ຜູ້ນໍາອາຊຽນ ເຫັນດີຍົກລະດັບການພົວພັນອາຊຽນ-ສ.ເກົາຫຼີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 25 ໄດ້ມີຂຶ້ນໃນວັນທີ 10 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນໂດຍພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຢຸນ ຊອກ ຢອນ ປະທານາທິບໍດີ ແຫ່ງ ສ.ເກົາຫຼີເຂົ້າຮ່ວມ. ນອກຈາກນີ້, ຍັງມີນາຍົກລັດຖະມົນຕີຂອງ ຕີມໍ ແລັດສະເຕ ເຂົ້າຮ່ວມ ໃນນາມຜູ້ສັງເກດການ.
ການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ສ.ເກົາຫຼີ ຄົບຮອບ 35 ປີ ໃນປີ 2024 ນີ້ ຊຶ່ງໃນໂອກາດນີ້ ບັນດາຜູ້ນໍາຂອງອາຊຽນ ແລະ ສ.ເກົາຫຼີ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການການພົວພັນຮ່ວມມືອາຊຽນ-ສ.ເກົາຫຼີ ຕະຫຼອດໄລຍະ 35 ປີຜ່ານມາ ແລະ ເຫັນດີຍົກລະດັບການພົວພັນອາຊຽນ-ສ.ເກົາຫຼີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໂດຍໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນໍາ ວ່າດ້ວຍການສ້າງຕັ້ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສ.ເກົາຫຼີ.
ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມໄດ້ປຶກສາຫາລືເພື່ອຜັນຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເປັນຮູບປະທຳ ລວມທັງຊຸກຍູ້ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ທ່ອງທ່ຽວ, ເສດຖະກິດດີຈີຕອນ ແລະ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການສຶກສາ, ສາທາລະນະສຸກ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທໍາມະຊາດ ກໍຄືການໄປມາຫາສູ່ຂອງປະຊາຊົນ.
ສ.ເກົາຫຼີ ເປັນຄູ່ເຈລະຈາໜຶ່ງທີ່ສຳຄັນ ແລະ ຫ້າວຫັນຂອງອາຊຽນ. ອາຊຽນ ແລະ ສ.ເກົາຫຼີ ໄດ້ສ້າງຕັ້ງສາຍພົວພັນໃນປີ 1989, ໄດ້ຍົກລະດັບເປັນຄູ່ຮ່ວມຍຸດທະສາດ ໃນປີ 2010 ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2024.
ນຳສະເໜີໂດຍ ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ