ສະຖາບັນພັດທະນາຊັບພະຍາກອນ ລາວ-ຍີ່ປຸ່ນ ມຊ ຈັດງານພົບປະເພື່ອການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈຳປີ 2025

ສະຖາບັນພັດທະນາຊັບພະຍາກອນ ລາວ-ຍີ່ປຸ່ນ (ສລຍ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານພົບປະເພື່ອການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈຳປີ 2025 ເມື່ອວັນທີ 15 ຕຸລາ 2025 ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຫົງທອງ ຈັນທະວົງ ຮອງຫົວໜ້າກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ພອນແກ້ວ ຈັນທະມະລີ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນ ລາວ-ຍີ່ປຸ່ນ ມຊ ພ້ອມດ້ວຍຜູ້ຕາງໜ້າຈາກອົງການໄຈກາ ປະຈຳລາວ, ຕາງໜ້າຈາກສະຖານທູດຍີ່ປຸ່ນປະຈຳລາວ, ຄະນະບໍດີ, ຫົວໜ້າຫ້ອງການ, ຄູອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລພາກເອກະຊົນ, ໂຮງຮຽນມັກທະຍົມສົມບູນຕອນປາຍ ແລະ ຜູ້ິຕາງໜ້າຈາກ 6 ມະຫາວິທະຍາໄລຍີ່ປຸ່ນເຂົ້າຮ່ວມ.
ແຕ່ປີ 2008 ເປັນຕົ້ນມາ ສລຍ ຮ່ວມກັບສະຖານທູດຍີ່ປຸ່ນ ປະຈຳລາວ ແລະ ອົງການໄຈກາ ໄດ້ຈັດງານສົ່ງເສີມ ແລະ ເຜີຍແຜ່ຂໍ້ມູນຂ່າວສານການໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ເພື່ອແລກປ່ຽນບົດຮຽນລະຫວ່າງມະຫາວິທະຍາໄລຍີ່ປຸ່ນ ແລະ ມຊ ເພື່ອແຈ້ງຂໍ້ມູນຂ່າວສານໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາລາວ ທີ່ຕ້ອງການໄປຮຽນຕໍ່ລະດັບປະລິນຍາຕີ ປະລິນຍາໂທ ແລະ ປະລິນຍາເອກ ຢູ່ປະເທດຍີ່ປຸ່ນ ໄດ້ຮູ້ຂໍ້ມູນ ແລະ ເງື່ອນໄຂຕ່າງໆຂອງມະຫາວິທະຍາໄລໃນປະເທດຍີ່ປຸ່ນ ທີ່ສາມາດຮັບເອົານັກສຶກສາລາວ ນອກນີ້, ຍັງໄດ້ແນະນຳທຶນການສຶກສາຈາກລັດຖະບານຍີ່ປຸ່່ນ ແລະ ທຶນການສຶກສາຂອງມະຫາວິທະຍາໄລຍີ່ປຸ່ນ ເພື່ອໃຫ້ຄູອາຈານ ແລະ ນັກສຶກສາກຽມຄວາມພ້ອມໃນການສະໝັກຮັບເອົາທຶນ ຊຶ່ງປີນີ້ຈະຈັດແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອແນໃສ່ໃຫ້ເຂົ້າເຖິງຂໍ້ມູນຂ່າວສານ ແລະ ສາມາດສອບຖາມໄດ້ໃນໄລຍະການດຳເນີນງານ.
ໂອກາດດັ່ງກ່າວ, ທ່ານ ປອ ພອນແກ້ວ ຈັນທະມະລີ ໄດ້ກ່າວວ່າ : ສປປ ລາວ ໄດ້ຖືເອົາການສຶກສາເປັນປັດໃຈຫຼັກໃນການພັດທະນາເຂົ້າສູ່ຂະແໜງການຕ່າງໆເພື່ອພັດທະນາເສດຖະກິດສັງຄົມ, ການຊຸກຍູ້ຂະແໜງການສຶກສາ ແມ່ນຍິ່ງມີຄວາມສຳຄັນຫຼາຍສຳລັບ ສປປ ລາວ, ຜ່ານມາ ສປປ ລາວ ກໍໄດ້ຮັບການຮ່ວມມື ການຊ່ວຍເຫຼືອໃນຫຼາຍໆດ້ານກ່ຽວກັບການສຶກສາ ເຊັ່ນ: ດ້ານເຕັກນິກວິຊາການ, ການຄົ້ນຄວ້າ ແລະ ທຶນການສຶກສາຕ່າງໆຈາກປະເທດຍີ່ປຸ່ນ. ມະຫາວິທະຍາໄລແຫ່ງຊາດໄດ້ມີການຮ່ວມກັບຫຼາຍມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆຂອງຍີ່ປຸ່ນ ແລະ ໄດ້ສ້າງເຄືອຂ່າຍການຮ່ວມມືຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນການເຄື່ອນໄຫວແລກປ່ຽນການສຶກສາ, ການຄົ້ນຄວ້າວິໃຈ, ການແລກປ່ຽນຄູອາຈານສອນ, ການຈັດກິດຈະກຳແລກປ່ຽນວັດທະນະທຳ ແລະ ຈັດກິດຈະກຳອື່ນໆຂອງນັກສຶກສາລາວ ແລະ ນັກສຶກສາຍີ່ປຸ່ນ. ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ໄດ້ຈັດງານພົບປະ “ການໄປຮຽນຕໍ່ທີ່ປະເທດຍີ່ປຸ່ນ” ຮ່ວມກັບ 6 ມະຫາວິທະຍາໄລຊື່ດັງຂອງປະເທດຍີ່ປຸ່ນ ແລະ ຫຼາຍອົງການຈັດຕັ້ງ ດ້ວຍຈຸດປະສົງ ເພື່ອໃຫ້ຄູູອາຈານ, ພະນັກງານ, ນັກຮຽນນັກສຶກສາຂອງລາວ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຂໍ້ມູນ ແລະ ເງື່ອນໄຂການໄປສຶກສາ, ການສະໜັບສະໜູນ, ການຢູ່ອາໃສ ເມື່ອໄປໃຊ້ຊີວິດສຶກສາຢູ່ໃນ ປະເທດຍີ່ປຸ່ນ, ຖ້າຈຳນວນນັກສຶກສາ ໄປຮຽນຢີ່ປຸ່ນຫຼາຍຂຶ້ນ ຄວາມຮູ້ຄວາມ ເຂົ້າໃຈຕໍ່ກັບຍີ່ປຸ່ນ ກໍ່ຈະຫຼາຍຂຶ້ນ ແລະນຳເອົາບົດຮຽນມາປັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມລາວໄດ້ດີຂຶ້ນ.
ໃນພິທີຄັ້ງນີ້, ຜູ້ຕາງໜ້າຈາກ 6 ມະຫາວິທະຍາໄລຊື່ດັງຂອງປະເທດຍີ່ປຸ່ນ ໄດ້ຂຶ້ນລາຍງານ ແລະ ອະທິບາຍສະພາບການສຶກສາຢູ່ແຕ່ລະມະຫາວິທະຍາໄລ ແລະ ນໍາສະເໜີກ່ຽວກັບທຶນການສຶກສາຂອງປະເທດຍີ່ປຸ່ນປະຈຳ ສປປ ລາວ
ຂ່າວໂດຍ: ບົວລະພາ