Skip to main content

ອາຊຽນ-ຍີ່ປຸ່ນ ເຫັນດີີສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ

10/10/2024

ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 27 ໄດ້ມີຂຶ້ນໃນວັນທີ 10 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ເຂົ້າຮ່ວມ, ພ້ອມດ້ວຍນາຍົກລັດຖະມົນຕີ ຕີມໍ ແລັດສະເຕ ເຂົ້າຮ່ວມໃນນາມຜູ້ສັງເກດການ.

ກອງປະຊຸມໄດ້ທົບທວນຄືນການພົວພັນຮ່ວມມືທີ່ຜ່ານມາ ແລະ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແນໃສ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນ ເພື່ອຮັບປະກັນຜົນປະໂຫຍດລວມຂອງປະຊາຊົນໃນອາຊຽນ, ຍີ່ປຸ່ນ ແລະ ໃນໂລກ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ໃນຕະຫຼອດໄລຍະ 50 ປີຜ່ານມາ ທີ່ກວມເອົາສາມເສົາຄໍ້າປະຊາຄົມອາຊຽນ ກໍຄື ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ. ນອກຈາກນີ້, ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ກັບຜົນສໍາເລັດອັນຈົບງາມໃນການຈັດກອງປະຊຸມສຸດຍອດເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແຫ່ງມິດຕະພາບ ແລະ ການຮ່ວມມື ໃນປີ 2023 ທີ່ຜ່ານມາ.

ສໍາລັບທິດທາງການຮ່ວມມືຶໃນຕໍ່ໜ້າ, ກອງປະຊຸມ ໄດ້ເຫັນດີໃຫ້ສືບຕໍ່ຈັດຕັ້ງປະຕິບັດຖະແຫຼງການຮ່ວມວິໄສທັດຜູ້ນໍາ ອາຊຽນ-ຍີ່ປຸ່ນ ແລະ ແຜນການຈັດຕັ້ງປະຕິບັດຖະແຫຼງການຮ່ວມວິໄສທັດຜູ້ນໍາອາຊຽນ-ຍີ່ປຸ່ນ ວ່າດ້ວຍມິດຕະພາບ ແລະ ການຮ່ວມມື. ກອງປະຊຸມໄດ້ຊົມເຊີຍການປະກອບສ່ວນອັນສໍາຄັນຂອງຍີ່ປຸ່ນ ເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ຜ່ານກອງທຶນການເຊື່ອມໂຍງອາຊຽນ-ຍີ່ປຸ່ນ. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ເຫັນດີີສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ດ້ານເສດຖະກິດ, ການຫັນປ່ຽນເປັນດິຈິຕອນ, ພະລັງງານ, ນະວັດຕະກໍາປັນຍາປະດິດ, ການແລກປ່ຽນທາງດ້ານວັດທະນະທໍາ-ສັງຄົມ ແລະ ການພັດທະນາແບບຍືນຍົງ.

ຍີ່ປຸ່ນ ເປັນຄູ່ເຈລະຈາທີ່ຍາວນານ ແລະ ສໍາຄັນຂອງອາຊຽນ. ອາຊຽນ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງການພົວພັນໃນປີ 1973, ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2011 ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2023.

 

ນຳສະເໜີໂດຍ ດາວຫວຽດ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ