-ອຸຍແນສໂກ ສາຫາລືສືບຕໍ່ຮ່ວມມືຍົກສູງຄວາມອາດສາມາດຂອງຄູ ແລະ ພັດທະນາຂະແໜງການຍ່ອຍ ໃຫ້ສອດຄ່ອງກັບຄວາມຕ້ອງການໃໝ່

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການອຸຍແນສໂກພາກພື້ນ ປະຈໍາບາງກອກ ປະເທດໄທ ພົບປະຫາລືປຶກສາຫາລືສືບຕໍ່ຮ່ວມມືກັນໃນການຍົກສູງຄວາມອາດສາມາດຂອງຄູ, ພັດທະນາຂະແໜງການຍ່ອຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ໃຫ້ສອດຄ່ອງກັບຄວາມຕ້ອງການໃໝ່ຂອງປະເທດໃນພາກພື້ນ ແລະ ສາກົນ. ເມື່ອວັນທີ 14 ຕຸລາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຊູຢອນ ຄິມ ຜູ້ອໍານວຍການຫ້ອງການອຸຍແນສໂກພາກພື້ນ ປະຈໍາບາງກອກ ປະເທດໄທ ພ້ອມດ້ວຍຄະນະ, ໂດຍມີຕາງໜ້າຈາກກົມທີ່ກ່ຽວຂ້ອງຂອງກະຊວງສຶກສາທິການ ແລະ ກິລາເຂົ້າຮ່ວມ.   ໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ...

Continue reading

ຄະນະຜູ້ແທນສະພາອົດສະຕຣາລີ ແລະ ສສກ ລົງຢ້ຽມຢາມໂຮງຮຽນປະຖົມທົ່ງກາງ ເພື່ອສັງເກດການປັບປຸງດ້ານການຮຽນການສອນ

ວັນ​ທີ 19 ກັນຍາ 2025 ຄະນະ​ຜູ້​ແທນ​ສະພາ​ອົດ​ສະຕຣາລີ​ ທີ່​ເຂົ້າ​ຮ່ວມ​ໂຄງການ​ລິ​ເລີ່ມ​ການ​ເປັນ​ຜູ້ນຳ​ພາກ​ພື້ນ​ອົດ​ສະຕຣາລີ ໄປ​ຢ້ຽມຢາມ​ໂຮງຮຽນ​ປະຖົມ​ທົ່ງກາງ​ ເມືອງສີສັດຕະນາກ ນະຄອນຫຼວງ​ວຽງ​ຈັນ ຮ່ວມກັບ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ເບັນນິຕາ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ລາວ ພ້ອມດ້ວຍຄະນະກົມຈາກກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງ. ການ​ຢ້ຽມ​ຢາມ​ຄັ້ງນີ້, ຄະນະຜູ້ແທນໄດ້​​ເຫັນ​ຜົນ​ໄດ້​ຮັບ​ຕົວ​ຈິງ​ຂອງ​ການໃຫ້ທຶນຊ່ວຍເຫຼືອ​ຢ່າງ​ຕໍ່​ເນື່ອງ​ຂອງລັດຖະບານ​ອົດ​ສະ​ຕຣາ​ລີ​ ໃນ​ການ​ສຶກ​ສາ​ຊັ້ນປະ​ຖົມ​ ​ໂດຍ​ຜ່ານ​ແຜນງານບີຄວາ....

Continue reading

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ປ່ອຍວິດີໂອສໍາລັບການພັດທະນາຄູຕອນໃໝ່ “ເຕັກນິກການສອນຫ້ອງຄວບ”

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ອອກວິດີໂອການສຳລັບການພັດທະນາຄູຕອນໃໝ່ ທີ່ສະແດງໃຫ້ເຫັນເຕັກນິກການສອນຫ້ອງຄວບ. ວິດີໂອແມ່ນຜະລິດໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ໄດ້ສະແດງໃຫ້ເຫັນວິທີການວາງແຜນ ແລະ ການສອນບົດຮຽນຫ້ອງຄວບຢ່າງມີປະສິດທິພາບເມື່ອສອນຫຼາຍຂັ້ນຮຽນໃນຫ້ອງຮຽນດຽວ. ຫຼາຍກວ່າໜຶ່ງສ່ວນສາມຂອງຫ້ອງຮຽນຊັ້ນປະຖົມສຶກສາ ໃນ ສປປ ລາວ ແມ່ນຫ້ອງຄວບ, ໂດຍມີການຮຽນຮ່ວມກັນຫຼາຍຂັ້ນຮຽນ ແລະ ບາງບ່ອນກໍມີຫຼາຍກວ່າສອງຂັ້ນຮຽນ. ສະພາບການຫຼຸດລົງຂອງຈໍານວນຄູໃນປັດຈຸບັນ...

Continue reading