Skip to main content

ລຸກຊຳບວກ ເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ຢ່າງເປັນທາງການ

ພິທີລົງນາມເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງປະເທດລຸກຊຳບວກ ຢ່າງເປັນທາງການ ໄດ້ມີຂຶ້ນໃນຕອນແລງຂອງວັນທີ 10 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ຊຶ່ງຕາງໜ້າຂອງລຸກຊໍາບວກໃນການລົງນາມໃນຄັ້ງນີ້ ແມ່ນທ່ານ ຊາວີເອ ເບັດແຕນ (Xavier Bettel) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດ ແລະ ລັດຖະມົນຕີຮ່ວມມື ເພື່ອການພັດທະນາ ແລະ ວຽກງານມະນຸດສະທຳຂອງລຸກຊຳບວກ, ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ຕີມໍແລັດສະເຕ, ເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນເຂົ້າຮ່ວມເປັນສັກຂີພິຍານ. ...

Continue reading

ອາຊຽນ-ອົດສະຕຣາລີ ສືບຕໍ່ເພີ່ມທະວີຄວາມພະຍາຍາມໃນການຮັດແໜ້ນການຮ່ວມມື  

 ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 4 ໄດ້ມີຂຶ້ນໃນວັນທີ 10 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຜູ້ນໍາອາຊຽນ, ທ່ານ ແອນໂຕນີ          ອານບານີຊີ ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ເຂົ້າຮ່ວມ ແລະ ນາຍົກລັດຖະມົນຕີ ແຫ່ງ ຕີມໍ ແລັດສະເຕ           ເຂົ້າຮ່ວມໃນນາມຜູ້ສັງເກດການ. ກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຜ່ານມາ ແລະ ກໍານົດທິດທາງການພົວພັນຮ່ວມມືໃນຕໍ່ໜ້າຮ່ວມກັນ....

Continue reading

ອາຊຽນບວກສາມ ຄັ້ງທີ 27 ເຫັນດີສືບຕໍ່ຈັດຕັ້ງແຜນປະຕິບັດງານການຮ່ວມມືອາຊຽນບວກສາມຢ່າງເຕັມສ່ວນ ແລະ ມີປະສິດທິຜົນ

ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 27 ໄດ້ມີຂຶ້ນໃນວັນທີ 10 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນໂດຍພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ຜູ້ນໍາຂອງປະເທດບວກສາມ ຄື: ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ພ້ອມດ້ວຍນາຍົກລັດຖະມົນຕີ ຕີມໍແລັດ ສະເຕ ເຂົ້າຮ່ວມໃນນາມຜູ້ສັງເກດການ. ກອງປະຊຸມ, ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນບວກສາມໃນໄລຍະຜ່ານມາ ແລະ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແນໃສ່ເສີມຂະຫຍາຍການຮ່ວມມືຜ່ານກົນໄກອາຊຽນບວກສາມ...

Continue reading

ອາຊຽນ-ຍີ່ປຸ່ນ ເຫັນດີີສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ

ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 27 ໄດ້ມີຂຶ້ນໃນວັນທີ 10 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ເຂົ້າຮ່ວມ, ພ້ອມດ້ວຍນາຍົກລັດຖະມົນຕີ ຕີມໍ ແລັດສະເຕ ເຂົ້າຮ່ວມໃນນາມຜູ້ສັງເກດການ. ກອງປະຊຸມໄດ້ທົບທວນຄືນການພົວພັນຮ່ວມມືທີ່ຜ່ານມາ ແລະ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແນໃສ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນ...

Continue reading

ຜູ້ນໍາອາຊຽນ ເຫັນດີຍົກລະດັບການພົວພັນອາຊຽນ-ສ.ເກົາຫຼີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ-ສ.ເກົາຫຼີ ຄັ້ງທີ 25 ໄດ້ມີຂຶ້ນໃນ​ວັນ​ທີ 10 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນໂດຍພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດ​ຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຢຸນ ຊອກ ຢອນ ປະທານາທິບໍດີ ແຫ່ງ ສ.ເກົາຫຼີເຂົ້າຮ່ວມ. ນອກຈາກນີ້, ຍັງມີນາຍົກລັດຖະມົນຕີຂອງ ຕີມໍ ແລັດສະເຕ ເຂົ້າຮ່ວມ ໃນນາມຜູ້ສັງເກດການ. ການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ສ.ເກົາຫຼີ ຄົບຮອບ 35 ປີ ໃນປີ 2024 ນີ້ ຊຶ່ງໃນໂອກາດນີ້ ບັນດາຜູ້ນໍາຂອງອາຊຽນ ແລະ...

Continue reading

ອາຊຽນ-ຈີນ ຮັບຮອງ 5 ເອກະສານຜົນຂອງກອງປະຊຸມສໍາຄັນ ແນໃສ່ເພີ່ມທະວີການຮ່ວມມືຮອບດ້ານ

ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 27 ໄດ້ຈັດຂຶ້ນໃນວັນທີ 10 ຕູລາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຫຼີ ສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ ແລະ ນາຍົກລັດຖະມົນຕີຂອງ ຕີມໍ ແລັດເຕ ເຂົ້າຮ່ວມໃນນາມຜູ້ສັງເກດການ. ໃນກອງປະຊຸມໄດ້ທົບທວນຄືນ ແລະ ກໍານົດທິດທາງໃນການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ ເພື່ອເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອຜົນປະໂຫຍດລວມຂອງປະຊາຊົນໃນອາຊຽນ ແລະ ສປ ຈີນ ແລະ...

Continue reading

ອາ​ຊຽນ ເສີມ​ຂະຫຍາຍບົດບາດ​ຂອງ​ຊາວ​ໜຸ່ມ​ ປະກອບສ່ວນສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ບັນລຸຕາມເປົ້າໝາຍການພັດທະນາແບບຍືນຍົງ  

ພິທີພົບປະສອງຝ່າຍ ລະຫວ່າງ ຜູ້​ນໍາ​ອາ​ຊຽນ ແລະ ​ບັນດາ​ຜູ້​ຕາງໜ້າ​ຊາວ​ໜຸ່ມ​ອາ​ຊຽນ ໄດ້ຈັດຂຶ້ນໃນ​ວັນ​ທີ 9 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເພື່ອປຶກສາຫາລື, ​ແລກປ່ຽນ​ຄວາມ​ຄິ​ດ​ເຫັນ ​ແລະ ສະ​ເໜີ​ທິດ​ທາງ ກ່ຽວ​ກັບການ​ພັດທະນາ ​ແລະ ການ​ເສີມ​ຂະຫຍາຍບົດບາດ​ຂອງ​ຊາວ​ໜຸ່ມ​ອາ​ຊຽນ. ໃນ​ກອງປະຊຸມພົບ​ປະຄັ້ງນີ້, ຕາງໜ້າ​ຊາວ​ໜຸ່ມ​ອາຊຽນ ​ໄດ້​ນໍາ​ສະ​ເໜີ​ຖະແຫຼງການຊາວໜຸ່ມອາຊຽນຕໍ່ຜູ້​ນໍາ​ອາ​ຊຽນ ເພື່ອຮັບ​ຊາບ ​ແລະ ​ໃຫ້​ທິດ​ຊີ້​ນໍາ, ທັງ​ເປັນ​ເວທີທີ່​ມີ​ຄວາມ​ສຳຄັນ ​ເພາະເປັນ​ການ​ແລກປ່ຽນ​ຄວາມ​ຄິ​ດ​ເຫັນ ​ແລະ...

Continue reading

ອາຊຽນ-ໄອປາ ຫາລືເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ນໍາໃຊ້ກາລະໂອກາດ ຮັບມືກັບສິ່ງທ້າທາຍ

ກອງປະຊຸມພົບປະລະຫວ່າງ ອາຊຽນ ແລະ ຜູ້ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA-ໄອປາ) ໄດ້ມີຂຶ້ນໃນຕອນບ່າຍຂອງວັນທີ 9 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພະນະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໃນນາມປະທານໄອປາ ຄັ້ງທີ 45. ໃນກອງປະຊຸມພົບປະດັ່ງກ່າວ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຝ່າຍ ໄອປາ ຊາບ ກ່ຽວກັບສະພາບການຂອງອາຊຽນໃນປະຈຸບັນ ໂດຍສະເພາະຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ...

Continue reading