Skip to main content

ສສກ-ອຸຍແນສໂກ ສາຫາລືສືບຕໍ່ຮ່ວມມືຍົກສູງຄວາມອາດສາມາດຂອງຄູ ແລະ ພັດທະນາຂະແໜງການຍ່ອຍ ໃຫ້ສອດຄ່ອງກັບຄວາມຕ້ອງການໃໝ່

15/10/2025

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການອຸຍແນສໂກພາກພື້ນ ປະຈໍາບາງກອກ ປະເທດໄທ ພົບປະຫາລືປຶກສາຫາລືສືບຕໍ່ຮ່ວມມືກັນໃນການຍົກສູງຄວາມອາດສາມາດຂອງຄູ, ພັດທະນາຂະແໜງການຍ່ອຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ໃຫ້ສອດຄ່ອງກັບຄວາມຕ້ອງການໃໝ່ຂອງປະເທດໃນພາກພື້ນ ແລະ ສາກົນ.

ເມື່ອວັນທີ 14 ຕຸລາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຊູຢອນ ຄິມ ຜູ້ອໍານວຍການຫ້ອງການອຸຍແນສໂກພາກພື້ນ ປະຈໍາບາງກອກ ປະເທດໄທ ພ້ອມດ້ວຍຄະນະ, ໂດຍມີຕາງໜ້າຈາກກົມທີ່ກ່ຽວຂ້ອງຂອງກະຊວງສຶກສາທິການ ແລະ ກິລາເຂົ້າຮ່ວມ.

 

ໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານ ນາງ ຊູຢອນ ຄິມ ພ້ອມທັງຕາງໜ້າໃຫ້ລັດຖະບານ ສປປ ລາວ ເວົ້າລວມ, ເວົ້າສະເພາະກະຊວງສຶກສາທິການ ແລະ ກິລາ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນຂອງອົງການອຸຍແນສໂກ ໂດຍສະເພາະແມ່ນຫ້ອງການອຸຍແນສໂກພາກພື້ນ ປະຈໍາບາງກອກ ປະເທດໄທ ຕໍ່ຂະແໜງການສຶກສາ, ວິທະຍາສາດ ແລະ ວັດທະນາທໍາ ຂອງ ສປປ ລາວ ຕະຫຼອດມາ ຈົນໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ.

 

ໂອກາດດຽວກັນ, ທ່ານ ນາງ ຊູຢອນ ຄິມ ໄດ້ກ່າວສະແດງຄວາມຍີນດີ ແລະ ຊົມເຊີຍ ມາຍັງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ທີ່ໄດ້ຮັບຕໍາແໜ່ງເປັນລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຜູ້ໃໝ່, ຊຶ່ງເປັນການນຳພາ-ຊີ້ນໍາວຽກງານໃນຂະແໜງການການສຶກສາ, ວິທະຍາສາດ ແລະ ກິລາ ໃນສະພາບການໃໝ່ ທີ່ ສປປ ລາວ ຈະຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ທີ່ຈະມາເຖິງນີ້.

ການພົບປະໃນຄັ້ງນີ້, ⁠ທັງສອງຝ່າຍໄດ້ປຶກສາຫາລືກັນ ເຖິງການກະກຽມສະເຫຼີມສະຫຼອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອຸຍແນສໂກ ຄົບຮອບ 75 ປີ ໃນປີ 2026 ທີ່ຈະມາເຖິງນີ້ ແລະ ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາອາຊຽນ ຄັ້ງທີ 22 ໃນກາງປີ 2026, ພ້ອມທັງສືບຕໍ່ຮ່ວມມືກັນໃນການຍົກສູງຄວາມອາດສາມາດຂອງຄູ, ພັດທະນາຂະແໜງການຍ່ອຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ໃຫ້ສອດຄ່ອງກັບຄວາມຕ້ອງການໃໝ່ຂອງປະເທດ, ພາກພື້ນ ແລະ ສາກົນ ແລະ ຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນປະຕິບັດງານດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ 2026-2040 ໃຫ້ປະກົດຜົນເປັນຈິງ.

 

ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ